ຮັບເຄື່ອງຊ່ວຍເຫຼືອຈາກພີ່ນ້ອງລາວຜູ້ໃຈບຸນຈາກປະເທດ ການາດາ

ອົງການກາແດງໄດ້ຮັບເຄື່ອງຊ່ວຍເຫຼືອຈາກພີ່ນ້ອງລາວການາດາ

ອົງການກາແດງໄດ້ຮັບເຄື່ອງຊ່ວຍເຫຼືອຈາກພີ່ນ້ອງລາວການາດາ
ອົງການກາແດງແຫ່ງຊາດລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກພີ່ນ້ອງລາວຜູ້ໃຈບຸນຈາກປະເທດ ການາດາ ໃນວັນທີ 8 ພະຈິກ ຜ່ານມາ

 

 ທີ່ອົງການດັ່ງກ່າວ, ເປັນກຽດກ່າວຮັບໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມອບໂດຍ ທ່ານ ວິສັນ ດາລານິກອນ ພ້ອມດວ້ຍຄະນະ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນເປັນປະເພດ ເຄື່ອງບໍລິໂພກ ຊຶ່ງປະກອບມີ: ໝີ່, ປາກະປ໋ອງ ແລະ ນໍ້າດື່ມ. ເພື່ອນໍາໄປມອບໃຫ້ປະຊາຊົນຜູ້ປະສົບໄພ ແລະ ຜູ້ທຸກຍາກ, ລວມມູນຄ່າເຄື່ອງທີ່ນໍາມາຊ່ວຍເຫຼືອທັງໝົດ ຈຳນວນ 41.600.000 ກີບ.

ໂອກາດດັ່ງກ່າວ, ທ່ານຄຳລາວັນ ຈັນທະລາວັນໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ທ່ານ ວິສັນ ດາລານິກອນ ທີ່ໄດ້ຕາງໜ້າຄະນະ ໄດ້ນໍາເອົາເຄື່ອງມາມອບໃນຄັ້ງນີ້, ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ຈະນໍາໄປມອບຕໍ່ໃຫ້ເຖິງມືປະຊາຊົນຜູ້ປະສົບໄພ ແລະ ຜູ້ທຸກຍາກ.

ຈາກນັ້ນ, ທ່ານ ວິສັນ ດາລານິກອນກ່າວວ່າ: ເມື່ອໄດ້ຍິນຂ່າວວ່າ ປະຊາຊົນລາວປະສົບໄພພິບັດທາງທໍາມະຊາດ ກໍໄດ້ຮິບໂຮມປັດໃຈມາຊ່ວຍ ເພື່ອແບ່ງເບົາຄວາມທຸກໂສກດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າບັນດາປະຊາຊົນລາວ ທີີ່ປະສົບໄພພິບັດຈະກັບຄືນມາດໍາເນີນຊີວິດ ສູ່ສະພາວະປົກກະຕິໂດຍໄວ.

ທ່ານນາງປາເຢ້ງ ຊາລໍ່ ໃນນາມທີ່ເປັນອາສາສະໝັກ ອົງການກາແດງແຫ່ງຊາດລາວ, ແມ່ນຜູ້ປະສານງານກັບທ່ານນາງ ມະນີວັນແກ້ວຕາທີ່ປະເທດການາດາ ຢາກຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ ແລະ ຜູ້ທຸກຍາກ, ສະແດງຄວາມຂອບໃຈນໍາພີ່ນ້ອງຄົນລາວ ດໍາລົງຊີວິດທີ່ປະເທດການາດາ ເວົ້າລວມ, ເວົ້າສະເພາະ ແມ່ນທ່ານນາງ ມະນີວັນທີ່ໄດ້ຮິບໂຮມວັດຖຸ, ປັດໄຈ ຊ່ວຍເຫຼືອ ໃນຄັ້ງນີ້ ແລະ ຂໍໃຫ້ປະຊາຊົນທີ່ປະສົບໄພພິບັດເຫຼົ່ານັ້ນ ພົ້ນໄພໂດຍໄວ ແລະ ຂໍອວຍໄຊໃຫ້ພອນແດ່ຄອບຄົວທ່ານນາງມະນີວັນ ແກ້ວຕາແລະ ຜູ້ທີ່ໄດ້ຊ່ວຍເຫຼືອໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ ປາສະຈາກໂຣກໄພໄຂ້ເຈັບທັງປວງ ແລະ ຂໍໃຫ້ມີໂຊກ, ມີໄຊ ຕະຫຼອດປີ ຕະຫຼອດໄປ. ຖ້າຫາກວ່າທ່ານໃດ, ອົງການໃດຢາກຊ່ວຍເຫຼືອ ຄົນລາວດ້ວຍກັນ ກໍສາມາດຕິດຕໍ່ໄດ້ທີ່ ເຟສອົງການກາແດງແຫ່ງຊາດລາວ ນະຄອນຫຼວງວຽງຈັນ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ສານປະຊາຊົນ ສູງສຸດ (ສປສສ) ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າ ກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ໃນວັນທີ 10 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມ ພົບປະກັບປະຊາຊົນ ເພື່ອແຈ້ງຕອບ ກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ, ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີບັນດາທ່ານຮອງຫົວໜ້າ ກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ເປັນເຈົ້າຂອງຄໍາຮ້ອງ ແລະ ຜູ້ຕາງໜ້າເຈົ້າຂອງຄໍາຮ້ອງເຂົ້າຮ່ວມ.
ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ໃນຕອນເຊົ້າວັນທີ 11 ມິຖຸນາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປິດພິທີຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ (ຫສພ) ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີຜູ້ເຂົ້າ ຮ່ວມທັງໝົດ 40 ທ່ານ ຈາກບັນດາກົມພາຍໃນ ຫ້ອງວ່າການສູນກາງພັກ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໂດຍ: ວັນໄຊ ຕະວິນຍານ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ມີບົດບາດສໍາຄັນເປັນພິເສດຕໍ່ທຸກພື້ນຖານເສດຖະກິດ,ເປັນຕົ້ນແມ່ນບັນດາປະເທດທີ່ມີການຫັນປ່ຽນຮູບແບບເສດຖະກິດ ແລະ ມີການພົວພັນຮ່ວມມືດ້ານການຄ້າໃນລະດັບສາກົນ. ຢູ່ບົນພື້ນຖານການຮັກສາພື້ນຖານເສດຖະກິດມະຫາພາກໝັ້ນທ່ຽງ ນັບແຕ່ການຄວບຄຸມເງິນເຟີ້, ສົມດຸນດ້ານການຄ້າ, ການລົງທຶນ, ງົບປະມານ, ຄວາມໝັ້ນຄົງດ້ານພະລັງງານ, ດ້ານສະບຽງອາຫານ ແກ້ໄຂວຽກເຮັດງານທໍາ ແລະ ອື່ນໆ.
ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959-18 ພຶດສະພາ 2025), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ-ແນວລາວຮັກຊາດ ຄົບຮອບ 65 ປີ (24 ພຶດສະພາ 1960-24 ພຶດສະພາ 2025) ແລະ ສະຫຼຸບມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ໃນວັນທີ 10 ມິຖຸນາຜ່ານມາ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ - ຄະນະກົມໃຫຍ່, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10ມິຖຸນານີ້,ທີ່ສານປະຊາຊົນສູງສຸດ(ສປສສ)ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງວຽງທອງສີພັນດອນຄະນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກປະທານສານປະຊາຊົນສູງສຸດ,ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມ-ຮອງກົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຈາກສູນກາງ ແລະ ແຂວງ ເຄືອນໄຫວຢ້ຽມຢາມ ພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ ໃນວັນທີ 10 ມິຖຸນານີ້. ທ່ານ ຄຳຫຼ້າ ສີດວງໄຊ ເລຂາພັກເມືອງ ເຈົ້າເມືອງໆຄູນໄດ້ລາຍງານກນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງໄດ້ຍົກໃຫ້ເຫັນທາງດ້ານ ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 4.7%/ປີ. ສະເລ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 16,547,000 ກີບ/ຄົນ/ປີ.
ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ພິທີມອບ-ຮັບ ແລະ ປິດໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດຢູ່ເຂດອ່າງນໍ້າເຊບັ້ງຫຽງ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະ ຊາດ ແລະ ສ່ິງແວດລ້ອມ (ຊສ) ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊສ.
ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ແກ່ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອຂຶ້ນ ໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ທ່ານ ວີສອນທອງ ແກ້ວວີໄລວັນ ຮອງກົມການເງິນ ອົງການໄອຍະການປະຊາຊົນສູງສຸດ.
ເພີ່ມເຕີມ