ອົງການດັ່ງກ່າວລະບຸວ່າ:ທ່າມກາງເສດຖະກິດໂລກປັດຈຸບັນມີທ່າອ່ຽງເກີດສະຖຽນລະພາບ ແລະ ພື້ນຖານຕະຫຼາດທີ່ເຂັ້ມແຂງ, 8 ປະເທດທີ່ເຂົ້າຮ່ວມໄດ້ຕົກລົງທີ່ຈະເພີ່ມການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້, ຫຼັງຈາກມີການປັບກຳລັງການຜະລິດໂດຍສະໝັກໃຈ 1.65 ລ້ານບາເຣວຕໍ່ມື້ທີ່ປະກາດໃນເດືອນເມສາ 2023 ແລະ ຫຼັງຈາກເດືອນທັນວາ, 8 ປະເທດຈະຢຸດການເພີ່ມການຜະລິດໃນເດືອນມັງກອນ, ກຸມພາ, ແລະ ມີນາ 2026.
ທັງນີ້, OPECຍັງໄດ້ເພີ່ມກຳລັງການຜະລິດໂດຍສະໝັກໃຈເພີ່ມອີກ 1.65 ລ້ານບາເຣວຕໍ່ມື້ເປັນຄັ້ງທຳອິດໃນເດືອນເມສາ 2023 ແລະ ຈະຂະຫຍາຍເວລາໄປຈົນຮອດທ້າຍປີ 2026. ການຜະລິດອາດຈະສືບຕໍ່ໃນປະລິມານດັ່ງກ່າວບາງສ່ວນ ຫຼື ທັງໝົດ ໂດຍອີງໃສ່ເງື່ອນໄຂຂອງຕະຫຼາດ ແລະ ຄ່ອຍເປັນຄ່ອຍໄປ. ຂະນະທີ່ 8 ປະເທດມີກຳນົດຈະປະຊຸມກັນອີກຄັ້ງໃນວັນທີ 30 ພະຈິກ ນີ້ ເພື່ອລົງຄະແນນສຽງກ່ຽວກັບການດຳເນີນການຕໍ່ໄປ.
ຄໍາເຫັນ