(ສພຊ). ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 5 ປີ (

ອົບຮົມການເປັນວິທະຍາກອນໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງສພຂ

ອົບຮົມການເປັນວິທະຍາກອນໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງສພຂ
(ສພຊ). ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 5 ປີ (2021-2025) ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ,

 

ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ແລະ ພະນັກງານທີ່ເປັນເສນາທິການ ໃຫ້ມີປະສິດທິຜົນ ແນໃສ່ຍົກສູງການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາກຳມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກຳ ແລະ ສະພາປະຊາຊົນຂັ້ນແຂວງ(ສພຂ)ຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ແຜນການເຄື່ອນໄຫວຂອງແຕ່ລະພາກສ່ວນ ທັງເປັນການພັດທະນາວິທະຍາກອນຂອງ ສພຂ ໃຫ້ເປັນເອກະພາບ ລວມສູນ ແລະ ລົງເລິກສະເພາະດ້ານ ທັງຮັບປະກັນດ້ານເນື້ອໃນຫົວຂໍ້, ຫຼັກສູດ, ຄູ່ມືການສອນ ຢ່າງມີຈຸດສຸມ, ຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການສະເໜີ, ອະທິບາຍເນື້ອໃນບົດຮຽນ ແລະ ການຄົ້ນຄວ້າເອກະສານ ໃຫ້ແກ່ ສສຂດີຂຶ້ນກວ່າເກົ່າ;ສະພາແຫ່ງຊາດຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມການເປັນວິທະຍາກອນໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງສະພາປະຊາຊົນຂັ້ນແຂວງໃນວັນທີ 15-16ສິງຫາ 2024 ທີ່ເມືອງວັງວຽງແຂວງວຽງຈັນໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານ ສພຂ ທົ່ວປະເທດ, ຫົວໜ້າ-ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ, ວິທະຍາກອນຮັບເຊີນ, ຄະນະກົມ, ຄະນະພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ຈະເລີນ ເຢຍປາວເຮີ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມເປັນວິທະຍາກອນຄັ້ງນີ້ ເປັນກອງປະຊຸມວິຊາການ ລົງເລິກຫົວຂໍ້“ເປັນວິທະຍາກອນ” ຊຶ່ງມີຄວາມໝາຍສໍາຄັນ ແລະ ຈໍາເປັນຢ່າງພາວະວິໄສ ສໍາລັບພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງສະພາປະຊາຊົນຂັ້ນແຂວງກໍຄືພະນັກງານນໍາພາ-ຄຸ້ມຄອງທົ່ວໄປຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນຂັ້ນຕ່າງໆ;ຍ້ອນວ່າພະນັກງານນຳພາ-ຄຸ້ມຄອງຂອງສະພາປະຊາຊົນຂັ້ນແຂວງນອກຈາກມີພາລະບົດບາດເປັນພະນັກງານນຳພາ-ຄຸ້ມຄອງຂອງພັກ, ລັດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກໍຄືສະພາປະຊາຊົນຂັ້ນແຂວງແລ້ວ ຍັງປະຕິບັດພາລະບົດບາດເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນແຕ່ລະເຂດເລືອກຕັ້ງ. ດັ່ງນັ້ນ, ການຝຶກອົບຮົມການເປັນວິທະຍາກອນຍິ່ງມີບົດບາດສຳຄັນສຳລັບແຕ່ລະທ່ານຊຶ່ງເນື້ອໃນພົວພັນກັບຫຼາຍບັນຫາຢ່າງກວ້າງຂວາງ ແລະ ເລິກເຊິ່ງ.

ໃນກອງປະຊຸມໄດ້ຮັບຟັງບົດຮຽນໃນຫົວຂໍ້: ບົດບາດຂອງວິທະຍາກອນ ແລະຫຼັກການເວົ້າຂອງວິທະຍາກອນ ສະເໜີໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ການສ້າງຄວາມເຊື່ອໝັ້ນສຳລັບວິທະຍາກອນ ແລະ ນັກປາຖະກະຖາ ສະເໜີໂດຍທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີກະຊວງພາຍໃນ, ຄວາມຮູ້ພື້ນຖານການເປັນວິທະຍາກອນຂອງສະພາແຫ່ງຊາດ ສະເໜີໂດຍທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ;ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງຈິງຈັງ ແລະ ກົງໄປກົງມາຕໍ່ເນື້ອໃນແຕ່ລະຫົວຂໍ້.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນງົບປະມານຊ່ວຍເຫຼືອຈາກມູນນິທິເອເຊຍ (TAF) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.

(ຂ່າວ-ພາບ: ນາງ ສຸພາວັນ ຫອມສະນິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ