ຍົກສູງພາລະບົດບາດວຽກງານກາແດງໃຫ້ເຖິງກຸ່ມເປົ້າໝາຍ

ຍົກສູງພາລະບົດບາດວຽກງານກາແດງໃຫ້ເຖິງກຸ່ມເປົ້າໝາຍ
ໂດຍ: ສຳນານ
ປີນີ້, ອົງການກາແດງແຫ່ງຊາດລາວຈະຍົກສູງວຽກງານການໂຄສະນາ - ຂ່າວສານ ດ້ວຍການເຜີຍແຜ່ໂຄສະນາພາລະບົດບາດຂອງອົງການກາແດງແຫ່ງຊາດ ໃຫ້ນັບມື້ນັບກວ້າງຂວາງ, ໂຄສະນາປະຫວັດ, ພາລະບົດບາດຂອງຂະບວນການກາແດງ, ກົດໝາຍມະນຸດສະທຳສາກົນ, ກົດໝາຍກາແດງ, ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດ, ບົດບາດຍິງ-ຊາຍ ໃຫ້ແກ່ພະນັກງານ, ອາສາສະໝັກຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 16 ຄັ້ງ, ເປົ້າໝາຍຜູ້ເຂົ້າຮ່ວມ 1.800 ຄົນ, ສະເຫຼີມສະຫຼອງວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ແລະ ວັນສ້າງຕັ້ງກາແດງສາກົນ, ລາຍງານຂໍ້ມູນຂ່າວສານຜ່ານສື່ຕ່າງໆ 200 ຄັ້ງ, ຈັດລາຍການວິທະຍຸປະຈໍາວັນ, ທຸກອາທິດ ເວລາ 9-10 ໂມງ ໃນຄືນ 103.7 MHz, ຂຽນບົດ, ຂຽນຂ່າວ ແລະ ສຳພາດຂ່າວກ່ຽວກັບການເຄື່ອນໄຫວອົງການກາແດງແຫ່ງຊາດລາວອອກສູ່ສັງຄົມ 500 ບົດ, ບັບປຸງສື່ໂຄສະນາຂ່າວສານກາແດງ ໃຫ້ມີລັກສະນະດີຈີຕອນ, ທັນສະໄໝ ແລະ ເຂົ້າເຖິງສັງຄົມຢ່າງວອງໄວ້ໄລຍະ 2 ຄັ້ງ, ຈັດກອງປະຊຸມ ແລະ ຝຶກອົບຮົມວຽກງານໂຄສະນາຂ່າວສານ ໃຫ້ໄດ້ຢ່າງລະ 1 ຄັ້ງ.
ໃນຂະນະດຽວກັນການຂົນຂວາຍແຫຼ່ງທຶນ: ສ້າງກົດລະບຽບວ່າດ້ວຍວຽກງານຂົນຂວາຍແຫຼ່ງທຶນຂອງອົງການກາແດງແຫ່ງຊາດ, ປຸກລະດົມຂົນຂວາຍການສະໜັບສະໜູນວັດຖຸ-ປັດໄຈຈາກສັງຄົມ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຫຼາຍຮູບແບບ, ໂຄສະນາຕາມສື່ຕ່າງໆ ຄາດຄະເນ 30 ພາກສ່ວນ ແລະ ສືບຕໍ່ເປີດຕູ້ບໍລິຈາກທີ່ມີຢູ່ແລ້ວຈຳນວນ 20 ຕູ້, 14 ຄັ້ງ, ປຸກລະດົມຂົນຂວາຍ ການສະໜັບສະໜູນ ຊ່ວຍເຫຼືອຈາກການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ສັງຄົມ, ຫ້າງຮ້ານຕ່າງໆ, ສ້າງແຫຼ່ງລາຍຮັບ ຈາກການບໍລິການສັງຄົມທີ່ຖືກຕ້ອງຕາມກົດໝາຍ, ຈັດງານຕະຫຼາດນັດກາແດງລາວ ແລະ ແຂ່ງຂັນກິລາການກຸສົນ ເພື່ອມີແຫຼ່ງທຶນຮັບປະກັນການຕອບໂຕ້ສຸກເສີນຮີບດ່ວນຕໍ່ຜູ້ທີ່ປະສົບເຄາະຮ້າຍ, ຈໍາໜ່າຍນໍ້າດື່ມອົງການກາແດງລາວ ໃຫ້ບັນດາແຂວງທີ່ມີເງື່ອນໄຂ, ພົວພັນປະສານງານກັບບໍລິສັດຕ່າງໆລົງທຶນຮ່ວມກັນໃນພັດທະນາແຫຼ່ງທຶນກາແດງ 3 ບໍລິສັດ, ນໍາໃຊ້ຖານຂໍ້ມູນການຮັບບໍລິຈາກຂອງອົງການກາແດງແຫ່ງຊາດລາວ, ສ້າງການບໍລິຈາກແບບອອນລາຍໃຫ້ໄດ້ພາຍໃນ 4 ແຂວງ, ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກຊອກຫາແຫຼ່ງທຶນຂອງອົງການກາແດງແຫ່ງຊາດຮ່ວມກັບກາແດງສະວິດ, ຊຸກຍູ້, ຕິດຕາມ ແລະ ແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານຂົນຂວາຍແຫຼ່ງທຶນຕາມແຂວງທີ່ມີຄວາມເຂັ້ມແຂງໃຫ້ໄດ້ 2 ຄັ້ງ, ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານກາແດງລາວໃຫ້ແກ່ນັກທຸລະກິດລາວ, ເພື່ອປຸກລະດົມຂົນຂວາຍແຫຼ່ງທຶນ ໃຫ້ໄດ້ 1 ຄັ້ງ.
ໃນນັ້ນວຽກງານຄຸ້ມຄອງອາສາສະໝັກກາແດງ: ປະສານງານກັບສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນກ່ຽວກັບວຽກງານ ຊາວໜຸ່ມ-ອາສາສະໝັກກາແດງ ໃນການອອກແບບ ແລະ ຮ່າງບົດສະເໜີໂຄງການໃນກອງທຶນສ້າງຄວາມເຂັ້ມແຂງ (CBF Fu nd), ປະສານງານກັບບັນດາຫ້ອງການ, ສະຖາບັນເລືອດແຫ່ງຊາດ ກ່ຽວກັບວຽກງານອາສາສະໝັກ ເພື່ອກຳນົດແຜນສ້າງອາສາສະໝັກກາແດງລາວ, ສືບຕໍ່ກິດຈະກຳແລກປ່ຽນອາສາສະໝັກລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ກາແດງ ສ ເກົາຫຼີ, ຂໍ້ມູນດັ່ງກ່າວຈາກການລາຍງານຂອງ ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວຕໍ່ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ທີ່ຜ່ານມາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ