![]() |
ໃນພິທີ, ທ່ານ ຄໍາຜັ້ນ ສຸນີນຸວົງສາ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງກ່າວວ່າ: ການຈັດງານບຸນນະມັດສະການ ພະທາດທ່າພະນົມປະຖົມລັດຕະນະເຈດີ ແມ່ນສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໄກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.ພັດທະນາເດິ່ນພະທາດ ແລະ ພັດທະນາຫ້ອງການຕາແສງ.
ແຜນການພັດທະນາການທ່ອງທ່ຽວຄັ້ງນີ້, ກວມເອົາໄລຍະທາງປະມານ 25 ກິໂລແມັດ ເລີ່ມຕົ້ນຈາກຈຸດຕົວເມືອງອຸທຸມພອນ 3 ຫຼ່ຽມປີ້ງໄກ່ເຊໂນ ຈົນເຖິງຈຸດລົງສໍາຫຼວດ ທີ່ໄກສຸດ. ເສັ້ນທາງທ່ອງທ່ຽວແບບວົງແຫວນນີ້, ມີຈຸດປະສົງເພື່ອເຊື່ອມໂຍງຈຸດທ່ອງທ່ຽວຕ່າງໆ ເຂົ້າໃນລະບົບດຽວກັນ ເຮັດໃຫ້ນັກທ່ອງທ່ຽວສາມາດໄດ້ປະສົບການທີ່ສົມບູນ ແລະ ຄົບຖ້ວນ.
ການຈັດງານບຸນນະມັດສະການພະທາດ ທ່າພະນົມປະຖົມລັຕະນະເຈດີ ແມ່ນໄດ້ຈັດຂຶ້ນທຸກໆປີໃນເດືອນ 3 ຂຶ້ນ 15 ຄໍ່າ, ເພື່ອເປັນການອະນຸລັກ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ ຄົນຮຸ້ນລູກ, ຮຸ້ນຫຼານໄດ້ສືບທອດປະເພນີອັນດີງາມນີ້ໄວ້ຕະຫຼອດໄປ ຫຼື ໄດ້ສຶກສາຄົ້ນຄວ້າ, ທັງເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ, ຊຶ່ງໃນງານນອກຈາກພິທີທາງສາສະໜາ ກໍຍັງມີກິດຈະກໍາຂະບວນສິລະປະ-ວັນນະຄະດີຂອງນ້ອງນັກຮຽນ ແລະ ຂະບວນຟ້ອນຂອງສະຫະພັນແມ່ຍິງພາຍໃນບ້ານ ກໍຄືບ້ານໄກ້ຄຽງເຂົ້າຮ່ວມໃນງານ, ພ້ອມທັງມີວົງດົນຕີຄົບງັນ ແລະ ພິທີແຫ່ຜາສາດເຜິ້ງຕາມປະເພນີທີ່ເຄີຍປະຕິບັດກັນມາ
ງານບຸນນະມັດສະການພະທາດ ທ່າພະນົມປະຖົມລັດຕະນະເຈດີປີນີ້, ແມ່ນຕິດພັນກັບບຸນກອງເຂົ້າໃຫຍ່, ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ມັງກອນ - ວັນທີ 2 ກຸມພາ 2026
(ແຫຼ່ງຂ່າວ: ເມືອງອຸທຸມພອນ)

ຄໍາເຫັນ