ອົງການໄອຍະການປະຊາຊົນເຂດ 1 ໄຊຍະບູລີ ປະກາດສ້າງຕັ້ງບັນດາໜ່ວຍງານ 

ອົງການໄອຍະການປະຊາຊົນເຂດ 1 ໄຊຍະບູລີ ປະກາດສ້າງຕັ້ງບັນດາໜ່ວຍງານ 
ອົງການໄອຍະການປະຊາຊົນເຂດ 1 ແຂວງໄຊຍະບູລີ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍງານ ແລະ ຊັບ ຊ້ອນບ່ອນປະຈຳການຂອງພະນັກງານພາຍໃນອົງການໄອຍະການປະຊາຊົນເຂດ 1 ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເພັດມະນີ ໃຈດີ ຮອງຫົວໜ້າອົງການໄອຍະການປະຊົນແຂວງ, ທ່ານ ຄຳພຽນ ປັນຍາວົງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ, ທ່ານ ສົມຊາຍ ທຳມະວົງ ຫົວໜ້າອົງການໄອຍະການປະຊາຊົນເຂດ 1 ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານນາງ ກິ່ງສະດາ ໄຊຍະລັກ ຮອງຫົວໜ້າຫ້ອງການອົງການໄອຍະການປະຊາຊົນແຂວງ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 360/ອອປສ, ລົງວັນທີ 29 ເມສາ 2024 ວ່າດ້ວຍການສ້າງຕັ້ງໜ່ວຍງານຢູ່ອົງການໄອຍະການປະຊາຊົນເຂດ 1 ແຂວງໄຊຍະບູລີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕົກລົງເຫັນດີສ້າງຕັ້ງບັນດາໜ່ວຍງານຢູ່ອົງການໄອຍະການປະຊາຊົນເຂດ 1 ແຂວງໄຊຍະບູລີຄື: ໜ່ວຍງານຫ້ອງການ, ໜ່ວຍງານຕິດຕາມກວດກາການດຳເນີນຄະດີອາຍາ ແລະ ໜ່ວຍງານຕິດຕາມກວດກາການດຳເນີນຄະດີແພ່ງ ແລະ ໜ່ວຍງານຕິດຕາມກວດກາທົ່ວໄປ ແລະ ຕິດຕາມກວດກາສະຖານທີ່ກັກຕົວ ແລະ ສະຖານທີ່ກັກຂັງ. ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຊັບຊ້ອນ ແລະ ແຕ່ງຕັ້ງຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ ຊັບຊ້ອນບ່ອນປະຈຳການຂອງພະນັກງານວິຊາການພາຍໃນອົງການໄອຍະການປະຊາຊົນເຂດ 1 ແຂວງໄຊຍະບູລີຈຳນວນໜຶ່ງ. 
    ໂອກາດນີ້, ທ່ານນາງ ເພັດມະນີ ໃຈດີ ໄດ້ໃຫ້ກຽດໂອ້ລົມ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈົ່ງສຸມທຸກສະຕິປັນຍາຄວາມຮູ້-ຄວາມສາມາດເຂົ້າໃນໜ້າທີ່ວຽກງານຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ. ຂ່າວ-ພາບ: ສົມພົງ ສີສະຫວັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເພື່ອເປັນການສ້າງຂະບວນການ ແລະ ປູກຈິດສໍານຶກ ໃຫ້ທຸກຊັ້ນຄົນກໍຄືທົ່ວສັງຄົມໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາ ຄັນຂອງປ່າໄມ້, ການປົກປັກຮັກສາຊັບພະຍາກອນທຳມະຊາດ ເພື່ອແນໃສ່ເຮັດໃຫ້ປ່າໄມ້ມີລັກສະນະ ຍືນຍົງຕະຫຼອດໄປ. ສະນັ້ນ, ໃນວັນທີ 2 ມິຖຸນານີ້, ເມືອງລະມາມ ແຂວງເຊກອງ ໄດ້ເປີດຂະບວນການປູກຕົ້ນໄມ້ຢູ່ທີ່ວັດບ້ານໂພນໄຊ ໂດຍມີພະເຖຣະນຸເທຣະ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ

ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ຈັດກິດຈະກໍາປູກພືດທີ່ເປັນຢາຂຶ້ນໃນວັນ​ທີ 1 ມິ​ຖຸ​ນາຜ່ານມາ ທີ່ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນເຂົ້າຮ່ວມເປັນກຽດຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາ

ສານປະຊາຊົນສູງສຸດສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາ

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາ2025 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ ຜ່ານມາ ທີ່ສານປະຊາຊົນສູງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີບັນດາ​ຫົວໜ້າກົມ, ຫົວໜ້າຄະນະສານ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ແລະ ພ້ອມດ້ວຍລູກຫຼານ ພະນັກງານ-ລັດຖະກອນ ຂອງສານປະຊາຊົນສູງສຸດເຂົ້າຮ່ວມ.
ກະຊວງ ຖວທ ຈັດກິດຈະກຳປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ກະຊວງ ຖວທ ຈັດກິດຈະກຳປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບກຸ່ມບໍລິສັດດາວເຮືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ກະຊວງ ຖວທ ຫຼັງໃໝ່ ໂດຍມີທ່ານ ວັນສີ ກົວມົວ ແລະ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖວທ ພ້ອມດ້ວຍຄະນະພັກ, ຄະນະນຳ, 3 ອົງການຈັດຕັ້ງມະຫາຊົນ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງວຽງພູຄາ ປູກຕົ້ນໄມ້ 600 ເບ້ຍໃນໂອກາດວັນປູກຕົ້ນໄມ້ແຫງຊາດ ແລະ ວັນເດັກນ້ອງສາກົນ

ເມືອງວຽງພູຄາ ປູກຕົ້ນໄມ້ 600 ເບ້ຍໃນໂອກາດວັນປູກຕົ້ນໄມ້ແຫງຊາດ ແລະ ວັນເດັກນ້ອງສາກົນ

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາຮ່ວມກັບຫ້ອງການສະຫະພັນແມ່ຍິງເມືອງ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດປະຈໍາປີ 2025 ຂຶ້ນທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງຮອງເຈົ້າເມືອງ.
ສະຫວັນນະເຂດ ປູກຕົ້ນໄມ້ 8 ພັນກວ່າຕົ້ນ ໃນວັນປູກຕົ້ນໄມ້ແຫ່ງຊາດ

ສະຫວັນນະເຂດ ປູກຕົ້ນໄມ້ 8 ພັນກວ່າຕົ້ນ ໃນວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ 1 ມິຖຸນານິ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍການນໍາພັກ-ລັດແຂວງ, ເມືອງ ແລະນ້ອງນັກຮຽນ ໄດ້ຮ່ວມປູກຕົ້ນໄມ້ ພ້ອມທັງນຳເຂົ້າໜົມ, ນົມ ໄປແຈກຢາຍໃຫ້ນັກຮຽນ ເຂດບ້ານດົງນ້ອຍ ເມືອງອຸທຸມພອນເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ
ທະນາຄານແຂວງຄໍາມ່ວນ ຈັດກິດຈະກໍາແຂ່ງຂັນກິລາຕ້ອນຮັບກອງປະຊຸມໃຫຍ່ຂັ້ນຕົນ

ທະນາຄານແຂວງຄໍາມ່ວນ ຈັດກິດຈະກໍາແຂ່ງຂັນກິລາຕ້ອນຮັບກອງປະຊຸມໃຫຍ່ຂັ້ນຕົນ

ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ເດີ່ນບານເຕະນ້ອງຢະໄດ້ມີກິດຈະກໍາແຂ່ງຂັນບານເຕະເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານທະນາຄານແຂວງຄໍາມ່ວນສະໄໝທີ I ຂຶ້ນໂດຍມີ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຮ່ວມກັນຈັດຂຶ້ນຄື: ໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ (BCEL),ໜ່ວຍພັກທະນາຄານພັດທະນາລາວ (LDB),
ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດໃກ້ຈະເຖິງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025),
ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນຮ່ວມກັບອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນ ໄດ້ລົງຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 30 ພຶດສະພາ 2025 ໂດຍໄດ້ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ຮອດສະຖານີຫຼວງພະບາງ ຊຶ່ງນໍາໂດຍ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO); ທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາ ລາວ, ແລະມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ UNFPA, ILO, WHO, UNICEP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 27 ພຶດສະພາຜ່ານມານີ້, ການນໍາແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານທະຫານ, ຕຳຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.
ເພີ່ມເຕີມ