![]() |
ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ໂດຍອີງຕາມກົດລະບຽບພັກປະຊາຊົນ ປະຕິວັດລາວ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ແຜນດໍາເນີນງານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ສະບັບເລກທີ 375 ຄອກຊ, ລົງວັນທີ 2 ກັນຍາ 2025, ຄະນະບໍລິຫານງານພັກກະຊວງສະໄໝທີ V ໄດ້ເປີດ ບັ້ນດໍາເນີນຊີວິການເມືອງທ້າຍສະໄໝເພື່ອສະຫຼຸບຕີລາຄາຄືນ ແລະ ຖອດຖອນບົດຮຽນໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກະຊວງ ຍທຂ ຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ດໍາເນີນການສໍາຫຼວດບຸກຄົນ, ຄະນະພັກ ເພື່ອກໍ່ສ້າງຊຶ່ງກັນ ແລະ ກັນຕາມລະບຽບຂອງພັກ.
![]() |
ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນຮັບຟັງຜົນສຳເລັດການດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກກະຊວງສະໄໝທີ V ທ້າຍສະໄໝ; ຜ່ານຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນໍາພາລວມ ເພື່ອໃຫ້ບັນດາສະຫາຍຜູ້ແທນສົມບູນໄດ້ປະກອບຄໍາເຫັນກ່ອນປັບປຸງ ແລະ ນຳໄປຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງທ້າຍສະໄໝ. ພ້ອມທັງມີການທາບທາມບຸກຄະລະກອນເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ 3.
ຂ່າວ-ພາບ: ບຸນຕອມ+ບຸນອູ້ມ


ຄໍາເຫັນ