![]() |
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມພ້ອມ, ຄວາມຮັບຮູ້ແລະ ເຂົ້າໃຈເປັນເອກະພາບ ໃນການນໍາໃຊ້ລະບົບການຄຸ້ມຄອງສະຖິຕິຄໍາຮ້ອງຂໍຄວາມເປັນທໍາທີ່ເປັນລະບົບທັນສະໄໝ ເພື່ອເກັບກໍາ, ສັງລວມຂໍ້ມູນຄໍາຮ້ອງຂໍຄວາມເປັນທໍາໃຫ້ມີຄວາມຮັບປະກັນ ແລະ ສະດວກໃນການນໍາໃຊ້ ທັງຕອບສະໜອງໃຫ້ແກ່ການສັງລວມຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ ກໍຄືຂອງສະພາແຫ່ງຊາດ.
ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບວິທີການນໍາໃຊ້ຖານຂໍ້ມູນຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ; ຝຶກການນໍາໃຊ້ກ່ຽວກັບການເຂົ້າລະບົບຕາມແຕ່ລະປະເພດບັນຊີ, ການຍື່ນຄໍາຮ້ອງຜ່ານລະບົບອອນລາຍ, ການບັນທຶກຂໍ້ມູນຄໍາຮ້ອງເຂົ້າລະບົບ, ຂັ້ນຕອນການຕິດຕາມຄໍາຮ້ອງ ແລະ ຊອກຂໍ້ມູນ, ຂັ້ນຕອນການສະຫຼຸບ ແລະ ລາຍງານ ແລະ ການຮັບໂອນຄໍາຮ້ອງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ເອົາໃຈໃສ່ສຶກສາ, ຮຽນຮູ້ການນໍາໃຊ້ຖານຂໍ້ມູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ດ້ວຍເຫດດ້ວຍຜົນ ໂດຍສະເພາະແມ່ນບັນຫາທີ່ເຫັນວ່າຍັງບໍ່ເຂົ້າໃຈ ເພື່ອໃຫ້ມີຄວາມເປັນເອກະພາບກັນ.
(ຂ່າວ: ສອນສັກ ວັນວິໄຊ ສພຊ)

ຄໍາເຫັນ