![]() |
ແຂວງຊຽງຂວາງ ມີຜູ້ໄດ້ຮັບຜົນກະທົບ 7,398 ຄົນ, ມອບເງິນຊ່ວຍເຫຼືອຜູ້ໜຶ່ງ 500,000 ກີບ ລວມທົ່ວແຂວງ 3,699,000,000 ກີບ, ຊຶ່ງທ່ານໄດ້ຂໍວິ່ງວອນໃຫ້ທຸກຄົນຜ່ານພົ້ນວິກິດນີ້ໄປດ້ວຍດີ ແລະ ກັບຄືນເຂົ້າສູ່ສະພາບປົກກະຕິໂດຍໄວ. ເສຍໃຈນຳຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້. ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ອົງການອາຫານໂລກໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາ, ປະຊາຊົນແມ່ນດຳລົງຊີວິດມີຄວາມຫຍຸ້ງຍາກຫຼາຍຍ້ອນໄດ້ຮັບຜົນກະທົບຈາກໄພພິບັດ ຊຶ່ງບັນດາທ່ານກໍໄດ້ຮູ້ ແລະ ໄດ້ເຫັນແລ້ວຖ້າອົງການຕ້ອງການຂໍ້ມູນແຂວງພ້ອມແລ້ວຈະສະໜອງໃຫ້. ການເຂົ້າຊ່ວຍເຫຼືອແຂວງ ແລະ ເມືອງໄດ້ເຂົ້າຊ່ວຍເຫຼືອສຸກເສີນ ແລະ ຍາວນານແຕ່ກະບໍ່ພຽງພໍກັບຄວາມຕ້ອງການ. ຊຶ່ງມີນັກທຸລະກິດ, ຜູ້ປະກອບການອົງການຕ່າງປະເທດໄດ້ເຂົ້າຊ່ວຍເຫຼືອຕື່ມອີກ. ໂອກາດນີ້, ທ່ານຮອງເຈົ້າແຂວງໄດ້ມອບໃບຍ້ອງຍໍໃຫ້ອົງການອາຫານໂລກທີ່ໄດ້ຊ່ວຍເຫຼືອຜູ້ປະສົບໄພແບ່ງເບົາຄວາມທຸກຍາກຂອງປະຊາຊົນຊາວຊຽງຂວາງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງ.
(ຂ່າວ: ບຸນມີແສງທຸມມີ)

ຄໍາເຫັນ