ປະກາດເລື່ອນຊັ້ນໃຫ້ນາຍທະຫານ ກອງພັນໃຫຍ່ 302 ກອງພົນທີ 3

ປະກາດເລື່ອນຊັ້ນໃຫ້ນາຍທະຫານ ກອງພັນໃຫຍ່ 302 ກອງພົນທີ 3
ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂຶ້ນໃນວັນທີ 23 ເມສານີ້ ທີ່ສະໂມສອນກອງພັນໃຫຍ່ 302 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍຮ້ອຍເອກ ພຸດ ພອນມະນີ ຫົວໜ້າຂະແໜງພະນັກງານກອງພັນໃຫຍ່ 302 ໄດ້ຂຶ້ນຜ່ານຂໍໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ເລກທີ 2352/ກປທ, ລົງວັນທີ 2 ເມສາ 2024 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 302, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ II ໝວດ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານຢູ່ໃນຖັນແຖວກອງທັບ, ໃນນີ້ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 302 ຈາກຊັ້ນຮ້ອຍເອກຂຶ້ນພັນຕີຈຳນວນ 3 ສະຫາຍ, ຊັ້ນຮ້ອຍໂທຂຶ້ນຮ້ອຍເອກຈຳນວນ 7 ສະຫາຍ, ຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 9 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 1 ສະຫາຍ, ທຽບຊັ້ນຮ້ອຍໂທໃຫ້ນັກຮຽນທີ່ຮຽນຈົບຊັ້ນປະລິນຍາຕີ, ຊັ້ນສູງຈຳນວນ 2 ສະຫາຍ. 
    ໂອກາດນີ້, ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃຫ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ແລະ ໜ້າທີ່ການເມືອງຂອງກົມກອງຢ່າງເລິກເຊິ່ງ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຕິດພັນກັບຂະບວນການວຽກງານຕົວຈິງ, ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ຕິດພັນກັບການປັບປຸງແບບ ແຜນນໍາພາວິທີເຮັດວຽກໃຫ້ສອດຄ່ອງ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເທື່ອລະກ້າວ.  ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ພິທີມອບ-ຮັບອຸປະກອນການສຶກສາຈັດຂຶ້ນໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດມອບໂດຍທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໃຫ້ກຽດກ່າວຮັບ ພ້ອມຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈຳນວນ 25 ທ່ານ ລົງສະເໜີໂຕ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ປະທານຄະນະກຳມະການເລືອກຕັ້ງ, ມີບັນດາຜູ້ສະໝັກຮັບເລືອກຕັ້ງ ພ້ອມດ້ວຍການນຳ ນວ, ຄະນະກຳມະການ, ອະນຸກຳມະ ການເລືອກຕັ້ງ, ບັນດາອົງການຈັດຕັ້ງ, ອົງການທຽບເທົ່າ, ນັກທຸລະກິດ, ພະນັກງານຫຼັກແຫຼ່ງ, ຜູ້ມີສິດເລືອກຕັ້ງ ໃນ ນວ ເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ໃນວັນທີ 5 ກຸມພາ ຜ່ານມານີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ທ່ານ ໄກສອນ ຈັນສີນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສ້ອຍມະນີ ຈັນເນັ່ງປ່າວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ພົບປະປະຊາຊົນບ້ານວັງບານ ເມືອງໄຊຈຳພອນແຂວງບໍລິຄຳໄຊ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ທົ່ວປວງຊົນລາວທັງຊາດ ກໍາລັງກະກຽມເຂົ້າສູ່ເຫດການການເມືອງທີ່ສຳຄັນ, ໃນວັນທີ 6 ກຸມພານີ້ ຢູ່ທີ່ສະໂມສອນເມືອງງາ ແຂວງອຸດົມໄຊ, ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 4 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໄດ້ລົງເຄື່ອນໄຫວສະເໜີຕົວ ແລະ ພົບປະກັບພະນັກງານຫຼັກແຫຼ່ງ ຜູ້ມີສິດເລືອກຕັ້ງພາຍໃນເມືອງງາ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໃນວັນທີ 5 ກຸມພາ ຜ່ານມາ, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ - ຈີນໄດ້ເຊື່ອມຕໍ່ກັນຢ່າງສົມບູນ ຊຶ່ງເປັນຂີດໝາຍເຖິງໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ນີ້ໄດ້ຮັບຄວາມຄືບໜ້າອັນຕັດສິນຊີ້ຂາດ ແລະ ວາງພື້ນຖານທີ່ໜັກແໜ້ນສຳລັບການເລີ່ມການຜະລິດ ຢ່າງເຕັມທີ່ໃນເດືອນເມສາປີນີ້.
ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລົງເຜີຍແຜ່, ເຊື່ອມຊຶມ ເອກະສານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນຢູ່ກຸ່ມບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2026, ໂດຍການເປັນປະທານຂອງທ່ານ ຄໍາພຸດໂພທິລາດ ກໍາມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຫົວໜ້າອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ພິທີປະກາດການຍົກຍ້າຍການນຳຂັ້ນສູງຂອງແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ວັນທີ 5 ກຸມພາ 2026ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີຈໍານວນ 13 ທ່ານ ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງ ສະມາຊີກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ຊຸດທີ v ຈຳນວນ 8 ທ່ານ ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານໂພນໄຊ ເມືອງໄຊຍະບູລີ ໂດຍການນໍາພາຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຜູ້ຮັບສະໜັກ ສສຊ ແລະ ສະພາປະຊາຊົນປະຈຳເຂດເລືອກຕັ້ງເຂົ້າຮ່ວມ, ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານ ຄະນະກຳມະການປົກຄອງເມືອງໄຊຍະບູລີ ພ້ອມດ້ວຍ ປະຊາຊົນພາຍໃນບ້ານດັ່ງກ່າວຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ວັນທີ 5 ກຸມພານີ້, ສານປະຊາຊົນເຂດ II ແຂວງຈຳປາສັກ ໄດ້ປະກາດແຕ່ງຕັ້ງປະທານສານຄົນໃໝ່; ໂດຍການເຂົ້າຮ່ວມຂອງ ທ່ານ ອານົງ ຍອຍສາຍຄຳ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ພູວັງ ຈະເລີນລັດ ຮັກສາການສານປະຊາຊົນແຂວງຈຳປາສັກ, ມີຜູ້ພິພາກສາ ແລະ ຜູ້ຊ່ວຍ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໂຂງເຂົ້າຮ່ວມ.
ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນປັດຈຸບັນຂຶ້ນໃນວັນທີ 5 ກຸມພານີ້ ທີ່ ຄອສພ, ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມີບັນດາຫົວໜ້າກົມ,​ ຮອງກົມ ພາຍໃນ ຄອສພ ແລະ ບັນດາພະນັກງານເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ