ຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ3ແຂວງພາກໃຕ້

ຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ3ແຂວງພາກໃຕ້
ໃນຕອນເຊົ້າຂອງວັນທີ24ພະຈິກນີ້ ທີ່ສະໂມສອນຫ້ອງວ່າການແຂວງຈຳປາສັກໄດ້ມີກອງປະຊຸມການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ(ສສຊ)ແລະສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ)3ແຂວງຄື: ຈຳປາສັກ, ເຊກອງແລະອັດຕະປືກ່ຽວກັບການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍແລະການຕິດຕາມກວດກາວຽກງານຂອງອົງການກວດສອບໂດຍການເປັນປະທານຂອງທ່ານສຸບັນສະວະບຸດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານສາຍອູພູມສາລີຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ,ມີຫົວໜ້າສູນຝຶກອົບຮົມແລະຂໍ້ມູນຂ່າວສານສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ສສຂ3ແຂວງດັ່ງກ່າວ,ນັກວິທະຍາກອນຮັບເຊີນຈາກ ສພຊ, ຄະນະພະແນກແລະພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນແລະງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ;ທັງນີ້, ກໍເພື່ອຍົກລະດັບຂີດຄວາມສາມາດໃຫ້ແກ່ສສຂແນໃສ່ເຮັດໃຫ້ສາມາດປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງຕົນໃຫ້ມີປະສິດທິຜົນທັງເພື່ອເຮັດໃຫ້ສສຂ ມີຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບບາງທັກສະທີ່ມີຄວາມຈຳເປັນໃນການປະຕິບັດວຽກງານຕົວຈິງໃຫ້ມີຜົນສຳເລັດດີຂຶ້ນ, ເພື່ອແລກປ່ຽນ, ສົນທະນາກ່ຽວກັບບາງບົດຮຽນລະຫວ່າງວິທະຍາກອນ, ສສຂແລະພະນັກງານທີ່ເປັນເສນາທິການດ້ວຍກັນແນໃສ່ການຍົກລະດັບຄວາມຮັບຮູ້ແລະຄວາມສາມາດໃນການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນດີ; ກອງປະຊຸມໄດ້ຮັບຟັງການສະເໜີຫົວຂໍ້ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍສະເໜີໂດຍທ່ານນາງອາພິສອນພົງສາຮອງຫົວໜ້າກົມຕິດຕາມກວດກາ, ໂຄສະນາແລະຕີຄວາມໝາຍກົດໝາຍສະພາແຫ່ງຊາດ; ການຕິດຕາມກວດກາຂົງເຂດວຽກງານຍຸຕິທຳສະເໜີໂດຍທ່ານໄກມະນິນເທບບົວລີຫົວໜ້າກົມຄຳຮ້ອງຂໍຄວາມເປັນທຳສະພາແຫ່ງຊາດ; ບົດຮຽນຕິດຕາມກວດກາວຽກງານໃນຂົງເຂດຂອງກຳມາທິການແຜນການ, ການເງິນແລະການກວດສອບສະເໜີໂດຍທ່ານລີເບີລີບົວປາວປະທານກຳມາທິການແຜນການ, ການເງິນແລະການກວດສອບຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນແລະສົນທະນາແລກປ່ຽນບົດຮຽນກັບນັກວິທະຍາກອນຢ່າງກົງໄປກົງມາ; ໃນພິທີ, ທ່ານສຸບັນສະວະບຸດປະທານກຳມາທິການວຽກງານ ສພຊ ໄດ້ກ່າວເປີດກອງປະຊຸມວ່າ: ຄະນະປະຈຳ ສພຊ ກໍຄືຄະນະຊີ້ນໍາລວມການຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ, ສສຂ ແລະພະນັກງານເສນາທິການເວລາໃດກໍເຫັນໄດ້ຄວາມສໍາຄັນແລະໄດ້ເອົາໃຈໃສ່ຊີ້ນຳ-ນຳພາຕໍ່ກັບວຽກງານຍົກສູງຄວາມສາມາດໃຫ້ແກ່ ສສຊ, ສສຂແລະພະນັກງານເສນາທິການເພື່ອຮັບໃຊ້ການປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງຢ່າງຕໍ່ເນື່ອງ; ຊຶ່ງຕາມແຜນການຈະຈັດຂຶ້ນທັງໝົດ6ຈຸດໃນຂອບເຂດທົ່ວປະເທດແລະຄັ້ງນີ້ເປັນຈຸດທີ3ພາຍຫຼັງສໍາເລັດການຈັດຝຶກອົບຮົມຈຸດທີ1ຢູ່ແຂວງຊຽງຂວາງແລະຈຸດທີ2ຢູ່ເມືອງວັງວຽງແຂວງວຽງຈັນໃນເດືອນຕຸລາທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ ສສຊແລະສສຂໃຫ້ມີຄວາມຮັບຮູ້, ເຂົ້າໃຈແລະມີຄວາມຊຳນິຊຳນານໃນດ້ານທັກສະການຕິດຕາມກວດກາເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບປະສິດທິຜົນດີຍິ່ງໆຂຶ້ນ.
ໃນກອງປະຊຸມຝຶກອົບຮົມຄັ້ງນີ້ບັນດາທ່ານ ສສຂທີ່ມາຈາກຫຼາຍຂົງເຂດວຽກງານມີໂອກາດຄົ້ນຄວ້າ, ລົງເລິກ, ກໍາແໜ້ນແລະແລກປ່ຽນບົດຮຽນບັນຫາທີ່ຈຳເປັນໃນການປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງຕົນກໍຄືຂອງສະພາແຫ່ງຊາດໃຫ້ມີປະສິດທິພາບແລະປະສິດທິຜົນທັງເປັນການສ້າງເງື່ອນໄຂໃຫ້ສະມາຊິກສະພາໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນເພີ່ມຕື່ມແລະສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດໃນໜ້າທີ່ການເມືອງຂອງຕົນ; ກອງປະຊຸມຄັ້ງນີ້ແມ່ນດຳເນີນຮອດວັນທີ25ພະຈິກ2023ຈຶ່ງຈະສຳເລັດ.
(ຂ່າວ-ພາບ: ນາງກຸກກິກບຸດດາໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ  ຄົບຮອບ 65 ປີ

ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກອງສິລະປະກອນປ້ອງກັນຄວາມສະຫງົບຈັດສະແດງສິລະປະສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຢູ່ສະໂມສອນໃຫຍ່ກະຊວງ ປກສ (ສະໜາມມ້າ) ໃນຕອນຄໍ່າວັນທີ 1 ເມສາ 2026, ໂດຍມີທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ພ້ອມດ້ວຍກົມ, ກອງບັນຊາການ, ວິທະຍາຄານ ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຊົມ.
ເພີ່ມເຕີມ