ໃນການຝຶກອົບຮົມຄັ້ງນີ້ ໄດ້ຮັບຟັງການບັນຍາຍຂອງວິທະຍາກອນທີ່ມາຈາກ ກົມບໍລິຫານ ຫ້ອງວ່າການສູນກາງພັກ ໂດຍມີຫົວຂໍ້ດັ່ງນີ້: ໜຶ່ງ, ດ້ານຫຼັກການ ແລະ ລະບຽບການພິທີການ; ສອງ, ການບໍລິການຮັບໃຊ້ການນໍາ; ສາມ, ມາລະຍາດທາງການທູດ; ສີ່, ການນໍາໃຊ້ຫຼັກພິທີການໃນພາກປະຕິບັດວຽກງານຕົວຈິງ. ປະທານກອງປະຊຸມໄດ້ໂອ້ລົມໃຫ້ທິດຕໍ່ນັກຝຶກອົບຮົມໃນຄັ້ງນີ້ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2026-2030) ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງອົງການໄອຍະການປະຊາຊົນ, ອົງການໄອຍະການທະຫານ ໃຫ້ມີການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວຽກງານພິທີການ. ດັ່ງນັ້ນ, ຈົ່ງພ້ອມກັນຮ່ຳຮຽນເອົາຄວາມຮູ້ນຳຜູ້ທີ່ມີບົດຮຽນ, ປະສົບການໃນວຽກງານພິທີການ, ພ້ອມນັ້ນ, ໃຫ້ເອົາໃຈໃສ່ໃນການລະດົມຄວາມຄິດ ແລະ ປະກອບຄໍາເຫັນ, ແລກປ່ຽນບົດຮຽນ ນໍາວິທະຍາກອນ ກໍຄືຄູ-ອາຈານໃຫ້ຫຼາຍ ເພື່ອຈະນຳເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຢ່າງມີປະສິດທິຜົນສູງ.
(ຂ່າວ: ອອປສ)
ຄໍາເຫັນ