ຍ້ອນຖືເອົາກະສິກໍາອິນຊີເປັນຫຼັກລາຍຮັບປະຊາຊົນບ້ານທ່າຊ້າງຈຶ່ງໝັ້ນຄົງ

ຍ້ອນຖືເອົາກະສິກໍາອິນຊີເປັນຫຼັກລາຍຮັບປະຊາຊົນບ້ານທ່າຊ້າງຈຶ່ງໝັ້ນຄົງ

ຍ້ອນຖືເອົາກະສິກໍາອິນຊີເປັນຫຼັກລາຍຮັບປະຊາຊົນບ້ານທ່າຊ້າງຈຶ່ງໝັ້ນຄົງ
ການຜະລິດພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳອິນຊີ ໄດ້ຍົກຊີວິດການເປັນຢູ່ຂອງຊາວສວນບ້ານທ່າຊ້າງດີຂຶ້ນໂດຍການສົ່ງຜົນຜະລິດໄປຂາຍໃນຕະຫຼາດອິນຊີຂອງນະຄອນຫຼວງວຽງຈັນ 271 ໂຕນ/ປີ, ມູນຄ່າ 5.9ຕື້ກີບ/ປີ, ສະເລ່ຍໃສ່ຄອບຄົວທີ່ເຮັດການຜະລິດໄດ້ຮັບ 73 ລ້ານກວ່າກີບ/ຄອບຄົວ/ປີ; ພ້ອມນີ້, ຍັງໄດ້ເຮັດສັນຍາຜູກພັນສອງສົ້ນໃນການສະໜອງພືດຜັກໃຫ້ຜູ້ປະກອບການເປັນຕົ້ນບໍລິສັດຊີພີ, ເມືອງລາວຟຸດ ໃນການເກັບຊື້ຜົນຜະລິດອາທິດລະ 1 ໂຕນ.
ຍອນຖເອາກະສກາອນຊເປນຫກລາຍຮບປະຊາຊນບານທາຊາງຈງໝນຄງ - image 1
 

 

ສະຫາຍ ວິໄລພອນ ເພັດນະຄອນສີ ຮອງປະທານສະຫະກອນທ່າຊ້າງ ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກນະຄອນຫຼວງວຽງ ຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດໃນຫົວຂໍ້: “ຕົວແບບສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງ” ວ່າ: ສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງ ສ້າງຕັ້ງຂຶ້ນໃນປີ 2021 ຕາມທະບຽນເລກທີ 0023 ລົງວັນທີ 18 ມີນາ 2023 ເປັນສະຫະກອນໜຶ່ງຂອງເມືອງປາກງື່ມ ຊຶ່ງເມື່ອກ່ອນແມ່ນເປັນກຸ່ມຜະລິດກະສິກຳອິນຊີ, ເລີ່ມຕົ້ນຈັດຕັ້ງປະຕິບັດປີ 2011, ມີເນື້ອທີ່ 1.2 ເຮັກຕາ, ຜະລິດພືດຜັກໄດ້ 54 ໂຕນ/ປີ. ປັດຈຸບັນ, ໄດ້ຈັດຕັ້ງເປັນສະຫະກອນ, ມີຫ້ອງການຕັ້ງຢູ່ບ້ານທ່າຊ້າງ ເມືອງປາກງື່ມ, ມີສະມາຊິກທັງໝົດ 108 ຄອບຄົວ, ເນື້ອທີ່ທັງໝົດ 139,34 ຮຕ, ຜົນຜະລິດທັງໝົດ 4,170ໂຕນ/ປີ, ສະຫະກອນມີຄະນະບໍລິຫານງານຈໍານວນ6 ຄົນ, ຄະນະກວດກາ 3 ຄົນ, ກວດກາມາດຕະຖານ ICS ຈໍານວນ 5 ຄົນ, ສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງ ແມ່ນໄດ້ຮັບການຊຸກຍູ້ຈາກພະແນກກະສິກຳ ແລະ ປ່າໄມ້ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງ.

ຕະຫຼອດໄລຍະ 5 ປີຜ່ານມາ, ສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງ ມີບາດກ້າວຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນເມື່ອທຽບໃສ່ເມື່ອກ່ອນ, ບົດບາດ ແລະ ໜ້າທີ່ຫຼັກຂອງສະຫະກອນແມ່ນສຸມໃສ່ການຄຸ້ມຄອງບໍລິຫານສະຫະກອນ, ຄຸ້ມຄອງການຜະລິດຕາມມາດຕະຖານກະສິກຳອິນຊີຂອງສະມາຊິກ, ການຊອກຫາແຫຼ່ງທຶນເພື່ອພັດທະນາໂຄງລ່າງພື້ນຖານ, ການບໍລິຫານທຸລະກິດ, ການຜະລິດ, ການຊື້-ຂາຍ ແລະ ສ້າງກອງທຶນຂອງສະຫະກອນເພື່ອໃຫ້ສະມາຊິກມີສ່ວນຮ່ວມໃນການພັດທະນາການຜະລິດກະສິກຳອິນຊີໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ.

ສະຫະກອນໄດ້ຮັບການສະໜັບສະໜູນຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ. ມາຮອດປັດຈຸບັນ, ມີຫ້ອງການ 1 ຫຼັງ, ຮ້ານຂາຍເຄື່ອງຂອງສະຫະກອນ 1 ຫຼັງ, ໂຮງເຮືອນຜະລິດຝຸ່ນ 1 ຫຼັງ, ມີເຮືອນຮົ່ມປູກພືດຜັກ 440 ຫຼັງໃນນັ້ນເຮືອນຮົ່ມທີ່ສ້າງດ້ວຍໂຄງເຫຼັກ ແລະ ເສົາຊີມັງຈໍານວນ 300 ຫຼັງ, ສາງເຢັນເກັບມ້ຽນພືດຜັກ 1 ຫຼັງ, ຜະລິດຈຸລິນຊີຮັບໃຊ້ການຜະລິດດ້ວຍຕົນເອງ, ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະຫະກອນຈາກຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງບໍລິຫານ. ໄລຍະທີ່ຜ່ານມາ, ໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີທຸກໆປີ, ໄດ້ຮັບໃບຢັ້ງຢືນເປັນຜະລິດຕະພັນໂອດ໊ອບ, ດ້ານລະບົບການສະໜອງນໍ້າໄດ້ຮັບການຊ່ວຍເຫຼືອປັບປຸງດີຂຶ້ນ, ມີສ່ວນຮ່ວມໃນການເຂົ້າຮ່ວມໃນງານວາງສະແດງໃນວັນສໍາຄັນຕ່າງໆຂອງຊາດ, ໄດ້ຮັບການອໍານວຍຄວາມສະດວກ ແລະ ການເຂົ້າຫາແຫຼ່ງທຶນສະຫະກອນ, ການຫັນເປັນສະຫະກອນແມ່ນມີຄວາມສະດວກຂຶ້ນຖ້າທຽບໃສ່ການເປັນກຸ່ມການຜະລິດ; ມີການຮ່ວມມືຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນເຂົ້າຊ່ວຍຊຸກຍູ້ສະໜັບສະໜູນເພື່ອຊ່ວຍໃນການພັດທະນາສະຫະກອນໃຫ້ມີຄວາມເຂັ້ມແຂງ. ນອກຈາກນີ້, ຍັງໄດ້ມີໂອກາດໃນການເຂົ້າຮ່ວມເປັນສະມາຊິກຫຼາຍໆເຄືອຂ່າຍຜະລິດກະສິກຳ ແລະ ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນຫຼາຍຂຶ້ນ.

ສິ່ງທີ່ພົ້ນເດັ່ນແມ່ນການຜະລິດແລະການຈໍາໜ່າຍ, ສາມາດຜະລິດພືດຜັກ ແລະ ໝາກໄມ້ອິນຊີເພື່ອເຂົ້າໄປຂາຍໃນຕະຫຼາດອິນຊີຂອງນະຄອນຫຼວງວຽງຈັນ 271 ໂຕນ/ປີ, ມູນຄ່າ 5.9 ຕື້ກີບ/ປີ, ສະເລ່ຍໃສ່ຄອບຄົວທີ່ເຮັດການຜະລິດໄດ້ຮັບ 73 ລ້ານກວ່າກີບ/ຄອບຄົວ/ປີ. ນອກຈາກນີ້, ທາງສະຫະກອນຍັງໄດ້ເຮັດສັນຍາຜູກພັນສອງສົ້ນໃນການສະໜອງພືດຜັກໃຫ້ຜູ້ປະກອບການເປັນຕົ້ນບໍລິສັດຊີພີ, ເມືອງລາວຟຸດໃນການເກັບຊື້ຜົນຜະລິດອາທິດລະ 1 ໂຕນ, ເຫັນວ່າການຜະລິດພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳອິນຊີໄດ້ຍົກຊີວິດການເປັນຢູ່ຂອງຊາວສວນດີຂຶ້ນຫຼາຍຖ້າທຽບໃສ່ໃນເມື່ອກ່ອນ, ອັນໄດ້ເຮັດໃຫ້ການຜະລິດກະສິກຳອິນຊີກາຍເປັນແຫຼ່ງລາຍຮັບຫຼັກຂອງຊາວບ້ານທ່າຊ້າງ;ສະແດງໃຫ້ເຫັນຄືແຕ່ລະຄອບຄົວມີລົດບັນທຸກຂະໜາດນ້ອຍເພື່ອແກ່ເອົາຜົນຜະລິດມາຂາຍຢູ່ຕະຫຼາດອິນຊີແລະຕະຫຼາດແຫ່ງອື່ນໆໃນນະຄອນຫຼວງວຽງຈັນ. ນອກນັ້ນ,ຍັງໄດ້ມີການປັບປຸງສິ່ງອໍານວຍຄວາມສະດວກ, ພື້ນຖານການຜະລິດ, ທີ່ຢູ່ອາໄສໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.

ຍອນຖເອາກະສກາອນຊເປນຫກລາຍຮບປະຊາຊນບານທາຊາງຈງໝນຄງ - image 2
 

ຄຽງຄູ່ກັນນັ້ນ, ຍັງມີສິ່ງທ້າທາຍໃນການຈັດຕັ້ງປະຕິບັດໃນຮູບແບບສະຫະກອນເຫັນວ່າເປັນສິ່ງໃໝ່ສໍາລັບຊາວກະສິກອນເຮັດໃຫ້ບົດຮຽນການນໍາພາ ແລະ ການສ້າງຄວາມເຂົ້າໃຈກັບສະມາຊິກຈໍານວນໜຶ່ງຍັງບໍ່ທັນເຂັ້ມແຂງ, ການພັດທະນາຮູບແບບສະຫະກອນແບບໃໝ່ຈະຕ້ອງໄດ້ຖອດຖອນບົດຮຽນຈາກປະເທດໃກ້ຄຽງທີ່ມີບົດຮຽນໃນດ້ານນີ້ມາແລ້ວ.

ຜົນສໍາເລັດທີ່ກ່າວມາຂ້າງເທິງ, ແມ່ນບົດຮຽນ ແລະ ປະສົບການທີ່ສະຫະກອນຜະລິດກະສິກຳອິນຊີໄດ້ພັດທະນາຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນເຮັດໃຫ້ມີຄວາມຍືນຍົງແລະສາມາດແກ້ໄຂຊີວິດການເປັນຢູ່ຂອງສະມາຊິກໄດ້.ໃນນາມຕາງໜ້າໃຫ້ສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງ, ສະຫາຍ ວິໄລພອນ ເພັດນະຄອນສີ ກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການຊີ້ນໍາ-ນໍາພາຂອງພັກ, ອົງການປົກຄອງ, ອົງການຈັດຕັ້ງສາກົນແລະທຸກພາກສ່ວນທີ່ກ່ຽວຂ້ອງຊຶ່ງຍາມໃດກໍເປັນຫ່ວງເປັນໄຍ ແລະ ຊຸກຍູ້ສະຫະກອນຜະລິດກະສິກຳອິນຊີຕະຫຼອດມາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ