ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ປາກກະດງ ປະດບຫຽນກາລະນກ 70 ປ ວນສາງຕງພກປະຊາຊນປະຕວດລາວ - image 1
 

ທ່ານ ນາງ ພຽງໃຈ ມໍລະຄາສຸກ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນການພັກ ວ່າດ້ວຍການຕົກລົງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025) ໃຫ້ສະມາຊິກພັກ ຢູ່ເມືອງປາກກະດິງ ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ຊຶ່ງມີສະມາຊິກພັກບຳນານ 34 ສະຫາຍ ຍິງ 6 ສະຫາຍ ແລະ ສະມາຊິກພັກ ປະຈຳການ 32 ສະຫາຍ, ລວມທັງໝົດ 66 ສະຫາຍ.

ທ່ານເລຂາຄະນະບໍລິຫານງານພັກເມືອງ ໄດ້ປະດັບຫຼຽນກາລະນຶກ 70 ປີ ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຢ່າງສົມກຽດ.

ປາກກະດງ ປະດບຫຽນກາລະນກ 70 ປ ວນສາງຕງພກປະຊາຊນປະຕວດລາວ - image 2
 

ທ່ານ ຄຳປາດຖະໜາ ສີສຸລາດ ຕາງໜ້າໃຫ້ອະນຸກຳມະການຂະບວນການຍ້ອງຍໍ ກໍໄດ້ຂຶ້ນຜ່ານມະຕິຕົກລົງເຈົ້າເມືອງປາກກະດິງ ວ່າດ້ວຍການຕົກລົງເຫັນດີຍ້ອງຍໍສັນລະເສີນ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງປາກກະດິງ ຈຳນວນ 337 ສະຫາຍ. ໂດຍມີຕາງໜ້າແຕ່ລະຂົງເຂດຂຶ້ນຮັບໃບຍ້ອງຍໍ, ເປັນກຽດຂື້ນມອບໃບຍ້ອງຂັ້ນເມືອງໂດຍທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ. ຈາກນັ້ນ, ທ່ານ ສຸເມດ ວົງວິໄລ ຮັກສາການຫົວໜ້າຫ້ອງການພາຍໃນເມືອງກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ເຈົ້າເມືອງປາກກະດິງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບຳນານ.

(ຂ່າວ: ແສງທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ດຳເນີນການສ້າງຂົວຂ້າມຫ້ວຍໂກນ ເພື່ອເຮັດໃຫ້ການໄປມາເຂົ້າສູ່ເຂດການຜະລິດມີຄວາມສະດວກ.
ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ໃນວັນທີ 21 ກັນຍາຜ່ານມາ, ທີ່ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງ ຕິດພັນກັບການຍ້ອງຍໍຫຼຽນກາລະນຶກ 50 ປີ ໂດຍການເປັນປະທານຂອງສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ປະທານສະຫະພັນແມ່ຍິງແຂວງ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ແຂກຖືກເຊີນ ເຂົ້າຮ່ວມ.
ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

​ ສະມາຄົມຫັດຖະກຳລາວ ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານຖະແຫຼງຂ່າວຕຽມຈັດ “ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25” ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໃນວັນທີ 21 ກັນຍານິ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ພິທີປິດງານແຂ່ງຂັນ Lao Digital Awards ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍານີ້ ທີ່ຕຶກອຸທິຍານດີຈີຕອນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ງານດັ່ງກ່າວໄດ້ດໍາເນີນໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່.
ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ