![]() |
ການລົງນາມຄັ້ງນີ້, ຖືເປັນບາດກ້າວສຳຄັນທາງປະຫວັດສາດ ຂ້າມຂີດຈໍາກັດທາງດ້ານການຊໍາລະ ເພາະເປັນຄັ້ງທໍາອິດທີ່ຜູ້ຊົມໃຊ້ທັງຢູມັນນີ ແລະ ທຸກແອັບພຣິເຄຊັນທະນາຄານໃນລາວ ສາມາດຊຳລະຄ່າປີ້ເຮືອບິນຜ່ານລະບົບດີຈີຕອນຢ່າງເຕັມຮູບແບບ.
ສາຍການບິນລາວແອລາຍ ເປັນສາຍການບິນແຫ່ງຊາດ ແລະ ເປັນຜູ້ໃຫ້ບໍລິການ ການບິນທີ່ໃຫຍ່ທີ່ສຸດໃນປະເທດລາວ. ປັດຈຸບັນໄດ້ໃຫ້ບໍລິການເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດ ໂດຍມຸ່ງເນັ້ນສ້າງປະສົບການການເດີນທາງທີ່ດີທີ່ສຸດໃຫ້ຜູ້ໂດຍສານ ດ້ວຍມາດຕະຖານການບໍລິການທີ່ທຽບເທົ່າກັບສາຍການບິນຊັ້ນນຳລະດັບສາກົນ ພ້ອມທັງເຊື່ອມໂຍງການຄົມມະນາຄົມໄປຍັງເຂດຫ່າງໄກສອກຫຼີກ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.
![]() |
ການຮ່ວມມືໃນຄັ້ງນີ້, ຢູມັນນີ ຫວັງຢ່າງຍິ່ງວ່າຈະຊ່ວຍໃຫ້ລູກຄ້າຂອງ Lao Airlines ກໍຄືຄົນລາວທົ່ວປະເທດຍົກລະດັບປະສົບການ ການຊຳລະເງິນທີ່ງ່າຍດາຍ ແລະ ທັນສະໄໝຍິ່ງຂຶ້ນ ນັບຕໍ່ຈາກນີ້ໄປລູກຄ້າທຸກທ່ານທີ່ມີບັນຊີ ຢູມັນນີ ຫຼື ບັນຊີທະນາຄານອື່ນໆ ກໍສາມາດດຳເນີນການຈອງ ແລະ ຊຳລະຄ່າປີ້ເຮືອບິນໄດ້ທັນທີ ຊຶ່ງຊ່ວຍເພີ່ມປະສິດທິພາບໃນການວາງແຜນການເດີນທາງ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ຢ່າງຄົບຖ້ວນ. ຢູມັນນີ - ເພື່ອນຄູ່ໃຈໃນທຸກການເດີນທາງຂອງທ່ານ. Umoney – Your Airlines Buddy.
ທີ່ມາ: ໜັງສືພິມກອງທັບ


ຄໍາເຫັນ