ສໍາເລັດການຝຶກອົບຮົມຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ-ເສື້ອລື້

ອຸດົມໄຊ ສໍາເລັດການຝຶກອົບຮົມຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ-ເສື້ອລື້

ອຸດົມໄຊ ສໍາເລັດການຝຶກອົບຮົມຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ-ເສື້ອລື້
ວັນທີ 16 ທັນວາຜ່ານມາ, ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ, ໄດ້ປິດຊຸດຝຶກອົບຮົມການຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍ ບ້ານຍໍ້ ແລະ ບ້ານນາງົວ ເມືອງແບງ,

ແຂວງອຸດົມໄຊ, ເຂົ້າຮ່ວມພິທີມີ ທ່ານ ນາງ ດາວວົງ ກອງມະນີ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ, ທ່ານ ຄໍາແດງ ສີອໍາໄພ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແບງ, ມີຄະນະປະຈໍາສະພາການຄ້າເມືອງ, ນາຍບ້ານ ແລະ ສໍາມະນາກອນ ຈາກກຸ່ມຫັດຖະກໍາຜ້າຝ້າຍ ເຂົ້າຮ່ວມ.
ໃນພິທີ ທ່ານ ໄລພອນ ແກ້ວມະນີວອນ ຜູ້ປະສານງານໂຄງການ: ສົ່ງເສີມຄວາມສາມາດໃຫ້ຜູ້ປະກອບການ, ຊ່າງຫັດຖະກໍາ ແລະ ປະຊາຊົນຜະລິດຜ້າຝ້າຍ ຢູ່ແຂວງອຸດົມໄຊ, ໄດ້ລາຍງານການຈັດຕັ້ງປະຕິບັດກິດຈະກຳໂຄງການຝຶກອົບຮົມການຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ຕະຫຼອດໄລຍະການຝຶກອົບຮົມ 9 ວັນຜ່ານມາ. ໄດ້ຝຶກອົບຮົມ 2 ກິດຈະກໍາຫຼັກຄື: ກິດຈະກໍາທີ່ໜຶ່ງ ໄດ້ຝຶກອົບຮົມວິທີຍ້ອມສີທໍາມະຊາດ ຈໍານວນ 6 ສີຄື: ສີແດງ, ສີບົວ, ສີເຫຼືອງ, ສີນິນ, ສີດໍາ ແລະ ສີນໍ້າຫ້ອມ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍ ບ້ານຍໍ້ໂດຍນໍາໃຊ້ວັດຖຸດີບຈາກທຳມະຊາດເປັນສ່ວນປະສົມໃນການຍ້ອມສີທຳມະຊາດເປັນຕົ້ນແມ່ນໝາກກະເປົ້າ, ເປືອກຄາມເຄືອ, ໃບໝາກສີດາ, ໃບຫ້ອມ, ຂີ້ໝິ້ນ ແລະ ຫອມເລືອດ (ຜັກບົວເລືອດ) ມີຜູ້ເຂົ້າຮ່ວມຝືກອົບຮົມທັງໝົດ 14 ຄົນ; ກິດຈະກໍາທີ່ສອງ ໄດ້ຝຶກອົບຮົມເຕັກນິກການອອກແບບ ແລະ ຕັດຫຍິບກະເປົາ-ເສື້ອລື້ແບບປະຍຸກ ໃຫ້ກຸ່ມຕັດຫຍິບ ບ້ານນາງົວ ໃນການແປຮູບຜ້າຝ້າຍມາເປັນເສື້ອລື້ ແລະ ແພເສດມາເປັນກະເປົາ ມີຜູ້ເຂົ້າຮ່ວມທັງໝົດ 11 ຄົນ. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢຶນຜ່ານຫຼັກສຸດການຝຶກອົບຮົມຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍທັງ 2 ບ້ານ.
(ຂ່າວ: ໄລພອນ ແກ້ວມະນີວອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ໂຕນ, ຄາດຄະເນແນວປູກ 5,567 ໂຕນ. ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ ໃສ່ກັບ ປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ. ຍ້ອນວ່າຊາວນາແຕ່ລະເມືອງໄດ້ມີການບຸກເບີກເນື້ອທີ່ເພີ້ມຕື່ມ.
ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ພິທີປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເຂົ້າກັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 18 ມິຖຸນາ ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຜູ້ຊີ້ນໍາການໂຮມ ພບ ເຂົ້າກັບ ອຄ; ມີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ພບ, ສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ອຄ ພ້ອມດ້ວຍສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃກ້ຈະມາເຖິງນີ້. ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ ສນຊ ໂດຍໃຫ້ກຽດຖະແຫຼງຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ