ອົສຕຣາລີ ຈຳກັດວີຊານັກຮຽນ ເນື່ອງຈາກຈຳນວນຜູ້ອົບພະຍົບສູງເປັນປະຫວັດສາດ

ອົສຕຣາລີ ຈຳກັດວີຊານັກຮຽນ ເນື່ອງຈາກຈຳນວນຜູ້ອົບພະຍົບສູງເປັນປະຫວັດສາດ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ລັດຖະບານອົສຕຣາລີຈະເລີ່ມບັງຄັບໃຊ້ກົດວີຊາທີ່ເຂັ້ມງວດຫຼາຍຂຶ້ນສຳລັບນັກຮຽນຕ່າງປະເທດ ເນື່ອງຈາກຂໍ້ມູນຢ່າງເປັນທາງການສະແດງໃຫ້ເຫັນວ່າ ຈຳນວນຜູ້ອົບພະຍົບເຂົ້າປະເທດຢູ່ໃນລະດັບສູງເປັນປະຫວັດສາດອີກຄັ້ງ.
    ລັດຖະບານອົສຕຣາລີລະບຸວ່າ: ການຂໍວີຊາສຳລັບນັກຮຽນ ແລະ ນັກສຶກສາຈົບໃໝ່ຈະມີຂໍ້ກຳນົດດ້ານພາສາອັງກິດເພີ່ມຂຶ້ນ ແລະ ອຳນາດການປົກຄອງ ນະຄອນຫຼວງແຄນເບີຣາຈະໄດ້ຮັບອຳນາດໃນການສະກັດກັ້ນຜູ້ໃຫ້ບໍລິການດ້ານການສຶກສາຈາກການຮັບນັກສຶກສາຕ່າງປະເທດຖ້າຫາກພວກເຂົາຝ່າຝືນກົດຫຼາຍຄັ້ງ. ທ່ານນາງ ແຄ ໂອນິນ ລັດຖະມົນຕີກະຊວງພາຍໃນຂອງອົສຕຣາລີກ່າວວ່າ: ການດຳເນີນການໃນໄລຍະທ້າຍອາທິດທີ່ຜ່ານມາຈະຊຸກຍູ້ໃຫ້ລະດັບການອົບພະຍົບຫຼຸດລົງຢ່າງຕໍ່ເນື່ອງຄວບຄູ່ກັບການປະຕິບັດຕາມພັນທະກໍລະນີຂອງພວກເຮົາໃນກົນລະຍຸດການຍ້າຍຖິ່ນຖານ ເພື່ອແກ້ໄຂລະບົບທີ່ເສຍຫາຍ. ນອກຈາກນີ້, ອຳນາດການປົກຄອງນະຄອນຫຼວງແຄນເບີຣາຈະໃຊ້ແບບທົດສອບຄວາມເປັນນັກຮຽນ (GST) ສະບັບໃໝ່ ເພື່ອຈັດການກັບນັກຮຽນຕ່າງປະເທດທີ່ຕ້ອງການມາອົສຕຣາລີເພື່ອເຮັດວຽກເປັນຫຼັກຕະຫຼອດຈົນກຳນົດເງື່ອນໄຂການບໍ່ຢູ່ຕໍ່ກັບວີຊານັກທ່ອງທ່ຽວເພີ່ມຂຶ້ນດ້ວຍ. ອີກຢ່າງໜຶ່ງ, ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກລັດຖະບານອົສຕຣາລີດຳເນີນການຫຼາຍຢ່າງເມື່ອປີຜ່ານມາ ເພື່ອຍົກເລີກສິດທິໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການບໍ່ຈຳກັດຊົ່ວໂມງເຮັດວຽກຂອງນັກສຶກສາຕ່າງປະເທດ ຊຶ່ງລັດຖະບານໃນເວລານັ້ນກ່າວວ່າ: ກົດລະບຽບການຂໍວີຊາສຳລັບນັກຮຽນຕ່າງປະເທດຈະເຂັ້ມງວດຍິ່ງຂຶ້ນ ແລະ ອາດຈະເຮັດໃຫ້ຈຳນວນຜູ້ອົບພະຍົບຫຼຸດລົງເຄິ່ງໜຶ່ງໃນອີກ 2 ປີຂ້າງໜ້ານີ້. ເຖິງແມ່ນວ່າ ອົສຕຣາລີຮັບຜູ້ອົບພະຍົບປະຈຳປີເພີ່ມຂຶ້ນ ໃນປີ 2022 ເພື່ອຊ່ວຍແກ້ໄຂບັນຫາການຂາດແຄນແຮງງານໃນທຸລະກິດຫຼັກຂອງປະເທດຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການເຄື່ອນໄຫວຂ້າງເທິງກັບເຮັດໃຫ້ການຄວບຄຸມຊາຍແດນເຂັ້ມງວດຍິ່ງຂຶ້ນລວມເຖິງປ້ອງກັນບໍ່ໃຫ້ນັກຮຽນ ແລະ ຄົນງານຕ່າງປະເທດອອກນອກປະເທດເປັນເວລາເກືອບ 2 ປີ.
    ທັງນີ້, ຂໍ້ມູນຈາກສຳນັກງານສະຖິຕິອົສຕຣາລີສະແດງໃຫ້ເຫັນວ່າ: ຈຳນວນຜູ້ອົບພະຍົບເພີ່ມຂຶ້ນ 60% ເປັນ 548.000 ຄົນໃນໄລຍະເວລາ 1 ປີ ໂດຍນັບເຖິງວັນທີ 30 ກັນຍາ 2023 ຊຶ່ງໂດຍລວມແລ້ວປະຊາກອນຂອງອົສຕຣາລີເພີ່ມຂຶ້ນ 2,5% ເປັນ 26,8 ລ້ານຄົນໃນໄລຍະເວລາດັ່ງກ່າວ ຖືວ່າເປັນການເພີ່ມຂຶ້ນໃນອັດຕາທີ່ໄວທີ່ສຸດເປັນປະຫວັດສາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ