ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ
ໃນຊຸມປີມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືດາໂວສລະດູຮ້ອນໄດ້ສ້າງພະລັງຊີວິດໃຫ້ແກ່ໄລຍະລະດູຮ້ອນຢ່າງບໍ່ຢຸດຢັ້ງ. ກອງປະຊຸມເວທີປຶກສາຫາລືລະດູຮ້ອນປີ 2025 ທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ໃນລະຫວ່າງວັນທີ 24 ຫາ 26 ມິຖຸນາ ຜ່ານມານີ້ ໄດ້ດຶງດູດແຂກຜູ້ມີກຽດເກືອບ 1.800 ທ່ານ ທີ່ມາຈາກ 90 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກເຂົ້າຮ່ວມ ຊຶ່ງເປັນຈຳນວນຫຼາຍກວ່າໝູ່ໃນຊຸມປີມໍ່ໆມານີ້. ບຸກຄົນໃນວົງການອຸດສາຫະກຳ ແລະ ການຄ້າທັງຫຼາຍຈາກທົ່ວໂລກຕ່າງຫວັງວ່າຈະລົງທຶນຢູ່ຈີນ ແລະ ຄອງຄອຍທີ່ຈະລົງເລິກການຮ່ວມມືດ້ານການຄ້າກັບຈີນ.
ຍອນ​ຫຍງ​ຈງຮກ​ສາ​ການ​ພວ​ພນຢາງ​ແໜນ​ແຟນ​ກບ​ຈນ - image 1
 

“ຈີນມີຕະຫຼາດການບໍລິໂພກທີ່ໃຫຍ່ໂຕມະໂຫລານ ແລະ ເຕັມໄປດ້ວຍພະລັງຊີວິດ” “ແຕ່ລະມື້ຕ່າງກໍມີການປະດິດສ້າງໃໝ່, ຂະແໜງການໃໝ່ ແລະ ເຕັກໂນໂລຊີໃໝ່ໄດ້ຮັບການພັດທະນາຢ່າງວ່ອງໄວ” “ສະພາບແວດລ້ອມໃນການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ” ແຂກທີ່ເຂົ້າຮ່ວມກອງປະຊຸມຕ່າງໆພາກັນກ່າວວ່າ: ພາຍໃຕ້ສະຖານະການສາກົນທີ່ເຕັມໄປດ້ວຍສິ່ງທ້າທາຍຕ່າງໆ, ຈີນຈະສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ເສດຖະກິດໂລກ ແລະ ການພັດທະນາຂອງວິສາຫະກິດຂ້າມຊາດ.

ໃນຕະຫຼາດຈີນ, ແຕ່ລະປີມີການບໍລິໂພກເກືອບ 50.000 ຕື້ຢວນ, ການລົງທຶນຫຼາຍກວ່າ 50.000 ຕື້ຢວນ ແລະ ການນຳເຂົ້າຫຼາຍກວ່າ 20.000 ຕື້ຢວນ ຊຶ່ງຍັງສືບຕໍ່ຂະຫຍາຍຕົວຢູ່. ກຸ່ມລາຍຮັບປານກາງເພີ່ມຂຶ້ນ, ອັດຕາສ່ວນຜູ້ອາຍຸສູງເພີ່ມຂຶ້ນ ແລະ ສະຕິໃນການຮັກສາສຸຂະພາບຂອງຜູ້ບໍລິໂພກໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ທັງໝົດນີ້ໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນໃຫຍ່ຫຼວງຂອງຕະຫຼາດການບໍລິໂພກຂອງຈີນ.

ພະລັງຂັບເຄື່ອນດ້ານການຜະລິດຂອງຈີນແມ່ນມາຈາກການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ. ໜ່ວຍວັດແທກເພື່ອຄິດໄລ່ຈຳນວນພະນັກງານທີ່ເຮັດວຽກເຕັມເວລາ ຫຼື FTE (Full-Time Equivalent) ຂອງຜູ້ຄົ້ນຄວ້າ ແລະ ພັດທະນາຂອງຈີນໄດ້ຈັດຢູ່ໃນອັນດັບທຳອິດຂອງໂລກເປັນເວລາຫຼາຍປີຕິດຕໍ່ກັນ, ສ້າງເປັນລະບົບວິຊາທີ່ຄົບຖ້ວນທີ່ສຸດ ແລະ ຂະໜາດໃຫຍ່ທີ່ສຸດໃນໂລກ. ປັດໄຈສຳຄັນດັ່ງກ່າວໄດ້ດຶງດູດຊັບພະຍາກອນດ້ານການປະດິດສ້າງໃໝ່ ແລະ ເຕົ້າໂຮມກຳລັງການປະດິດສ້າງໃໝ່ໃນໂລກ.

ເມື່ອບໍ່ດົນມານີ້, Goldman Sachs, J.P. Morgan ແລະ ອົງການສາກົນອື່ນໆໄດ້ພາກັນປັບຂຶ້ນການຄາດຄະເນການເຕີບໂຕເສດຖະກິດຈີນ ປີ 2025. ໃນ 5 ເດືອນປີນີ້, ວິສາຫະກິດທີ່ລົງທຶນໂດຍຕ່າງປະເທດທີ່ສ້າງຕັ້ງໃໝ່ຢູ່ຈີນມີ 24.018 ແຫ່ງ, ເພີ່ມຂຶ້ນ 10.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວິສາຫະກິດຂ້າມຊາດໄດ້ພິສູດໃຫ້ເຫັນດ້ວຍການກະທຳຕົວຈິງວ່າ: ບໍ່ວ່າໄລຍະຜ່ານມາກໍຄືປັດຈຸບັນ, ພວກເຂົາເຈົ້າຕ່າງກໍຫວັງຢາກເດີນທາງຄຽງຂ້າງກັບຈີນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ກະຊວງສາທາລະນະສຸກກຳປູເຈຍໄດ້ເປີດເຜີຍວ່າ, ກຳປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ຫຼື Mpox ກໍລະນີໃໝ່ເປັນຄັ້ງທຳອິດ ຫຼັງຈາກບໍ່ມີການລະບາດຂອງພະຍາດດັ່ງກ່າວໃນປະເທດເປັນເວລາ 30 ເດືອນ (2.5 ປີ). ໂດຍຄົນເຈັບໄດ້ກວດພົບວ່າຕິດເຊື້ອໃນວັນທີ 20 ພະຈິກ ຜ່ານມາ, ປັດຈຸບັນກໍາລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີການເປີດເຜີຍລາຍລະອຽດເພີ່ມເຕີມ.
ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ພະຈິກນີ້ ວ່າ: ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມທີ່ນະຄອນຈີວຊວນ ທາງທິດຕາເວັນຕົກສຽງເໜືອຂອງຈີນ.
ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດພິທີ​ປະ​ກາດ​ການ​ວາງ​ແຜນ​ກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ ຂຶ້ນ​ຢູ່ສູນວາງສະແດງການວາງແຜນຜັງເມືອງ, ຕາ​ແສງອານແຄ້ງ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ພະຈິກ ຜ່ານມາ ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ, ລັດຖະບານຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງຫ້ອງການທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານໃຫ້ແກ່ທະນາຄານດັ່ງກ່າວໃນການສ້າງຫ້ອງການຢູ່ຮົງກົງ.
ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຫິມະຕົກໜັກໃນແຂວງຟູກຸຊິມະ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ຕົ້ນໄມ້ລົ້ມກີດຂວາງຖະໜົນຫຼາຍສາຍ, ເຮັດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວຕິດຄ້າງໃນໝູ່ບ້ານແຫ່ງໜຶ່ງ ປະມານ 1,400 ຄົນ.
ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະເທດເລັ່ງພັດທະນາຂີດຄວາມສາມາດດ້ານປັນຍາປະດິດ (AI) ເພື່ອແຂ່ງຂັນໃນເວທີໂລກ ໂດຍລະບຸວ່າ: ຄວາມໄວແມ່ນປັດໄຈສຳຄັນໃນການແຂ່ງຂັນ ໃນຂະນະທີ່ຢ້ຽມຢາມສູນຂໍ້ມູນທີ່ກຳລັງກໍ່ສ້າງຢູ່ເມືອງອຸລຊານ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ເພີ່ມເຕີມ