ປະເທດອິນໂດເນເຊຍ, ທ່ານກາວກິມໂຮນ ເລຂາທິການໃຫຍ່ອາຊຽນ, ທ່ານບູດີ ຊານໂຕໂຊ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ປະເທດປະທານຝ່າຍອາຊຽນຂອງ RCEP ພ້ອມດ້ວຍຜູ້ຕາງໜ້າຈາກ 15 ປະເທດສະມາຊິກ RCEP ເຊັ່ນ: ປະເທດສະມາຊິກອາຊຽນ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົສຕຣາລີ ແລະ ນູແວນເຊລັງເປັນຕົ້ນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ພິທີປະກາດສຳເລັດການສ້າງອົງການຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ອົງການສະໜັບສະໜູນ RCEP ເລີ່ມດຳເນີນງານຢ່າງຮອບດ້ານ, ມີຜົນດີຕໍ່ການໃຫ້ການສະໜັບສະໜູນທາງດ້ານເລຂານຸການ ແລະ ເຕັກນິກຢ່າງເຕັມປ່ຽມແກ່ການຈັດຕັ້ງປະຕິບັດ RCEP ແລະ ການດຳເນີນງານຂອງອົງການທີ່ກ່ຽວຂ້ອງ ຊຶ່ງຈະຊຸກຍູ້ໃຫ້ການຈັດຕັ້ງປະຕິບັດ RCEP ເຮັດໄດ້ຮອບດ້ານ ແລະ ມີຄຸນນະພາບສູງຂຶ້ນຕື່ມອີກ.
ຄໍາເຫັນ