ຂ່າວລະບຸວ່າ: ທັງ 7 ປະເທດ, ໄດ້ຕົກລົງທີ່ຈະເພີ່ມການຜະລິດນ້ຳມັນໃນເດືອນສິງຫາ ຊຶ່ງເປັນການປັບເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 5 ຂອງ OPEC+ ເພື່ອເຮັດໃຫ້ຕະຫຼາດມີສະຖຽນລະພາບ ຫຼັງຈາກສະຫະລັດ ອາຣັບເອມີເຣດ (UAE) ໄດ້ຖອນຕົວອອກຈາກ OPEC ແລະ OPEC+ ໃນວັນທີ 1 ພຶດສະພາ 2026. ໂດຍທັງ 7 ປະເທດມີກຳນົດຈະພົບປະກັນອີກຄັ້ງໃນວັນທີ 2 ສິງຫາ ເພື່ອປຶກສາຫາລືລະດັບການຜະລິດສຳລັບເດືອນກັນຍາ.
ອີກຢ່າງໜຶ່ງ, ທັງ 7 ປະເທດ ໄດ້ຫຼຸດການຜະລິດນ້ຳມັນລົງໂດຍສະໝັກໃຈ ຄັ້ງທຳອິດ 1.65 ລ້ານບາເຣວຕໍ່ມື້ ໃນເດືອນເມສາ 2023 ແລະ ໄດ້ຂະຫຍາຍການຫຼຸດດັ່ງກ່າວໄປຈົນຮອດທ້າຍປີ 2026.
ຄໍາເຫັນ