ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ)

ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ)
ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມແລນມາກ ໂດຍການເປັນປະທານຂອງທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານນາງ ມາຣຽນ ອັບດູ ຫົວໜ້າພະແນກນະໂຍບາຍສັງຄົມ ອົງການອຸຍນີເຊັບປະຈຳ ສປປ ລາວ, ທ່ານ ຈອມຄຳ ບຸບຜາລີວັນ ຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ. 
ທ່ານ ກົງຈີ ຢ່າງຈື່ ກ່າວວ່າ: “ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດຕົວຈິງຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກຂອງສະຫະປະຊາຊາດທີ່ມີຕໍ່ລັດຖະບານ ສປປ ລາວ ໃນປີ 2018 ຍັງເປັນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກ (2022-2026) ຂອງ ສປປ ລາວ. ກົດໝາຍສະບັບນີ້ສະແດງໃຫ້ເຫັນເຖິງການໃຫ້ບຸລິມະສິດຂອງລັດຖະບານ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກ ແລະ ການພັດທະນາບຸກຄະລາກອນສັງຄົມສົງເຄາະ ຄຽງຄູ່ກັບການເສີມຂະຫຍາຍຄວາມຮັບຜິດຊອບຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.
ກົດໝາຍສະບັບນີ້ຍັງໄດ້ກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງຢ່າງຈະແຈ້ງຄື: ທ່ານຮອງນາຍົກລັດຖະມົນຕີ ເປັນປະທານຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ປ່ຽນແທນຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນປັດຈຸບັນ ໂດຍມີທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປັນປະທານ, ນອກນັ້ນຍັງໄດ້ມອບໝາຍໃຫ້ກະຊວງ ຮສສ ຮັບໜ້າທີ່ເປັນເຈົ້າການໃນການນຳພາການສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ເປັນເຈົ້າການໃນການລະດົມ, ຄຸ້ມຄອງກອງທຶນປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ. 
ທ່ານນາງ ມາຣຽນ ອັບດູ ກ່າວວ່າ: ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນການບຸກທະລຸເພື່ອປົກປ້ອງສິດທິຂອງເດັກຢ່າງເຂັ້ມແຂງໃນ ສປປ ລາວ. ພວກເຮົາຂໍຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ສປປ ລາວ, ອົງການອຸຍນີເຊັບຖືໂອກາດນີ້ສະແດງຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການສ້າງສະພາບແວດລ້ອມທາງດ້ານນະໂຍບາຍທີ່ຮັບປະກັນໃຫ້ເດັກທຸກຄົນໄດ້ຮັບການປົກປ້ອງຈາກໄພອັນຕະລາຍ. ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ກົດໝາຍສະບັບດັ່ງກ່າວດ້ວຍເຫດ ແລະ ຜົນຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ.
ຂ່າວ-ພາບ: ນາງບຸນຖອມ ພະສະແຫວງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຜະລິດລະດູແລ້ງຢູ່ແຂວງເຊກອງ ມີເນື້ອທີ່ເພີ່ມຂຶ້ນ

ການຜະລິດລະດູແລ້ງຢູ່ແຂວງເຊກອງ ມີເນື້ອທີ່ເພີ່ມຂຶ້ນ

ທ່ານ ນາງ ເພັດດາວອນ ວາດສະຫງ່າ ຫົວໜ້າຫ້ອງວ່າການແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມຄະນະກຳມະການປົກຄອງແຂວງ ຄັ້ງທີ 2 ສະໄໝທີ XI ໃນວັນທີ 24 ມີນາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະ 3 ເດືອນ (1,2,3) 2026 ໂດຍສະເພາະການຜະລິດລະດູແລ້ງ ໃຫ້ຮູ້ວ່າ:
ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ໃນວັນທີ 24 ມີນານີ້,, ເຈົ້າໜ້າທີ່ກວດກາການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ແລະ ເມືອງທ່າແຕງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈໍາໜ່າຍນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານປໍ້າ-ບໍ່ຜ່ານຫົວຈ່າຍນໍ້າມັນ.
ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ (ທຫລ.ພຕ) ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງເຊກອງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຂອງພະແນກການເງິນ ແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕໍ່ກອງປະຊຸມ ສະຫຼຸບວຽກງານຂອງພະແນກການເງິນແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ໄຂຂຶ້ນ ໃນວັນທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ບາງຕອນວ່າ: ການເກັບລາຍຮັບງົບປະມານ ປີ 2025 ແຂວງວຽງຈັນ ສາມາດປະຕິບັດໄດ້ 1,352.60 ຕື້ກີບ, ລື່ນແຜນການ 21.59% ຂອງແຜນການ (ແຜນການ 1,112.45 ຕື້ກີບ).
ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ວັນທີ 24 ມີນານີ້, ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ວາງກະຕ່າດອກໄມ້ຢູ່ທີອານຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955- 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 -21 ມີນາ 2026). ຈາກນັນ, ກໍໄດ້ຈັດ ປາຖະກາຖາ 2 ວັນດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາ ໂດຍ ສະຫາຍ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ ເລຂາພັກເມືອງບໍ່ແຕນ ຊອ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ.
ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ໃນໂອກາດຄົບຮອບ 10 ປີ (23 ມີນາ 2016 - 23 ມີນາ 2025) ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.
ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ