ຂ່າວລະບຸວ່າ: ໃນປີ 2024 ອົສຕຣາລີ ມີແມ່ຍິງເປັນໂຣກສະໝອງເສື່ອມຫຼາຍກວ່າຜູ້ຊາຍ, ໂດຍຄິດເປັນແມ່ຍິງ 266,000 ຄົນ ແລະ ຜູ້ຊາຍ 159,000 ຄົນ ຊຶ່ງໂຕເລກທັງສອງມີທ່າອ່ຽງເພີ່ມຂຶ້ນເປັນແມ່ຍິງ 662,000 ຄົນ ແລະ ຜູ້ຊາຍ 390,000 ຄົນໃນປີ 2065. ໂດຍໂຣກສະໝອງເສື່ອມເປັນສາເຫດອັນດັບຕົ້ນໆຂອງການເສຍຊີວິດໃນອົສຕຣາລີ ໃນປີ 2023, ກວມເອົາປະມານ 17,400 ຄົນ (ແມ່ຍິງ 10,900 ແລະ ຜູ້ຊາຍ 6,500 ຄົນ).
ທ່ານ ແທນຍາ ບູຄາແນນ CEO ຂອງອົງການໂຣກສະໝອງເສື່ອມ ອົສຕຣາລີ (Dementia Australia) ກ່າວວ່າ: ບົດລາຍງານສະບັບນີ້ກວມເອົາໂຣກອັລໄຊເມີ, ໂຣກສະໝອງເສື່ອມຈາກເສັ້ນ ເລືອດ, ໂຣກສະໝອງເສື່ອມທີ່ບໍ່ລະບຸຊັດເຈນ ແລະ ໂຣກສະໝອງເສື່ອມປະເພດອື່ນໆເຊັ່ນ: ໂຣກສະ ໝອງເສື່ອມປະເພດ Lewy body ຊຶ່ງສະທ້ອນເຖິງຜົນກະທົບອັນໃຫຍ່ຫຼວງຂອງໂຣກສະໝອງເສື່ອມຕໍ່ຄອບຄົວຊາວອົສຕຣາລີ.
ບົດລາຍງານສະບັບນີ້ເຜີຍແຜ່ກ່ອນ “ສັບປະດາປຸກລະດົມປ້ອງກັນໂຣກສະໝອງເສື່ອມ” (Dementia Action Week) ໃນໄລຍະວັນທີ 15-21 ເດືອນກັນຍານີ້, ໄດ້ຊີ້ໃຫ້ເຫັນເຖິງບົດບາດສໍາຄັນຂອງຜູ້ເບິ່ງແຍງຄົນເຈັບໂຣກສະໝອງເສື່ອມ ຊຶ່ງມີປະມານ 42% ຂອງຜູ້ເບິ່ງແຍງຫຼັກ ຕ້ອງຄອຍດູແລຄົນເຈັບທີ່ເປັນໂຣກສະໝອງເສື່ອມຢ່າງໜ້ອຍ 60 ຊົ່ວໂມງຕໍ່ອາທິດໃນປີ 2022.
ຄໍາເຫັນ