![]() |
ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ໂດຍອີງຕາມມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ອີງຕາມຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຄັ້ງວັນທີ 6-8 ມັງກອນ 2026; ອີງຕາມການຕົກລົງຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XII, ຄັ້ງວັນທີ 3-5 ມີນາ 2026. ກົມການເມືອງສູນກາງພັກເຫັນດີຍົກຍ້າຍ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄປຮັບໜ້າທີ່ໃໝ່ຢູ່ ຄະນະໂຄສະນາອົບຮົມສູນກາງພັກ.
![]() |
ໃນໂອກາດນີ້, ສະຫາຍນາງ ສວນສະຫວັນ ວິຍະເກດ ກໍໄດ້ໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ, ໄວ້ວາງໃຈຂອງຂັ້ນເທິງທີ່ເຫັນວ່າໄລຍະຜ່ານມາສາມາດນຳພາ-ຊີ້ນຳສ້າງໄດ້ຜົນງານຫຼາຍດ້ານ ຍ້ອນມີຄວາມບຸກບືນ, ຝຶກຝົນຫຼໍ່ຫຼອມຕົນເອງຂອງສະຫາຍຢ່າງຕັ້ງໜ້າ ສາມາດເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ຈົນກາຍເປັນການນໍາຂັ້ນສູງທີ່ມີບົດບາດ, ມີບົດຮຽນ ແລະ ປະສົບການ ໃນການນຳພາ-ຊີ້ນຳເຮັດສໍາເລັດ
ໜ້າທີ່ການເມືອງເປັນຢ່າງດີ. ໃນນາມສ່ວນຕົວ ຫຼື ໃນນາມການຈັດຕັ້ງ, ເຊື່ອໝັ້ນວ່າສະຫາຍຈະສືບຕໍ່ນຳເອົາບົດຮຽນ, ປະສົບການ ກໍຄືຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ເຫື່ອແຮງໄປໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄດ້ຮັບຜົນດີຍິ່ງຂຶ້ນ, ເອົາໃຈໃສ່ໃຫ້ຄວາມຮ່ວມມື, ສາມັກຄີເປັນປຶກແຜ່ນ ພ້ອມກັນເຮັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຜົນຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ບຸນຕອມ.


ຄໍາເຫັນ