ການພົວພັນຮ່ວມມືລະຫວ່າງອົງການອາຫານໂລກ (WFP) ກັບສື່ມວນຊົນລາວ

ອົງການອາຫານໂລກຢ້ຽມຢາມການຈັດຕັ້ງປະຕິບັດໂຄງການທີ່ໃຫ້ການສະໜັບສະໜູນ

ອົງການອາຫານໂລກຢ້ຽມຢາມການຈັດຕັ້ງປະຕິບັດໂຄງການທີ່ໃຫ້ການສະໜັບສະໜູນ
ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງອົງການອາຫານໂລກ (WFP) ກັບສື່ມວນຊົນລາວໃຫ້ມີຄວາມເລິກເຊິ່ງຫຼາຍຂຶ້ນ ພ້ອມທັງເປັນການເປີດປະສົບການຮຽນຮູ້

ແລະ ຕິດຕາມກິດຈະກຳທີ່ພົ້ນເດັ່ນການສະໜັບສະໜູນຂອງອົງການ WFP ຕໍ່ກັບວຽກງານຂອງລັດຖະບານ ສປປ ລາວ ໃນຂົງເຂດຕ່າງໆເຊັ່ນ: ການສົ່ງເສີມອາຫານໃນໂຮງຮຽນ ໂພຊະນາການ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເປັນຕົ້ນ. ໃນລະຫວ່າງວັນທີ 9-11 ທັນວາ 2024, ອົງການ WFP ໄດ້ນຳພາສື່ມວນຊົນລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ທີ່ເມືອງຮຸນ ແຂວງອຸດົມໄຊ ຊຶ່ງນຳໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.

ໂອກາດນີ້, ທ່ານ ທອງວັນ ໄຊຍະສານ ຮອງຫົວໜ້າຫ້ອງການພາກສະໜາມ ອົງການອາຫານໂລກ ປະຈຳແຂວງອຸດົມໄຊ ແລະ ທັງຮັບຜິດຊອບແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກຢູ່ແຂວງອຸດົມໄຊໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງແບງ, ເມືອງຮຸນ, ເມືອງປາກແບງ ແລະ ເມືອງງາ ຊຶ່ງມີ 4 ໜ້າວຽກຫຼັກເປັນຕົ້ນ ວຽກງານອາຫານທ່ຽງ, ວຽກງານໂພຊະນາການ, ວຽກງານກໍ່ສ້າງຊັບສິນຊຸມຊົນຊຶ່ງເປັນການສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ໄພທຳມະຊາດ ແລະ ວຽກງານຄຸ້ມຄອງໄພພິບັດ ສໍາລັບກິດຈະກຳອາຫານທ່ຽງໃນໂຮງຮຽນປັດຈຸໄດ້ມອບໃຫ້ລັດຖະບານ ສປປ ລາວ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ພ້ອມນັ້ນປະຊາຊົນກໍຄືຜູ້ປົກຄອງນັກຮຽນກໍໄດ້ປະກອບສ່ວນວັດຖຸດິບໃນການປຸ່ງແຕ່ງອາຫານ.

ປັດຈຸບັນອົງການ WFP ຍັງໄດ້ສະໜັບສະໜູນທາງດ້ານເຕັກນິກວິຊາການເຊັ່ນ: ການຕິດຕາມຊຸກຍູ້ດ້ານກະສິກໍາ, ເຮັດສວນຄົວເຮືອນຮົ່ມ, ສົ່ງເສີມ ແລະ ສ້າງກຸ່ມຊາວກະສິກອນເພື່ອຜະລິດກະສິກໍາຢູ່ຄົວເຮືອນເພື່ອສ້າງເສດຖະກິດຄອບຄົວ ແລະ ປະກອບສ່ວນໃຫ້ແກ່ການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ຊຶ່ງມີກຸ່ມປູກຜັກສວນຄົວ, ກຸຸ່ມລ້ຽງປາ ແລະ ກຸ່ມລ້ຽງໄກ່ພັນໄຂ່; ພ້ອມນັ້ນກໍໄດ້ຕິດຕາມຊຸກຍູ້ດ້ານການສຶກສາ, ກະສິກໍາ, ສ້າງສູນຮຽນຮູ້ໂພຊະນາການຢູ່ຂັ້ນຊຸມຊຸນ ໃຫ້ຄວາມຮູ້ ແລະ ສ້າງແຜນພັດທະນາໂພຊະນາການຂັ້ນບ້ານ ແລະ ສົ່ງເສີມເຕັກນິກດ້ານກະສິກຳສະໜອງທຶນສວນຄົວ ແລະ ອື່ນໆ.

ການລົງຢ້ຽມຢາມຄັ້ງນີ້: ບັນດາສື່ມວນຊົນໄດ້ສຳຜັດກັບປະສົບການຮ່ວມຕົວຈິງໃນຂົງເຂດວຽກງານການພັດທະນາຊຸມຊົມກໍຄືຊັບພະຍາກອນມະນຸດ, ຊຸມຊົນຫ່າງໄກສອກຫຼີກ ຂອງ ສປປ ລາວ ພ້ອມນັ້ນກໍໄດ້ມີການພົບປະຢ້ຽມຢາມໂຮງຮຽນ, ນັກຮຽນ, ຄູ-ອາຈານ ແລະ ຊຸມຊົນສັງເກດການຈັດຕັ້ງປະຕິບັດຕົວຈິງຂອງບັນດາກິດຈະກຳຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ WFP ໄດ້ຮັບຟັງຂໍ້ມູນຂ່າວສານຈາກທາງຊຸມຊົນ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ ແລກປ່ຽນຂໍ້ມູນລະຫວ່າງສື່ມວນຊົນ ອົງການອາຫານໂລກ ແລະ ຊຸມຊົນຢູ່ບ້ານນາຊຽງດີ ແລະ ບ້ານສົມພອນ ອີກດ້ວຍ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ