ອົງການໄອຍະການປະຊາຊົນແຂວງຄໍາມ່ວນສະຫຼຸບວຽກງານອະໄພຍະໂທດປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນສະຫຼຸບວຽກງານອະໄພຍະໂທດປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນສະຫຼຸບວຽກງານອະໄພຍະໂທດປະຈໍາປີ 2025
ກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມປີ 2026 ຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 30 ມີນານີ້ ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີເຈົ້າໜ້າທີ່ໄອຍະການ, ສານ, ໄອຍະການທະຫານ ແລະ ບັນດາຕາງໜ້າຈາກພະແນກການກ່ຽວຂ້ອງເຂົ້າຮ່ວມ.
ອງການໄອຍະການປະຊາຊນແຂວງຄາມວນສະຫບວຽກງານອະໄພຍະໂທດປະຈາປ 2025 - image 1
 

ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດລະດັບຊາດ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2026. ຈາກນັ້ນ, ທ່ານ ອຸດອນ ແກ້ວນາວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດລະດັບແຂວງ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2026, ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ແລະ ກອງເລຂາອະໄພຍະໂທດປີ 2026, ຜ່ານແຜນງົບປະມານປີ 2026.

ໃນປີ 2025 ຜ່ານມາ, ທົ່ວປະເທດມີນັກໂທດທີ່ໄດ້ຮັບການອະໄພຍະໂທດຕາມດໍາລັດຂອງປະທານປະເທດ ມີຈໍານວນທັງໝົດ 2,858 ຄົນ ຍິງ 362 ຄົນ, ຕ່າງປະເທດ 59 ຄົນ ຍິງ 7 ຄົນ. ຈໍານວນນັກໂທດທີ່ໄດ້ເງື່ອນໄຂຫຼຸດຜ່ອນໂທດ ມີທັງໝົດ 2,622 ຄົນ ຍິງ 329 ຄົນ, ຕ່າງປະເທດ 57 ຄົນ ຍິງ 6 ຄົນ.

ສໍາລັບຢູ່ແຂວງຄໍາມ່ວນໃນປີ 2025 ຜ່ານມາ, ມີນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດມີຈໍານວນທັງໝົດ 411 ຄົນ ຍິງ 45 ຄົນ. ໃນນີ້, ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ ມີທັງໝົດ 381 ຄົນ ຍິງ 41 ຄົນ ຊຶ່ງໄດ້ແຍກແຕ່ລະປະເພດຄື: ນັກໂທດຄະດີຢາເສບຕິດທັງໝົດ 366 ຄົນ ຍິງ 40 ຄົນ, ນັກໂທດຄະດີທົ່ວໄປທັງໝົດ 15 ຄົນ ຍິງ 1 ຄົນ. ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ດ້ວຍການປ່ອຍຕົວມີທັງໝົດ 30 ຄົນ ຍິງ 4 ຄົນ ຊື່ງແຍກແຕ່ລະປະເພດຄື: ນັກໂທດຄະດີຢາເສບຕິດທັງໝົດ 28 ຄົນ ຍິງ 4 ຄົນ, ນັກໂທດຄະດີທົ່ວໄປທັງໝົດ 2 ຄົນ.

ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອຊອກໃຫ້ເຫັນບັນຫາຄົງຄ້າງໃນໄລຍະຜ່ານມາ ພ້ອມທັງວາງທິດທາງວຽກງານຈຸດສຸມໃນປີຕໍ່ໄປ. ຈາກນັ້ນ, ປະທານກອງປະຊຸມກໍໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາແຂວງຫຼວງນ້ຳທາ ລົງຊຸກຍູ້ວຽກງານຂົງເຂດວັດທະນະທຳ-ສັງຄົມ ຢູ່ເມືອງ

ການນໍາແຂວງຫຼວງນ້ຳທາ ລົງຊຸກຍູ້ວຽກງານຂົງເຂດວັດທະນະທຳ-ສັງຄົມ ຢູ່ເມືອງ

ໃນວັນທີ 30 ມີນານີ້, ຢູ່ທີ່ສະໂມສອນເມືອງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກເເຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ລັດຖະກອນ ຂົງເຂດວັດທະນະທໍາ-ສັງຄົມ ພາຍໃນເມືອງຫຼວງນໍ້າທາ, ໃຫ້ກຽດຕ້ອນຮັບໂດຍທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງຫຼວງນ້ຳທາ , ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ສອງກອງບັນຊາການ ແລະ ພະນັກງານວິຊາການເຂົ້າຮ່ວມ.
ສູນການຄ້າວຽງຈັນເຊັນເຕີ ສະຫຼອງຄົບຮອບ 11 ປີ ພ້ອມຈັດກິດຈະກຳຄືນກຳໄລໃຫ້ລູກຄ້າ

ສູນການຄ້າວຽງຈັນເຊັນເຕີ ສະຫຼອງຄົບຮອບ 11 ປີ ພ້ອມຈັດກິດຈະກຳຄືນກຳໄລໃຫ້ລູກຄ້າ

ສູນການຄ້າ ວຽງຈັນເຊັນເຕີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 11 ປີ ໃນວັນທີ 28 ມີນາ ຜ່ານມານີ້ ເພື່ອສະແດງຄວາມຂອບໃຈຕໍ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ດ້ວຍການຈັດກິດຈະກຳທາງສາສະໜາ ແລະ ໂປຣໂມຊັນສຸດພິເສດຕະຫຼອດປີ.
ຄຳມ່ວນ ປຶກສາຫາລື ການຈັດຕັ້ງປະຕິບັດດໍາລັດ 237/ນຍ

ຄຳມ່ວນ ປຶກສາຫາລື ການຈັດຕັ້ງປະຕິບັດດໍາລັດ 237/ນຍ

ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດ 237/ນຍ, ລົງວັນທີ 18 ພຶດສະພາ 2020 ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຂຶ້ນໃນວັນທີ 30 ມີນານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງ (ຜູ້ລົງເລິກຊີ້ນໍາວຽກງານເສດຖະກິດ), ມີບັນດາທ່ານໃນຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງ , ມີຕາງໜ້າພະແນກການກ່ຽວຂ້ອງເຂົ້າຮ່ວມ.
ປີ 2025, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ປີ 2025, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ວັນທີ່ 30 ມີນານີ້, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ເມືອງພູຄູນ ແຂວງຫຼວງພະບາງໄດ້ຈັດກອງປະຊຸມ ສະຫຼຸບ ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026, ມີ ທ່ານ ອົງຊົ່ງ ໄຊຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພັນໂທ ຄຳເກີດ ພົມມະວົງສີ ປະທານ ສະຫະພັນນັກຮົບເກົ່າແຂວງ, ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກສະຫະພັນນັກຮົບເກົ່າພາຍໃນໜ່ວຍ ເຂົ້າຮ່ວມ.
ວາງສະແດງສິນຄ້າທ້ອງຖິ່ນ ໃນງານບຸນນະມັດສະການຫໍຫຼັກເມືອງ

ວາງສະແດງສິນຄ້າທ້ອງຖິ່ນ ໃນງານບຸນນະມັດສະການຫໍຫຼັກເມືອງ

​ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອັດຕະປື ໄດ້ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າພາຍໃນແຂວງຂຶ້ນໃນວັນທີ 29 ມີນານີ້, ໃນໂອກາດງານບຸນນະມັດສະການຫໍຫຼັກເມືອງ ແຂວງອັດຕະປື. ໃນໂອກາດດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ນຳພາຢ້ຽມຊົມຮ້ານວາງສະແດງສິນຄ້າໂດຍ ທ່ານ ບຸນເຖີງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ພ້ອມດ້ວຍບັນດາຄະນະນຳຂອງແຂວງ ເພື່ອເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ບັນດາຜູ້ປະກອບການພາຍໃນທ້ອງຖິ່ນ. ງານວາງສະແດງຄັ້ງນີ້, ມີ ຮ້ານທັງໝົດ 25 ຮ້ານ, ປະກອບມີຜູ້ປະກອບການເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍ ແລະ ມີລາຍການສິນຄ້າຫຼາກຫຼາຍປະເພດນຳມາວາງສະແດງ, ມີເຖິງ 150 ລາຍການ ຊຶ່ງລ້ວນແຕ່ເປັນຜົນຜະລິດທີ່ພົ້ນເດັ່ນຂອງແຂວງ.
ສອງກະຊວງປຶກສາຫາລືບັນຫາເຄັ່ງຮ້ອນ ແລະ ຮີບດ່ວນ

ສອງກະຊວງປຶກສາຫາລືບັນຫາເຄັ່ງຮ້ອນ ແລະ ຮີບດ່ວນ

ຫວ່າງມໍ່ໆມານີ້ ທີ່ສະໂມສອນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມພົບປະປຶກສາຫາລືລະຫວ່າງກະຊວງກະສິກຳ ແລະ ສິິ່ງແວດລ້ອມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າປະຈຳປີ 2026 ຂຶ້ນ, ໂດຍການເປັນປະທານຮ່ວມຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານຮອງລັດຖະມົນຕີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ກອງ ແລະ ພະແນກການກ່ຽວຂ້ອງຂອງທັງສອງກະຊວງເຂົ້າຮ່ວມ.
ການນໍາແຂວງຄໍາມ່ວນ ແລະ ຊາວພຸດທະສາສະນິກະຊົນ ໃສ່ບາດຖວາຍ ສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ

ການນໍາແຂວງຄໍາມ່ວນ ແລະ ຊາວພຸດທະສາສະນິກະຊົນ ໃສ່ບາດຖວາຍ ສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ

ວັນທີ 30 ມີນາ 2026 ກົງກັບມື້ຂຶ້ນ 12 ຄໍ່າເດືອນ 5 ລາວ ພສ 2568, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ເມືອງ, ເຈົ້າສັດທາແມ່ ເພັດສະໜອນ ເພັງສະຫວັດ ພ້ອມຄອບຄົວ ແລະ ຊາວພຸດທະສາສະນິກະຊົນ ໄດ້ຮ່ວມໃສ່ບາດ ແລະ ຖວາຍສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ.
ສານປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ

ສານປະຊາຊົນສູງສຸດໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອດ 80 ປີ ຂຶ້ນໃນວັນທີ 27 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍການປາຖະກະຖາຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸກດ, ມີບັນດາຄະນະພັກ,ສະມາຊິກພັກ ແລະ ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບ ຜູ້ປະສົບໄພພິບັດ

ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບ ຜູ້ປະສົບໄພພິບັດ

ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະສົບໄພພິບັດ ໃນ 17 ບ້ານຂອງສອງເມືອງ (ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ) ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ຫ້ອງວ່າການນະຄອອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະພັນກຳມະບານເມືອງບໍ່ແຕນ ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັງທີ 2 ສະໄໝທີ VII

ສະຫະພັນກຳມະບານເມືອງບໍ່ແຕນ ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັງທີ 2 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງບໍ່ແຕນ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 26 ມີນານີ, ໂດຍເປັນປະທານຂອງ ສະຫາຍ ນາງ ເສີຍ ວິໄລທອງ ກຳມະການພັກເມືອງ ຄະນະບໍລິຫານງານສະພັນກຳມະນານແຂວງ ປະທານສະຫະພັນກຳມະບານເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ໃນທົ່ວເມືອງເຂົ້າຮ່ວມ.
ເພີ່ມເຕີມ