ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ
ພິທີປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເຂົ້າກັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 18 ມິຖຸນາ ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຜູ້ຊີ້ນໍາການໂຮມ ພບ ເຂົ້າກັບ ອຄ; ມີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ພບ, ສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ອຄ ພ້ອມດ້ວຍສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ປະກາດການຈດຕງ ພາຍຫງການໂຮມ ກະຊວງ ພບ ແລະ ກະຊວງ ອຄ - image 1
 

ສະຫາຍ ມະໄລທອງ ກົມມະສິດ ໄດ້ລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ ໃນການໂຮມກະຊວງ ພບ ແລະ ກະຊວງ ອຄ ເຂົ້າກັນ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ: ພາຍຫຼັງມີມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ, ຄະນະພັກ-ຄະນະນໍາຂອງ ພບ ແລະ ອຄ ກໍແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂອງຕົນ, ພ້ອມທັງໄດ້ສະຫຼຸບ, ສັງລວມ ແລະ ຕີລາຄາ ການຈັດຕັ້ງປະຕິບັດວຽກງານຂອງກະຊວງຕົນ ໃນໄລຍະຜ່ານມາ ເພື່ອເປັນຖານຂໍ້ມູນ ໃນການຄົ້ນຄວ້າ ການປັບປຸງພາລະບົດບາດ, ສິດ, ໜ້າທີ່ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງ ກະຊວງໃໝ່ ພາຍຫຼັງທີ່ໂຮມເຂົ້າກັນ. ຄະນະຜິດຊອບຂັ້ນກະຊວງ ແມ່ນປະກອບດ້ວຍ 3 ຄະນະຕົ້ນຕໍ ຄື: ຄະນະດ້ານເນື້ອໃນ, ຄະນະດ້ານບຸກຄະລາກອນ ແລະ ຄະນະດ້ານຊັບສິນ.

ຈາກນັ້ນ, ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ກໍໄດ້ຂຶ້ນຜ່ານນິຕິກຳຂອງຂັ້ນເທິງເປັນຕົ້ນແມ່ນ: ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ໂພໄຊ ໄຊຍະສອນ ໄປປະຈຳການຢູ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການຍົກຍ້າຍ ສະຫາຍ ໂພໄຊ ໄຊຍະສອນ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກ ກະຊວງ ອຄ; ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ເປັນລັດຖະມົນຕີ ກະຊວງ ອຄ; ມະຕິຂອງຄະນະເລຂາທິການສູນກາງພັກວ່າດ້ວຍການສ້າງຕັ້ງອົງຄະນະພັກ ອຄ; ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກະຊວງ ອຄ ປະກອບມີ 11 ສະຫາຍຄື: 1. ສະຫາຍ ມະໄລທອງ ກົມມະສິດ ຄະນະບໍລິຫານງານພັກ ຄະນະປະຈຳພັກ ເປັນເລຂາຄະນະພັກກະຊວງ; 2. ສະຫາຍ ຈັນສະແຫວງ ບຸນຍົງ ຄະນະບໍລິຫານງານພັກ ຄະນະປະຈຳພັກ ເປັນຮອງເລຂາຄະນະພັກກະຊວງ, 3. ສະຫາຍ ຈັນທະບູນ ສຸກອາລຸນ ຄະນະບໍລິຫານງານພັກ ເປັນຄະນະປະຈຳພັກກະຊວງ; 4. ສະຫາຍ ມະໂນທອງ ວົງໄຊ ກຳມະການຄະນະພັກ; 5. ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການຄະນະພັກ; 6. ສະຫາຍ ພຸດທະວັນ ນັນທະວົງ ກຳມະການຄະນະພັກ; 7. ສະຫາຍ ບົວວັນ ວິລະວົງ ກຳມະການຄະນະພັກ; 8. ສະຫາຍ ໄຊສົມເພັດ ນໍລະສິງ ກຳມະການຄະນະພັກ; 9. ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກຳມະການຄະນະພັກ; 10. ສະຫາຍ ໄຊຊະນະ ໄຊຍະກອນ ກຳມະການຄະນະພັກ ແລະ 11. ສະຫາຍ ອະພິສິດ ແສງສຸລິວົງ ກຳມະການຄະນະພັກ.

ປະກາດການຈດຕງ ພາຍຫງການໂຮມ ກະຊວງ ພບ ແລະ ກະຊວງ ອຄ - image 2
 

ຜ່ານແຈ້ງການຂອງ ຄະນະປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການຮັບຮອງກົງຈັກ ແລະ ບຸກຄະລາກອນຂອງ ກະຊວງ ອຄ ຄື: ແຕ່ງຕັ້ງ ສະຫາຍ ຈັນສະແຫວງ ບຸນຍົງ, ສະຫາຍ ຈັນທະບູນ ສຸກອາລຸນ ແລະ ສະຫາຍ ມະໂນທອງ ວົງໄຊ ເປັນຮອງລັດຖະມົນຕີ ອຄ; ແຕ່ງຕັ້ງ ສະຫາຍ ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງ; ສະຫາຍ ນາງ ແສງເດືອນ ວົງອິນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ພຸດທະວັນ ນັນທະວົງ ເປັນຫົວໜ້າກົມກວດກາ; ສະຫາຍ ນາງ ສັນຕິສຸກ ພິມພະຈັນ ເປັນຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ; ສະຫາຍ ບຸນເພັງ ສີບຸນເຮືອງ ເປັນຫົວໜ້າກົມອຸດສາຫະກຳປຸງແຕ່ງ; ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ເປັນຫົວໜ້າກົມພະລັງງານ; ສະຫາຍ ບຸນຍົງ ສີດາວົງ ເປັນຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່; ສະຫາຍ ໄຊຊະນະ ໄຊຍະກອນ ເປັນຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ; ສະຫາຍ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າກົມ ການຄ້າພາຍໃນ; ສະຫາຍ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຫົວໜ້າກົມການຄ້າຕ່າງປະເທດ; ສະຫາຍ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມ ຄຸ້ມຄອງຊັບສິນທາງປັນຍາ; ສະຫາຍ ສີສັງຄົມ ໂຄດໂຍທາ ເປັນຫົວໜ້າກົມມາດຕະຖານ ແລະ ວັດແທກ; ສະຫາຍ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດ; ສະຫາຍ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ສະຫາຍ ອະນຸສັກ ພົງສະຫວັດ ເປັນຫົວໜ້າສະຖາບັນອຸດສາຫະກຳ ແລະ ພະລັງານ.

ກະຊວງ ອຄ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ລວມສູນ ກ່ຽວກັບວຽກງານ ອຸດ ສາຫະກຳ, ຫັດຖະກຳ, ພະລັງງານ, ທໍລະນີສາດ, ບໍ່ແຮ່, ການຄຸ້ມຄອງເຄມີ, ການຄ້າພາຍໃນ, ການຄ້າຕ່າງປະເທດ, ການຄ້າຜ່ານທາງເອເລັກໂຕຣນິກ, ການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນທາງທຸລະກິດ, ການຄຸ້ມຄອງວຽກງານທະບຽນວິສາຫະກິດ, ການສົ່ງເສີມວິສາຫະກິດ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ. ກະຊວງ ອຄ ມີ 30 ໜ້າທີ່ ແລະ 14 ຂອບເຂດສິດ ກ່ຽວກັບວຽກງານ ອຸດສາຫະກຳ, ການຄ້າ, ຊັບສິນທາງປັນຍາ, ມາດຕະຖານ-ວັດແທກ, ພະລັງງານ, ບໍ່ແຮ່ ແລະ ພັດທະນາວິສາຫະກິດ.

(ຂ່າວ: ຄໍາແສງ, ພາບ: ວຽງສະຫວັນ-ແອັບເປິ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ