ຂ່າວລະບຸວ່າ: ເຂົ້າຮ່ວມກອງປະຊຸມໃນຖານະເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP), ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງທີ່ສຳຄັນ ແລະ ຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.. ດ້ວຍຫົວຂໍ້ “ນຳພາເສັ້ນທາງໄປສູ່ຄວາມວັດທະນາຖາວອນແບບຍືນຍົງ, ກວມລວມ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານການຄ້າ, ການລົງທຶນ ແລະ ນະວັດຕະກຳ ໂດຍອີງຕາມກົດໝາຍ”, ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນ, ລວມມີ ການປັບປຸງລະບົບການຄ້າທົ່ວໂລກອີງຕາມກົດໝາຍ, ເພີ່ມທະວີຄວາມສາມາດໃນການຟື້ນຟູລະບົບສະໜອງ ແລະ ຄວາມໝັ້ນຄົງດ້ານເສດຖະກິດ, ຍູ້ແຮງນະວັດຕະກຳເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຊຸກຍູ້ການແກ້ງແຍ່ງກັນຢ່າງມີຄວາມສະເໝີພາບ.
ນາຍົກລັດຖະມົນຕີ ຫວຽດນາມ ພົບປະເຈລະຈາກັບນາຍົກລັດຖະມົນຕີ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ຄໍາເຫັນ