ຂ່າວລະບຸວ່າ: ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຮ່າໂນ້ຍ ກ່ຽວກັບການຫັນປ່ຽນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ແລະ “ຖະແຫຼງການ P4G ກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງ, ກົນໄກຫຼາຍຝ່າຍ ໃນການຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງ”.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນປິດກອງປະຊຸມວ່າ:5 ໝາກຜົນເຫັນດີ ຊຶ່ງກອງປະຊຸມບັນລຸໄດ້ນັ້ນແມ່ນບັນດາຄວາມເຫັນດີກ່ຽວກັບການລະດົມການເງິນຊຸກຍູ້ການຫັນປ່ຽນສີຂຽວ, ພັດທະນາແບບຍືນຍົງ, ບັນດາຮູບແບບການຮ່ວມມືພາກລັດ - ເອກະຊົນ ແລະ ນະໂຍບາຍການເງິນທີ່ມີຫົວຄິດປະດິດສ້າງ, ເຫັນດີຕໍ່ການສົ່ງເສີມການຄົ້ນຄວ້າ ແລະ ພັດທະນາບັນດາມາດຕະການເຕັກໂນໂລຊີສີຂຽວ, ເຫັນດີກ່ຽວກັບການປ່ຽນແປງລະບົບກະສິກຳ ແລະ ສະບຽງອາຫານແບບຍືນຍົງ, ເຫັນດີກ່ຽວກັບການພັດທະນາ ແລະ ບຳລຸງສ້າງກຳລັງແຮງງານທີ່ມີຄຸນນະພາບສູງ.
ຄໍາເຫັນ