![]() |
ໃນພິທີ, ປະທານກອງປະຊຸມໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ໄດ້ຍົກໃຫ້ເຫັນມູນເຊື້ອທາດແທ້ ຂອງຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ, ໄດ້ສ່ອງແສງໃຫ້ປະຫວັດແຫ່ງການກໍາເນີດຂອງສະຫະພັນກຳມະບານລາວ ຮອດປັດຈຸບັນ ໂດຍຜ່ານການເຄື່ອນໄຫວປະຕິບັດພາລະກິດປະຕິວັດ, ຈັດຕັ້ງການນໍາພາສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບໃນການອອກແຮງງານ, ປະຕິບັດສິດ ແລະ ພັນທະຂອງຕົນ, ສ້າງສະຕິເຄົາລົບລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ນໍ້າໃຈຮັບຜິດຊອບ, ການປະດິດສ້າງ ໃໝ່, ພັດທະນາສີມື ແຮງງານ, ຊຸກຍູ້ຂະບວນການແຂ່ງຂັນຂອງກໍາມະບານຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຕາມກົດໝາຍດ້ວຍຫຼາຍຮູບແບບ, ຊຸກຍູ້ສ້າງສັນຍາແຮງງານບຸກຄົນ, ລວມໝູ່, ສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃນແຕ່ລະໄລຍະ, ຂະຫຍາຍການຈັດຕັ້ງກຳມະບານເຂົ້າສູ່ຫົວໜ່ວຍແຮງງານ, ເຂົ້າຮ່ວມໃນການສ້າງ ແລະ ປັບປຸງນິຕິກໍາຕ່າງໆທີີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານຢ່າງເປັນເຈົ້າການ.
ພ້ອມນີ້, ກອງປະຊຸມກໍໄດ້ເຜີຍແຜ່ເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ສະມາຊິກພັກ-ພະນັກງານທົ່ວປວງຊົນມີຄວາມຮັບຮູ້, ມີຄວາມຮັບຜິດຊອບ, ຖືເປັນວຽກງານສຳຄັນ, ມີຄວາມເຂົ້າໃຈ ແລະ ຖືເປັນເອກະພາບສູງໃນໃຊ້ສິດຂອງຕົນຢ່າງເຕັມທີ່ ໃນການກະກຽມການດຳເນີນການເລືອກຕັ້ງໃນຄັ້ງນີ້ ປະກອບມີ 4 ເອກະສານ ຄື: 1) ເອກະສານການເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການນໍາພາຊີ້ນໍາ ຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, 2) ເອກະສານ ການເພີ່ມທະວີການນໍາພາຂອງແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າ, 3) ເອກະສານອະທິບາຍບາງເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ 4) ເອກະສານການເຊື່ອມຊຶມ ແລະ ການຈັດຕັ້ງປະຕິບັດແຜນການດໍາເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V.
ຂ່າວ: ອກລ, ພາບ: ພູວຽງຄຳ

ຄໍາເຫັນ