ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ
ຫວ່າງມໍ່ໆມານີ້, ທ່ານ ​ໂຮ​ນັນ​ດ ຊາ​ໂກ​ສ​ກີ ເພື່ອນມິດຊາວອາເມຣິກາໄດ້ກັບຄືນມາທ່ຽວຊົມເຂດດິນຊາຍເມົາອູສູ້, ການນັດ​ກັນທີ່ຜ່ານເວລາຫຼາຍກວ່າສອງ​ທົດ​ສະ​ວັດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ໃນ​ໂລກ​ອອນ​ລາຍ ແລະ ໄດ້ນຳເອົາ​ຄວາມມະຫັດສະຈັນທາງນິເວດວິ​ທະ​ຍາ "​ໂຄງ​ການ​ປ່າ​​ປ້ອງ​ກັນ 3 ເໜືອ" ​ຂອງ​ຈີນກັບມາສູ່ສາຍຕາ​ຂອງ​ສາ​ທາ​ລະ​ນະອີກຄັ້ງ. ເປັນ​ເວ​ລາດົນ​ນານ​ມາ​ແລ້ວ, ​ທີ່ວຽກງານ​​ຕ້ານ​ການ​ກາຍ​ເປັນ​ທະ​ເລ​ຊາຍທີ່ຈີນດຳເນີນຢ່າງຕໍ່ເນື່ອງ, ການ​ປ່ຽນ​ແປງ​ຂອງພູດອຍ ແລະ ແມ່ນ້ຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຫຼັງຈາກການຟື້ນຟູລະບົບນິເວດທີ່ດຳເນີນມາເປັນເວລາຫຼາຍ​ທົດ​ສະ​ວັດ, ຜົນງານການ​ປົວ​ແປງ​ທະ​ເລ​ຊາຍຂອງຈີນໄດ້ຮັບການກວດ​ສອບທາງວິທະຍາສາດ, ເຫັນໄດ້ຊັດເຈນຈາກການປ່ຽນແປງອັນໃຫຍ່ຫຼວງຂອງພູດອຍ ແລະ ແມ່ນ້ຳພ້ອມ​ທັງໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ກາຍເປັນຮູບແບບທີ່ຫຼາຍປະເທດ​ໃນ​ໂລກພະຍາຍາມຖອດຖອນເອົາໄປປະຍຸກໃຊ້ໃນການຄຸ້ມຄອງລະບົບນິເວດ.

 

ຍອ​ນ​ຫຍງ​ບດ​ຮຽນ​ດານ​ການ​ຕານ​ການ​ກາຍ​ເປນທະ​ເລ​ຊາຍ​ຂອງ​ຈນ ​ຈງ​ໄດ​ຮບ​ຄວາມ​ນ​ຍມ​​ທວ​ໂລກ - image 1
 

ການຕ້ານການກາຍເປັນທະເລຊາຍຂອງຈີນໄດ້ຮັບຄວາມນິຍົມຊົມຊອບ, ກ່ອນອື່ນໝົດແມ່ນຍ້ອນສະຕິປັນຍາທາງວິທະຍາສາດທີ່ເຄົາລົບທຳມະຊາດ ແລະ ປັບຕົວໃຫ້ເໝາະສົມກັບສະພາບຂອງທ້ອງຖິ່ນ. ຈີນໄດ້ປົກປັກຮັກສາທະເລຊາຍທຳມະຊາດດັ້ງເດີມເຊັ່ນ: ທາກລີມາກັນເປັນຕົ້ນ, ບໍ່ເຂົ້າແຊກແຊງພູມສັນຖານທຳມະຊາດແບບຫຼັບຫູຫຼັບຕາ, ການຕ້ານການກາຍເປັນທະເລຊາຍແມ່ນແນໃສ່ສະເພາະ "ທະເລຊາຍທີ່ເກີດຈາກການລ້ຽງສັດຫຼາຍເກີນໄປ ແລະ ການບຸກລຸກຖາງປ່າເຮັດໄຮ່ແບບບໍ່ມີລະບຽບ". ເຕັກນິກຕ່າງໆທີ່ປະຊາຊົນຄົ້ນພົບເຊັ່ນ: ເຕັກນິກການປ້ອງກັນບໍ່ໃຫ້ໂນນຊາຍເຄື່ອນທີ່ໄດ້ດ້ວຍການມັດຫຍ້າເປັນຮູບສີ່ຫຼ່ຽມ, ການຫວ່ານເມັດພັນປູກປ່າ ແລະ ປູກຫຍ້າໂດຍເຮືອບິນ, ການສະໜອງນ້ຳໃຫ້ພືດແບບປະຢັດນ້ຳເປັນຕົ້ນລ້ວນແຕ່ເປັນເຕັກນິກທີ່ງ່າຍ, ຕົ້ນທຶນຕ່ຳ ແລະ ໄດ້ຜົນດີ, ວາລະສານວິທະຍາສາດຊັ້ນນຳ "Nature" ໄດ້ຢືນຢັນຜ່ານການສຶກສາຫຼາຍສະບັບວ່າ: "ໂຄງການປ່າປ້ອງກັນ 3 ເໜືອ" ໄດ້ເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນພາກພື້ນເພີ່ມຂຶ້ນຢ່າງຫຼວງຫຼາຍ, ການເຊາະເຈື່ອນຂອງດິນ ແລະ ພາຍຸຊາຍຫຼຸດລົງຢ່າງເຫັນໄດ້ຊັດເຈນ ຊຶ່ງພິສູດໃຫ້ເຫັນວ່າ: ການປົວແປງທະເລຊາຍແບບຈີນມີຄວາມຖືກຕ້ອງຕາມຫຼັກວິທະຍາສາດ, ມີຄວາມເປັນໄປໄດ້ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

ຍອ​ນ​ຫຍງ​ບດ​ຮຽນ​ດານ​ການ​ຕານ​ການ​ກາຍ​ເປນທະ​ເລ​ຊາຍ​ຂອງ​ຈນ ​ຈງ​ໄດ​ຮບ​ຄວາມ​ນ​ຍມ​​ທວ​ໂລກ - image 2
 

ການປົວແປງທະເລຊາຍຂອງຈີນໄດ້ຮັບຄວາມນິຍົມຊົມຊອບ, ຈຸດສຳຄັນແມ່ນຍ້ອນໄດ້ກ້າວເຂົ້າສູ່ເສັ້ນທາງໃໝ່ແຫ່ງການພັດທະນາແບບຍືນຍົງທີ່ປະສົມປະສານການຟື້ນຟູລະບົບນິເວດ ແລະ ການພັດທະນາເສດຖະກິດໄປພ້ອມກັນ. ເປັນເວລາດົນນານມາແລ້ວ, ການແກ້ໄຂບັນຫາການກາຍເປັນທະເລຊາຍຂອງໂລກມັກຕິດຢູ່ໃນສະພາບ "ລົງທຶນຢ່າງດຽວ, ບໍ່ມີຜົນຜະລິດ, ຍາກທີ່ຈະສືບຕໍ່" ຊຶ່ງສ່ວນໃຫຍ່ແມ່ນອາໄສການອຸດໜູນຈາກການກຸສົນເຮັດໃຫ້ຍາກທີ່ຈະມີຄວາມຍືນຍົງໃນໄລຍະຍາວ. ສ່ວນຈີນໄດ້ຄົ້ນຄວ້າຮູບແບບການພັດທະນາແບບຫຼາຍມິຕິຄື:ການປົວແປງທະເລຊາຍ ໄປຄຽງຄູ່ກັບການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ ຊຶ່ງສາມາດຜະລິດໄຟຟ້າຢູ່ເທິງແຜງໂຊລາເຊລ, ປ້ອງກັນດິນຊາຍເຄື່ອນທີ່ຢູ່ໃຕ້ແຜງໂຊລາເຊລ ແລະ ປູກພືດລ້ຽງສັດຢູ່ຊ່ອງວ່າງ, ປ່ຽນວຽກງານປົວແປງທະເລຊາຍຈາກ "ພາລະ" ໃຫ້ກາຍເປັນ "ອຸດສາຫະກຳສີຂຽວທີ່ສ້າງລາຍຮັບໄດ້" ຢ່າງສິ້ນເຊີງ. ໂຄງການປົວແປງທະເລຊາຍ ແລະ ຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນທີ່ທະເລຊາຍຄູ້ບູ້ສີສາມາດຜະລິດໄຟຟ້າໄດ້ຫຼາຍກວ່າ 5.1 ຕື້ກິໂລວັດໂມງຕໍ່ປີ, ປົວແປງທະເລຊາຍໄດ້ຫຼາຍກວ່າ 6,000 ເຮັກຕາ, ຫຼຸດຜ່ອນຂີ້ຕົມດິນຊາຍທີ່ໄຫຼລົງສູ່ແມ່ນ້ຳເຫຼືອງ, ບັນລຸຄຸນຄ່າສາມດ້ານຄື: ການປົກປັກຮັກສາລະບົບນິເວດ, ພະລັງງານສະອາດ ແລະ ການເພີ່ມລາຍຮັບໃຫ້ແກ່ປະຊາຊົນ.

ຍອ​ນ​ຫຍງ​ບດ​ຮຽນ​ດານ​ການ​ຕານ​ການ​ກາຍ​ເປນທະ​ເລ​ຊາຍ​ຂອງ​ຈນ ​ຈງ​ໄດ​ຮບ​ຄວາມ​ນ​ຍມ​​ທວ​ໂລກ - image 3
 

ສິ່ງທີ່ສຳຄັນກວ່ານັ້ນຄື: ຈີນໄດ້ຢຶດໝັ້ນຫຼັກການຮ່ວມມືທາງດ້ານນິເວດແບບເປີດກວ້າງ, ແບ່ງປັນ ແລະ ປາສະຈາກເງື່ອນໄຂເພີ່ມເຕີມ. ຕ່າງຈາກຮູບແບບການຮ່ວມມືກັບຕ່າງປະເທດຂອງຕາເວັນຕົກ, ຈີນໄດ້ຢຶດໝັ້ນແບບສີຂຽວ, ຊົມໃຊ້ຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຈີນໄດ້ຮ່ວມມືກັບລາວໃນດ້ານສິ່ງແວດລ້ອມນິເວດຂ້າມຊາຍແດນ, ຊ່ວຍເຫຼືອທ້ອງຖິ່ນໃນການຄຸ້ມຄອງດິນ ແລະ ນ້ຳ, ຟື້ນຟູປ່າໄມ້, ຮ່ວມກັນປົກປັກຮັກສາກຳແພງສີຂຽວຂ້າມຊາຍແດນ. ພ້ອມກັນນັ້ນ, ເຕັກໂນໂລຊີການປ້ອງກັນການກາຍເປັນທະເລຊາຍ ແລະ ຮູບແບບການປ້ອງກັນການກາຍເປັນທະເລຊາຍໄປຄຽງຄູ່ກັບການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນໄດ້ຖືກນຳໄປຈັດຕັ້ງປະຕິບັດຢູ່ມົງໂກລີ, ຊາອຸດິດ ອາຣັບບີ ແລະ ຫຼາຍປະເທດໃນອາຟຣິກາ, ສະໜອງຮູບແບບ ແລະ ກຳລັງຂອງຈີນໃຫ້ແກ່ການຫັນເປັນສີຂຽວຂອງບັນດາປະເທດເຂດໂລກໃຕ້.

ແມ່ນ້ຳ ແລະ ພູດອຍສີຂຽວບໍ່ເຄີຍຫຼອກລວງ, ການເວລາກໍມີຄວາມຍຸຕິທຳສະເໝີ. ຕໍ່ໄປ, ຈີນຈະສືບຕໍ່ຢຶດໝັ້ນການປົກປັກຮັກສາພູຂຽວນ້ຳໃສຕະຫຼອດໄປ, ແບ່ງປັນຜົນງານຈາກການພັດທະນາດ້ວຍທ່າທີທີ່ເປີດກວ້າງການເປີດປະຕູ ແລະ ກວມລວມ, ຮ່ວມກັນກັບທົ່ວໂລກເພື່ອຂຽນໜ້າໃໝ່ແຫ່ງການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດກັບທຳມະຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ