ພິທີມອບ-ຮັບພາຫະນະ ແລະ ອຸປະກອນການແພດ ຈາກສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ

ອົງການກາແດງ ສ ເກົາຫຼີ ໃຫ້ການສະໜັບສະໜູນ ອົງການກາແດງແຫ່ງຊາດລາວ

ອົງການກາແດງ ສ ເກົາຫຼີ ໃຫ້ການສະໜັບສະໜູນ ອົງການກາແດງແຫ່ງຊາດລາວ
ພິທີມອບ-ຮັບພາຫະນະ ແລະ ອຸປະກອນການແພດ ຈາກສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ໃຫ້ແກ່ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວຈັດຂຶ້ນວັນທີ 9 ທັນວານີ້ ທີ່ສະຖາບັນເລືອດແຫ່ງຊາດ.

ກ່າວມອບໂດຍທ່ານນາງ Kwon S0-Yong ຜູ້ອໍານວຍການ ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີແລະກ່າວຮັບແມ່ນທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ມີລົດຕູ້ຈໍານວນ 3 ຄັນ ແລະ ເຄື່ອງຮີດສາຍຖົງເລືອດ ຈໍານວນ 6 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນວຽກງານອອກໜ່ວຍເຈາະເກັບເລືອດ ໃຫ້ແກ່ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງຫຼວງນໍ້າທາ ແລະ ສູນເລືອດແຂວງອຸດົມໄຊ ລວມມູນຄ່າ 123,200 ໂດລາ.

ທ່ານ ຈັນທະລາ ສຸກສາຄອນ ໄດ້ກ່າວວ່າ: ປະເທດລາວ ປັດຈຸບັນ 80% ຂອງການຮັບບໍລິຈາກເລືອດ ແມ່ນໄດ້ມາຈາກການອອກຮັບບໍລິຈາກເລືອດເຄື່ອນທີ່ຕາມສະຖານທີ່ຕ່າງໆ ຊຶ່ງມີຄວາມຈໍາເປັນຕ້ອງໄດ້ໃຊ້ພາຫະນະໃນການອອກເຄື່ອນໄຫວ. ການຊ່ວຍເຫຼືອຄັ້ງນີ້ຈະຊ່ວຍເພີ່ມຈໍານວນການຮັບບໍລິຈາກເລືອດຢູ່ຕາມສະຖານທີ່ຕ່າງໆໃຫ້ຫຼາຍຂຶ້ນ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກາແດງແຫ່ງຊາດລາວ. ໃນປີ 2024 ສ ເກົາຫຼີໄດ້ເຊື້ອເຊີນພະນັກງານກາແດງແຫ່ງຊາດລາວ 5 ທ່ານ ໄປປະເທດ ສ ເກົາຫຼີ ເພື່ອໄປຝຶກງານໄລຍະສັ້ນ ແລະ ການປະຕິບັດຕົວຈິງ ໃນການບໍລິການເລືອດຂອງສູນເລືອດ ອົງການກາແດງ ສ ເກົາຫຼີ. ພ້ອມນັ້ນ ທາງຜູ້ຊ່ຽວຊານຈາກສະຖາບັນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ກໍຈະມາໃຫ້ການແນະນໍາກັບທີ່ ຢູ່ສປປ ລາວ ນໍາອີກ.

ທ່ານຜູ້ອໍານວຍການ ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີກ່າວວ່າ: ການຮັບປະກັນ ແລະ ການສະໜອງເລືອດຢ່າງພຽງພໍ ແລະ ປອດໄພ ແມ່ນເປັນສ່ວນໜຶ່ງທີ່ສໍາຄັນຂອງການດູແລຮັກສາສຸຂະພາບ ແລະ ການບໍລິການ ສາທາລະນະສຸກ ແຫ່ງຊາດ, ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ໄດ້ສືບຕໍ່ແລກປ່ຽນການຮ່ວມມື ແລະ ຄວາມຊ່ຽວຊານໃຫ້ກັບກາແດງແຫ່ງຊາດລາວ ຢ່າງຕໍ່ເນື່ອງ ແລະ ເພື່ອປະກອບສ່ວນໃນການພັດທະນາວຽກງານການບໍລິການເລືອດຢູ່ໃນ ສປປ ລາວ.

ທ່ານ ຄໍາລາວັນ ຈັນທະລາວັນໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານ ປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດ ທີ່ປອດໄພ ຢູ່ ສປປລາວ ແລະ ທ່ານຍັງໄດ້ເນັ້ນໜັກ ຕໍ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດໃນການສືບຕໍ່ສູ້ຊົນ ເສີມຂະຫຍາຍຄວາມອາດສາມາດໃນວຽກງານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ບັນລຸໂຕເລກເປົ້າໝາຍການບໍລິຈາກເລືອດ ທີ່ໄດ້ກໍານົດໃຫ້ເກີນ 1%ຂອງປະຊາກອນຕໍ່ປີ.

ຂ່າວ-ພາບ: ແສງຈັນ

ຄໍາເຫັນ

ຂ່າວການຮ່ວມມື

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

65 ປີ​ ບົນ​ເສັ້ນທາງ​ສອງ​ປະ ເທດ​ລາວ​ ແລະ​ ຈີນ​ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ​ໃນ​ຖານະ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ, ມີ​ອຸດົມ​ການ​ຮ່ວມ​ກັນ, ລະບອບສັງຄົມ​ດຽວ​ກັນ​ ແລະ ​ເສັ້ນທາງ​ການ​ພັດທະນາ​ຄ້າຍຄື​ກັນ​ໄດ້​ເຮັດ​ໃຫ້​ມິດຕະພາບ​ຖານ “ສະຫາຍ ​ແລະ​ ອ້າຍ​ນ້ອງ​ກັນ” ທີ່​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ​-​ສອງ​ລັດ​ຈີນ​ ແລະ ​ລາວ​ສ້າງ​ຂຶ້ນ​ນັ້ນ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວລາ, ທັງ​ຜ່ານ​ພາຍຸ​ລົມແດງທີ່ມີ​ທັງ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດ​ຮ່ວມ​ກັນ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສາຍພົວ ພັນ​ມິດຕະພາບ​ລາວ​-​ຈີນ​ປຽບ​ ເໝືອນ​ເຫຼັກ​ທີ່​ຊຸບ​ແລ້ວ​ຍິ່ງ​ໜຽວ, ຍິ່ງ​ແໜ້ນໜາ​ທົນ​ທານ​ ແລະ​ ບໍ່​ມີ​ສິ່ງ​ໃດ​ສະກັດ​ກັ້ນ​ຕ້ານທານໄດ້​ ແລະ ​ກາຍເປັນ​ການ​ພົວພັນ​ຕົວ ​ແບບ​ທີ່​ດີ​ທີ່ສຸດ​ຂອງ​ພາກພື້ນ ​ແລະ ສາກົນ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ມີ​ໄຊ.
ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ພິທີມອບລາງວັນກິດຈະກໍາປະກວດຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ສູນວັດທະນະທໍາຈີນປະຈໍາສປປລາວໂດຍການເຂົ້າຮ່ວມຂອງ ທ່ານວຽງພອນສຸກຂະວົງຫົວໜ້າກົມມໍລະດົກແລະວິຈິດສິນກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ), ທ່ານວິລະວົງເລຂາເອກສະຖານທູດຈີນປະຈໍາສປປລາວ, ທ່ານຫຼົວເວີ້ນຈ້ຽນຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວມີຄະນະກໍາມະການ, ຜູ້ໄດ້ຮັບລາງວັນແລະຜູ້ປົກຄອງ, ບັນດານັກສິລະປິນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ