ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ
ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,

 

ມີທ່ານອ່ອນແກ້ວອຸ່ນອາລົມຮອງເຈົ້າແຂວງອຸດົມໄຊພ້ອມດ້ວຍຫ້ອງການກະສິກໍາແລະປ່າໄມ້ 7 ເມືອງທົ່ວແຂວງ, ຂະແໜງການທີ່ກ່ຽວຂ້ອງແລະພະນັກງານວິຊາການເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດບັນດາໜ້າວຽກຂອງພະແນກກະສິກໍາແລະປ່າໄມ້ທົ່ວແຂວງອຸດົມໄຊໃນໄລຍະ 1 ປີຜ່ານມາ ຊຶ່ງຄະນະພັກ-ຄະນະນຳທຸກຂັ້ນໄດ້ສຸມໃສ່ນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2024 ແລະທິດທາງແຜນການ 2025 ຂອງແຂວງ, ຂອງກະຊວງແລະຂອງພະແນກ, ເປັນເຈົ້າການຈັດຕັ້ງປະຕິບັດແຜນງານ, ໂຄງການຕາມພາລະບົດບາດ, ສິດແລະໜ້າທີ່ຂອງຕົນຢ່າງແຂງແຮງຕິດພັນການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດສາມາດສູ້ຊົນຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນສຳເລັດການນຳພາການເມືອງ-ແນວຄິດ, ການຮັກສາຄວາມສະຫງົບພາຍໃນສຳນັກງານ, ອົງການຈັດຕັ້ງ, ວຽກງານວິຊາສະເພາະຕາມແຜນງານບຸລິມະສິດ ຕິດພັນກັບໜ້າທີ່ການເມືອງຂອງຂະແໜງການກະສິກໍາແລະປ່າໄມ້,ແຜນງານຜະລິດກະສິກໍາເພື່ອຄ້ຳປະກັນດ້ານສະບຽງອາຫານແລະໂພຊະນາການ, ແຜນງານຜະລິດກະສິກໍາເປັນສິນຄ້າແລະປຸ່ງແຕ່ງເພື່ອຊົມໃຊ້ພາຍໃນແລະສົ່ງອອກ, ແຜນງານຄຸ້ມຄອງ, ພັດທະນານຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ, ແຜນພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ.

ສຳລັບວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານ 3 ສ້າງ, ການຈັດຕັ້ງປະຕິບັດນະໂຍບາຍ, ຄາດໝາຍສູ້ຊົນທີ່ສຳຄັນແຕ່ປີ 2026-2029 ຈະໄດ້ສຸມໃສ່ຜະລິດກະສິກໍາເພື່ອຄ້ຳປະກັນດ້ານສະບຽງອາຫານແລະໂພຊະນາການຜະລິດເຂົ້າເປືອກໃຫ້ໄດ້ 453,111 ໂຕນ, ສະເລ່ຍ 90,622ໂຕນຕໍ່ປີ ສະເລ່ຍອັດຕາບໍລິໂພກໃຫ້ໄດ້ 260 ກິໂລກຣາມຕໍ່ຄົນຕໍ່ປີ; ຜະລິດຊີ້ນ, ປາ, ໄຂ່ໃຫ້ໄດ້ 242,842 ໂຕນສະເລ່ຍ 48,568 ໂຕນຕໍ່ປີ;ອັດຕາບໍລິໂພກໃຫ້ໄດ້ 126.62 ກິໂລກຣາມຕໍ່ຄົນຕໍ່ປີ, ຜະລິດກະສິກໍາເປັນສິນຄ້າແລະປຸ່ງແຕ່ງເພື່ອຊົມໃຊ້ພາຍໃນແລະສົ່ງອອກຕາມທ່າແຮງຂອງແຂວງ, ຜະລິດພືດໃຫ້ໄດ້ 4,650,336 ໂຕນຂຶ້ນໄປໃນເນື້ອທີ່ 97,629 ເຮັກຕາ. ສ່ວນການລ້ຽງສັດເປັນສິນຄ້າສົ່ງອອກ: ລ້ຽງງົວໃຫ້ໄດ້ 40,000ໂຕ, ໝູ 168,000ໂຕ, ປາ 54,901 ໂຕນ; ຄຸ້ມຄອງພັດທະນາແລະນຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ: ແກ້ໄຂຄວາມທຸກຍາກສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 9,181 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 106 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ 3 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 13,725 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 126 ບ້ານ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 5 ຈຸດສຸມແລະສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 3 ເມືອງ.

ໂອກາດນີ້, ທ່ານອ່ອນແກ້ວອຸ່ນອາລົມໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາ-ຊີ້ນຳຂອງຄະນະພະແນກກະສິກໍາແລະປ່າໄມ້ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ປະຕິບັດໜ້າທີ່ການເມືອງແລະສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານພ້ອມທັງເນັ້ນໃຫ້ພະແນກດັ່ງກ່າວສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງເພື່ອນຳພາ-ຊີ້ນຳວຽກງານກະສິກຳແລະປ່າໄມ້ໃຫ້ມີຜົນງານທີ່ຍິ່ງໃຫຍ່ກວ່າເກົ່າໃນຕໍ່ໜ້າ.

(ຂ່າວ: ດວງຕາແສງມະນີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ສະຫະພັນແມ່ຍິງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ສະມາ ຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII ຂຶ້ນໃນວັນທີ 14 ກໍລະກົດນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ໂດຍການເປັນປະທານຂອງທ່ານນາງ ແກ້ວອຸດອນ ແສງມະນີ ປະທານສະຫະພັນແມ່ຍິງ ສຊປລ, ມີພະນັກງານບຳນານແມ່ຍິງຂອງ ສຊປລ, ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແຫ່ງຊາດ (13 ກໍລະກົດ 1997-13ກໍລະກົດ2025) ຄົບຮອບ 28 ປີ ຂຶ້ນໃນວັນທີ່11 ກໍລະກົດຜ່ານມາ ທີ່ຂົວບ້ານຈຽງມູນ.
ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ໃນຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ລາຍງານກ່ຽວກັບ ການກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ
ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ໃນທ້າຍອາທິດຜ່ານມານີ້, ທ່ານ ອານີໄສ ສຸຂະວົງ ຕ່າງໜ້າຄອບຄົວທ່ານ ນາງ ສົມວິໄລວົງ ສຸຂະວົງ, ຄອບຄົວຂອງ ທ່ານ ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ນໍາເອົາງົວຈໍານວນ 100 ໂຕ ມີງົວພໍ່ພັນ 10 ໂຕ, ງົວແມ່ພັນ 90 ໂຕ. ໃນນີ້, ມີງົວແມ່ພັນທີ່ມີລູກໃນທ້ອງ 50 ໂຕ ລວມມູນຄ່າ 1 ຕື້ 800 ລ້ານກີບ ມອບໃຫ້ປະຊາຊົນຜູ້ທີ່ຢູ່ຫ່າງໄກຊອກຫຼິກ ຢູ່ກຸ່ມບ້ານຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ.
ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ ນະຄອນໄກສອນພົມວິຫານ ໄດ້ຈັດພິທີປ່ອຍປາປະຈໍາປີ 2025 ຢູ່ທີ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ນະຄອນໄກສອນພົມວິຫານ ຈໍານວນ 150,000 ໂຕ ແລະ ໃນປີນີ້ຈະປ່ອຍປາ-ສັດນໍ້າຕື່ມອີກລົງແຫຼ່ງນໍ້າທໍາມະຊາດ, ວັງສະຫງວນ ແລະ ໜອງປາຊຸມຊົນໃຫ້ໄດ້ 38 ລ້ານໂຕ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນ ແລະ ນ້ອງນັກຮຽນ, ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈໍາແຂວງເຂົ້າຮ່ວມ.
ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ຕອນເຊົ້າວັນທີ 14 ກໍລະກົດນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມ ຮ່ວມລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ໂດຍການເປັນປະທານຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ສະມາຊິກສະພາ ແລະ ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ-ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ.
ເພີ່ມເຕີມ