ພິທີປະກາດການຍົກລະດັບກອງພັນປືນໃຫຍ່ໜ້າດິນ 619 ຂອງກອງພົນທີ 4

ປະກາດຍົກລະດັບກອງພັນປືນໃຫຍ່ໜ້າດິນ 619 ເປັນກອງພັນໃຫຍ່ປືນໃຫຍ່ເອກະລາດ

ປະກາດຍົກລະດັບກອງພັນປືນໃຫຍ່ໜ້າດິນ 619 ເປັນກອງພັນໃຫຍ່ປືນໃຫຍ່ເອກະລາດ
ພິທີປະກາດການຍົກລະດັບກອງພັນປືນໃຫຍ່ໜ້າດິນ 619 ຂອງກອງພົນທີ 4 ຂຶ້ນເປັນກອງພັນໃຫຍ່ປືນໃຫຍ່ ໜ້າດິນ 619 ເອກະລາດໄດ້ຈັດຂຶ້ນໃນວັນທີ 7 ສິງຫາຜ່ານມາ

ນີ້,ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ,ມີຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ,ກົມທີ່ກ່ຽວຂ້ອງ, ແຂກຖືກເຊີນຈາກພາກສ່ວນຕ່າງໆ, ຄະນະພັກ-ຄະນະບັນຊາກອງພົນທີ 4, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານຫຍໍ້ກ່ຽວກັບຕົ້ນກຳເນີດຂອງກອງພັນປືນໃຫຍ່ໜ້າດິນ 619 ແລະ ວຽກງານກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຍົກລະດັບເປັນກອງພັນໃຫຍ່ປືນໃຫຍ່ໜ້າດິນ 619.ຈາກນັ້ນ, ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການຍົກລະດັບ ກອງພັນນ້ອຍປືນໃຫຍ່ໜ້າດິນ 619 ກອງພົນທີ 4 ຂຶ້ນເປັນກອງພັນໃຫຍ່ປືນໃຫຍ່ໜ້າດິນ 619 ເອກະລາດ, ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານຈາກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິການກອງທັບ, ລະບົບການຈັດຕັ້ງ ດ້ານວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານແມ່ນຂຶ້ນກັບກົມໃຫຍ່ການເມືອງກອງທັບ, ດ້ານວຽກງານເຕັກນິກວິຊາສະເພາະ, ວຽກງານປັບປຸງກໍ່ສ້າງກໍາລັງ ຂຶ້ນກັບກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ດ້ານວຽກງານພະລາທິການ, ງົບປະມານ ແລະ ເງິນເດືອນຂຶ້ນກັບກົມໃຫຍ່ພະລາທິການກອງທັບ ເປັນຫົວໜ່ວຍງົບປະມານເອກະລາດ ແລະ ດ້ານວຽກງານເຕັກນິກຂຶ້ນກັບກົມໃຫຍ່ເຕັກນິກກອງທັບ.

ກອງພັນໃຫຍ່ປືນໃຫຍ່ໜ້າດິນ 619 ມີພາລະບົດບາດໃນການເປັນກຳລັງແຮງຕົ້ນຕໍທາງດ້ານກໍາລັງໄຟໜ້າດິນ ຂັ້ນຍຸດທະບັ້ນຮົບ-ຍຸດທະສາດໃຫ້ແກ່ກະຊວງປ້ອງກັນປະເທດ. ພ້ອມດຽວກັນນີ້, ຍັງໄດ້ປະກາດການແຕ່ງຕັ້ງຄະນະບັນຊາກອງພັນໃຫຍ່ປືນໃຫຍ່ໜ້າດິນ 619, ເຊິ່ງປະກອບມີສະຫາຍ ພັນເອກ ແສງຟອງ ທິບທິລາດ ເປັນຫົວໜ້າການເມືອງ; ສະຫາຍ ພັນໂທ ແສງວັນ ເກີດທະບູລີ ເປັນຫົວໜ້າການທະຫານ; ສະຫາຍ ພັນໂທ ບຸນມາ ແກ້ວເກີດມີ ເປັນຮອງຫົວ ໜ້າການເມືອງທັງເປັນຫົວໜ້າພະແນກການເມືອງ; ສະຫາຍ ພັນໂທ ພູສອນ ໄຊຍະບົວສີ ເປັນຮອງຫົວ ໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ; ສະຫາຍ ພັນໂທ ດວງປີດາ ເລົາແສງດາວ ເປັນຮອງຫົວໜ້າກອງພັນໃຫຍ່ທັງເປັນຫົວໜ້າພະແນກພະລາທິການ; ສະຫາຍ ພັນໂທ ແສງສຸລິນ ໄຊສົມບູນ ເປັນຮອງຫົວໜ້າກອງພັນໃຫຍ່ທັງເປັນຫົວໜ້າພະແນກເຕັກນິກ ແລະ ປະກາດການແຕ່ງຕັ້ງຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຂະແໜງ, ພະນັກງານຊ່ວຍວຽກ, ກອງພັນ ແລະ ກອງຮ້ອຍເອກະລາດທີ່ຂຶ້ນກັບກອງພັນໃຫຍ່ປືນໃຫຍ່ໜ້າດິນ 619 ພ້ອມກັນນັ້ນ, ໄດ້ປະກາດການສ້າງຕັ້ງຄະນະພັກກອງພັນໃຫຍ່ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກກອງພັນໃຫຍ່ປະກອບມີ 9 ສະຫາຍ. ໃນນັ້ນ, ສະຫາຍ ພັນເອກ ແສງຟອງ ທິບທິລາດ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ພັນໂທ ແສງວັນ ເກີດທະບູລີ ເປັນຮອງເລຂາ; ສະຫາຍ ພັນໂທ ບຸນມາ ແກ້ວເກີດມີ ເປັນປະທານກວດກາພັກ; ສະຫາຍ ພັນໂທ ພູສອນ ໄຊຍະບົວສີ; ສະຫາຍ ພັນໂທ ດວງປີດາ ເລົາແສງດາວ; ສະຫາຍ ພັນໂທ ແສງສຸລິນ ໄຊສົມບູນ; ສະຫາຍ ພັນໂທ ຄຳສອນ ສີລິສັກ; ສະຫາຍ ພັນໂທ ເຂັມພອນ ໂຂງພູມີ ແລະ ສະຫາຍ ພັນໂທ ບຸນທອມ ແກ້ວປະເສີດ ເປັນກໍາມະການຄະນະພັກ.

ໂອກາດນີ້,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນບາງຕອນໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກອງທັບ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ເຄື່ອນໄຫວໃຫ້ຖືກຕ້ອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ຖືກກັບທິດນໍາ ແລະ ຫຼັກການຂອງພັກ, ຕັ້ງໜ້າປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດຂອງກົມກອງພ້ອມທັງເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ບົດຮຽນ ແລະ ປະສົບການຕ່າງໆ ຕາມການຕົກລົງຂອງຂັ້ນເທິງ ພ້ອມນັ້ນ, ກໍຮຽກຮ້ອງໃຫ້ອໍານາດການປົກຄອງທ້ອງຖິ່ນ, ກົມກອງກໍາລັງຫຼວງ-ກຳລັງທ້ອງຖິ່ນຈົ່ງຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ກອງພັນໃຫຍ່ 619 ໄດ້ພັດທະນາກົມກອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.

ຫຼັງຈາກນັ້ນ,ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ຢ້ຽມຊົມໂຮງງານຜະລິດນໍ້າດື່ມ ກອງພົນທີ 4 ແລະ ຢ້ຽມຊົມ ເຂດເຕັກນິກ ຂອງກອງພັນໃຫຍ່ 619 ຕື່ມອີກ.

(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ