ທ່ານນາຍົກລັດຖະມົນຕີ ອົສຕຣາລີ ໄດ້ເດີນທາງໄປຍັງລັດ South Australia ໃນວັນທີ 20 ສິງຫາ ຜ່ານມາເພື່ອສືບສວນການລະບາດຂອງສາຫຼ່າຍພິດ Karenia Mikimotoi ທີ່ເຮັດໃຫ້ສັດທະເລຫຼາຍສິບພັນໂຕຕາຍຢູ່ຕາມແຄມຝັ່ງທະເລຂອງລັດ ທີ່ມີຄວາມຍາວ 500 ກິໂລແມັດ ນັບຕັ້ງແຕ່ມີການກວດພົບຄັ້ງທຳອິດໃນເດືອນມີນາປີນີ້.
ຫ້ອງທົດລອງໃໝ່ ຊຶ່ງສ້າງຂຶ້ນສຳລັບກວດຫາສານພິດ brevetoxin ໃນຫອຍ ຊຶ່ງຈະສ້າງຂຶ້ນຢູ່ຫ້ອງທົດລອງພິດວິທະຍາໃນເມືອງ Adelaide ນະຄອນຫຼວງຂອງ ລັດ South Australia.
ຂ່າວລາຍງານວ່າ: ສານພິດ brevetoxin ເປັນກຸ່ມສານພິດທີ່ເປັນອັນຕະລາຍຕໍ່ລະບົບປະສາດ ທີ່ຜະລິດໂດຍ ສາຫຼ່າຍ ຊຶ່ງກວດພົບໃນຫອຍຂອງອົສຕຣາລີເປັນຄັ້ງທໍາອິດໃນເຂດທີ່ໄດ້ຮັບຜົນກະທົບຈາກການລະບາດ, ສົ່ງຜົນໃຫ້ບາງພື້ນທີ່ລ້ຽງຫອຍຕ້ອງປິດຊົ່ວຄາວ.
ຂໍ້ມູນຂອງອົງການມາດຕະຖານອາຫານອົສຕຣາລີ, ນູແວນເຊລັງ (FSANZ) ຊຶ່ງເປັນອົງການຂອງລັດ ລະບຸວ່າ: ການບໍລິໂພກຫອຍທີ່ປົນເປື້ອນສານ brevetoxin ອາດເຮັດໃຫ້ເກີດອາການເປັນພິດຈາກສານພິດໃນຫອຍ (Neurotoxic Shellfish Poisoning), ໂດຍມີອາການຕ່າງໆເຊັ່ນ: ອໍາມະພາດບາງສ່ວນຂອງແຂນຂາ, ປວດຮາກ ແລະ ສູນເສຍການປະສານງານຂອງຮ່າງກາຍ.
ທ່ານ ອານບາເນັສ ກ່າວວ່າ: ປັດຈຸບັນຕົວຢ່າງອາຫານທະເລໄດ້ຖືກສົ່ງໄປທົດສອບຢູ່ນູແວນເຊລັງ ເພື່ອກວດຫາສານພິດ brevetoxin, ແຕ່ການມີຫ້ອງທົດລອງໃໝ່ຈະຊ່ວຍເລັ່ງຂະບວນການນີ້ໄວຍິ່ງຂຶ້ນ.
ຄໍາເຫັນ