ອຄ ແຂວງຄຳມ່ວນ ໃຫ້ສຳພາດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ

ອຄ ແຂວງຄຳມ່ວນ ໃຫ້ສຳພາດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ
ທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ (ອຄ) ແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງວ່າ: ເພື່ອເປັນການຫ້າງຫາກະກຽມໃຫ້ແກ່ການວາງສະແດງ ແລະ ຈໍາ ໜ່າຍສິນຄ້າຕິດພັນກັບງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈໍາປີ 2023 ຢູ່ເທດສະບານເມືອງທ່າແຂກ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ຕຸລານີ້.
ທາງສະພາການຄ້າ ແລະ ອຸດສາຫະກໍາແຂວງກໍໄດ້ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍໄດ້ຮັບການມອບໝາຍຈາກຄະນະຮັບຜິດຊອບການຈັດງານໃຫ້ມີການຫ້າງຫາກະກຽມການຈັດວາງສະແດງ ແລະ ຈໍາໜ່າຍສິນຄ້າໂດຍສະເພາະກໍແມ່ນສິນຄ້າທີ່ຜະລິດຂຶ້ນພາຍໃນແຂວງ ແລະ ສິນຄ້າທີ່ຜະລິດຢູ່ ສປປ ລາວ ພ້ອມກັນນັ້ນກໍໄດ້ມີສິນຄ້າທີ່ມາຈາກຕ່າງປະເທດຈໍານວນໜຶ່ງ ຊຶ່ງໄດ້ນໍາມາຈໍາໜ່າຍຂາຍພາຍໃນຂອບເຂດງານບຸນໃນປີນີ້ຊຶ່ງຜ່ານການຫ້າງຫາກະກຽມພວກເຮົາກໍໄດ້ມີການແຈ້ງການເຖິງບັນດາເມືອງ ແລະ ເຈົ້າຂອງຜູ້ຜະລິດ ຊຶ່ງເປັນຜະລິດຕະພັນພາຍໃນຂອງພວກເຮົາໃຫ້ມາຮ່ວມວາງສະແດງ ແລະ ຈໍາໜ່າຍສິນຄ້າທັງນີ້ກໍເພື່ອເປັນກະຕຸກຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ,ຂະໜາດກາງຢູ່ພາຍໃນແຂວງໄດ້ມີໂອກາດນໍາເອົາສິນຄ້າຂອງຕົນເອງມາວາງສະແດງ ແລະ ຈໍາໜ່າຍ. ພ້ອມກັນນັ້ນກໍເພື່ອເປັນການຊອກຫາຄູ່ຮ່ວມທາງທຸລະກິດເພື່ອເປັນການແລກປ່ຽນ ແລະ ຊື້-ຂາຍຜະລິດຕະພັນນໍາກັນ , ອີກດ້ານໜຶ່ງສໍາລັບໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື (ODOP)ມາຮອດປັດຈຸບັນແມ່ນໄດ້ຖືກຍອມຮັບຈາກຜູ້ຊົມໃຊ້ນັບມື້ນັບຫຼາຍຂຶ້ນໂດຍສະເພາະສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍໃນປັດຈຸບັນ ຊຶ່ງປະກອບມີແຜ່ນແພ, ເຄື່ອງຈັກສານ, ຫັດຖະກໍາປັ່ນໝໍ້ຫຼໍ່ໄຫ ຊຶ່ງປະເພດສິນຄ້າດັ່ງກ່າວພາຍໃນແຂວງຂອງພວກເຮົາແມ່ນໄດ້ມີລູກຄ້າໄດ້ມາຈັບຈອງແລ້ວນໍາໄປຈໍາໜ່າຍຢູ່ສະຖານທີ່ຕ່າງໆ ແລະ ເປັນທີ່ນິຍົມຂອງລູກຄ້າຢ່າງແຜ່ຫຼາຍພ້ອມທັງເປັນຜະລິດຕະພັນທີ່ທາງພາກລັດໄດ້ໃຫ້ການຊຸກຍູ້ສົ່ງເສີມ .
ສໍາລັບສິນຄ້າ (ODOP) ແມ່ນໄດ້ສະເໜີໃຫ້ 10 ເມືອງທົ່ວແຂວງໄດ້ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ທີ່ບໍລິເວນຫໍໄຫວ້ມູນເຊື້ອ 21 ມີນາແຕ່ຍັງ 3 ເມືອງທີ່ບໍ່ໄດ້ເຂົ້າມາວາງສະແດງເນື່ອງຈາກວ່າຄານໍາເອົາຜະລິດຕະພັນຂອງເມືອງໄປຮ່ວມງານວາງສະແດງ ແລະ ຈໍາໜ່າຍຢູ່ນະຄອນຫຼວງວຽງຈັນເປັນຕົ້ນແມ່ນເມືອງນາກາຍ, ເມືອງຄູນຄໍາ ແລະ ເມືອງຫີນບູນ. ພິເສດທາງສະຫະພັນແມ່ຍິງແຂວງກໍໄດ້ຮ້ານຄ້າວາງສະແດງ ແລະ ຈໍາໜ່າຍທີ່ເປັນຜະລິດພັນພາຍໃນແຂວງ ຊຶ່ງໄດ້ນໍາເອົາຜະລິດຕະພັນມາຮ່ວມໃນງານຄັ້ງນີ້ດ້ວຍ. ນອກຈາກນັ້ນ ຍັງມີຫົວໜ່ວຍຜູ້ຜະລິດອີກຈໍານວນໜຶ່ງໂດຍສະເພາະແມ່ນແຈ່ວ, ປະເພດຢາສະໝຸນໄພ ແລະ ສິນຄ້າປະເພດອື່ນໆເຊັ່ນ: ຊາ ແລະ ກາເຟ. ສໍາລັບໃນພາກສ່ວນທົ່ວໄປຂອງງານແມ່ນມີຮ້ານຈໍາໜ່າຍສິນຄ້າປະເພດຕ່າງໆລວມທັງການຂາຍບັ້ງເຂົ້າຫຼາມ, ປີ້ງໄກ່ຈໍານວນ 300 ກວ່າລ໋ອກ ຊຶ່ງເຫັນວ່າຫຼາຍກວ່າປີຜ່ານມາ. ໃນປີນີ້ຄະນະຮັບຜິດຊອບຈັດງານບຸນກໍໄດ້ເນັ້ນຄວາມເປັນລະບຽບຮຽບຮ້ອຍ, ເນັ້ນດ້ານຄວາມສວຍງາມເພື່ອເຮັດໃຫ້ຜູ້ຄົນທີ່ມາທ່ຽວໃນງານມີຄວາມປະທັບໃຈ ຊຶ່ງໃນໄລຍະວັນທີ 25- 26 ຕຸລາ ຜ່ານມາທາງເມືອງ ແຂວງຄໍາມ່ວນ ກໍໄດ້ເປີດຂະບວນການເຮັດອະນາໄມລວມ ຊຶ່ງບໍ່ໄດ້ເນັ້ນສະເພາະໃນງານບຸນເທົ່ານັ້ນແຕ່ເປັນການອະນາໄມໃນທົ່ວເທດສະບານເມືອງ, ທັງນີ້ກໍເພື່ອເປັນການປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນໄດ້ຫັນມາໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ດ້ານການຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍລວມເຖິງບັນຫາສິ່ງແວດລ້ອມອ້ອມຂ້າງຂອງພວກເຮົາ ເພື່ອເປັນການຮອງຮັບທີ່ປະເທດລາວເຮົາຈະເປີດປີທ່ອງທ່ຽວໃນປີ 2024 ຊຶ່ງແຂວງຄໍາມ່ວນຈະໄດ້ເນັ້ນໃນດ້ານການເປັນເຈົ້າພາບທີ່ດີ, ສ້າງຕົວເມືອງໃຫ້ມີຄວາມສະອາດສວຍງາມ, ໃຫ້ເມືອງເປັນທີ່ໜ້າທ່ຽວໜ້າຊົມ ແລະ ເປັນເມືອງທີ່ໜ້າຢ້ຽມຢາມ;
ພ້ອມກັນນີ້, ທ່ານ ໄທຍະພອນ ສິງທອງ ກໍໄດ້ຂໍເຊີນຊວນທຸກຫົວໜ່ວຍທຸລະກິດທຸກພາກສ່ວນນັບແຕ່ຫົວໜ່ວຍທຸລະກິດຂັ້ນຄອບຄົວຈົ່ງພ້ອມກັນຜະລິດສິນຄ້າພາຍໃນໃຫ້ມີຄວາມຫຼາກຫຼາຍທັງນີ້ກໍເພື່ອໃຫ້ສອດຄ່ອງກັບແນວທາງຂອງພັກ ແລະ ລັດຖະບານວາງອອກວ່າດ້ວຍການປະຕິບັດສອງວາລະແຫ່ງຊາດໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບບັນຫາເສດຖະກິດ-ການເງິນ ຊຶ່ງມາຮອດປັດຈຸບັນນີ້ພວກເຮົາກໍໄດ້ມີການສູ້ຊົນເພື່ອຜະລິດສິນຄ້າຢູ່ພາຍໃນໃຫ້ມີຄວາມຫຼາກຫຼາຍເພື່ອໃຫ້ເທົ່າທຽມກັບຜະລິດຕະພັນຂອງປະເທດເພື່ອນບ້ານ ແລະ ການຊົມໃຊ້ຜະລິດຕະພັນພາຍໃນຂອງພວກເຮົາກໍໃຫ້ນັບມື້ນັບຫຼາຍຂຶ້ນ.
(ຂ່າວ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ