ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ
ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ປະກອບຄາເຫນໃສການປບປງລດຖະບນຍດວາດວຍການໃຫອະໄພຍະໂທດ - image 1
 

 

ທ່ານ ບົວລີ ເພັດມີໄຊ ຫົວໜ້າຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ຮອງຫົວໜ້າກອງເລຂາຄະນະກຳມະ ການອະໄພຍະໂທດລະດັບຊາດ ໄດ້ໃຫ້ຮູ້ກ່ຽວກັບຜົນການປັບປຸງລັດຖະບັນຍັດ ວ່າດ້ວຍການອະໄພຍະໂທດໃນໄລຍະຜ່ານມາ ເພື່ອເປັນພື້ນຖານສືບຕໍ່ຄົ້ນຄວ້າປະກອບຄໍາເຫັນ ໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມສະຕິປັນຍາປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ຢ່າງມີຈຸດສຸມ ແລະ ສະເໜີວິທີການແກ້ໄຂທີ່ຈະແຈ້ງເພື່ອເປັນພື້ນຖານໃຫ້ຄະນະຮັບຜິດຊອບນໍາໄປປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດໃຫ້ມີເນື້ອໃນຄົບຖ້ວນສົມບູນກວ່າເກົ່າ.

ປະກອບຄາເຫນໃສການປບປງລດຖະບນຍດວາດວຍການໃຫອະໄພຍະໂທດ - image 2
 

ໃນໂອກາດນີ້, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບໃຫ້ເອົາໃຈໃສ່ບາງວຽກງານທີ່ສໍາຄັນ ໂດຍສະເພາະມອບໃຫ້ກອງເລຂາສັງລວມສັບຊ້ອນເນື້ອໃນເຂົ້າໃສ່ຮ່າງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບປັບປຸງໃໝ່ໃຫ້ຄົບຖ້ວນຕາມການປະກອບຄໍາເຫັນຂອງກອງປະຊຸມ ແລະ ມອບໃຫ້ຄະນະປັບປຸງສືບ ຕໍ່ຄົ້ນຄວ້າຄືນກ່ຽວກັບການປັບປຸງໂຄງຮ່າງຂອງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ເພື່ອນໍາເຂົ້າສູ່ກອງປະຊຸມໃນຄັ້ງຕໍ່ໄປ. ຂ່າວ-ພາບ: ອອປສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະທານ ສນຊ ເຄື່ອນໄຫວຊີ້ນຳບາງວຽກງານ ແຂວງຫຼວງພະບາງ

ປະທານ ສນຊ ເຄື່ອນໄຫວຊີ້ນຳບາງວຽກງານ ແຂວງຫຼວງພະບາງ

ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ ແຂວງຫຼວງພະບາງ, ໃຫ້ການຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ມີທ່ານປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 13 ມີນານີ້ ທີ່ຫ້ອງວ່າການພັກແຂວງ.
ຫສປທ ເຜີຍແຜ່ເອກະສານສໍາຄັນຂອງຊາດ

ຫສປທ ເຜີຍແຜ່ເອກະສານສໍາຄັນຂອງຊາດ

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງຊາດ ຄື: ລັດຖະທໍາມະນູນປີ 2025, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຂຶ້ນໃນວັນທີ 13 ມີນານີ້ ທີ່ຫ້ອງປະຊຸມ ຫສປທ, ໃຫ້ກຽດເຜີຍແຜ່ ໂດຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ພະນັກງານ-ລັດຖະກອນພາຍໃນ ຫສປທ.
ຊາວໜຸ່ມ 3 ພາກສ່ວນແລກປ່ຽນວຽກງານວິຊາການ

ຊາວໜຸ່ມ 3 ພາກສ່ວນແລກປ່ຽນວຽກງານວິຊາການ

ກອງປະຊຸມແລກປ່ຽນວິຊາການ 3 ຝ່າຍ ລະຫວ່າງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຊາວໜຸ່ມກະຊວງການຕ່າງປະເທດ ແລະ ຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດຂຶ້ນໃນວັນທີ 12 ມີນາຜ່ານມາທີ່ ສມປຊ ໂດຍການເປັນປະທານຮ່ວມຂອງສະຫາຍ ໄມທອງ ທໍາມະວົງສາ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ສຸລິຍາ ແກ້ວພິລະວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ, ມີຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງ 3 ພາກສ່ວນເຂົ້າຮ່ວມ.
ຮັບຮອງເອົາ 3 ບ້ານທີ່ຂຶ້ນກັບເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ຮັບຮອງເອົາ 3 ບ້ານທີ່ຂຶ້ນກັບເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ພິທີປະກາດຮັບຮອງເອົາບ້ານວັດຈັນ, ບ້ານມີໄຊ ແລະ ບ້ານຫາຍໂສກ ເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ເປັນບ້ານທີ 10, 11, 12 ແລະ ເປັນບ້ານທີ 112, 113, 114 ຂອງນະຄອນຫຼວງວຽງຈັນ(ນວ) ຈັດຂຶ້ນໃນວັນທີ 12 ມີນາຜ່ານມາ, ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງຈັນທະບູລີ ແລະ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຫົວໜ້າກອງບັນຊາການທະຫານ ນວ, ມີສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານທະຫານ ນວ, ຄະນະພັກ-ຄະນະບັນຊາ, ບັນດາອົງການຈັດຕັ້ງບ້ານ, ນາຍບ້ານ ຕະຫຼອດຮອດປະຊາຊົນທັງ 3 ບ້ານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເດິ ເປຍນິສ ວຽງຈັນ (The Pianist Vientiane) ໄດ້ຈັດພິທີເປີດໂຄງການສຽງປະສານແຫ່ງມໍຣະດົກລາວ (A Symphony of Heritage) ຂຶ້ນຢ່າງເປັນທາງການ ໃນວັນທີ 12 ມີນາຜ່ານມານີ້ ທີ່ໂຮງແຮມສຸພັດຕາວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳດ້ານວັດທະນະທຳ, ທ່ານ Jean-Gabriel Duss ທູດສະວິດ ປະຈຳລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະການດ້ານວັດທະນະທຳສັງຄົມ ສະພາທິດສະດີສູນກາງພັກ ອະດີດລັດຖະມົນຕີກະຊວງ ຖວທ, ມີບັນດາຄູ-ອາຈານອາວຸໂສ, ຜູ້ຊ່ຽວຊານດ້ານປະຫວັດສາດດົນຕີ, ນັກຄົ້ນຄວ້າ, ນັກຂຽນ ແລະ ນັກທຸລະກິດໄວໜຸ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ຕອນບ່າຍວັນທີ່ 12 ມີນານີ້, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກໍາມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ຕໍ່ສື່ມວນຊົນວ່າ: ໃນປີ 2026 ນີ້, ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ຈະໄດ້ຈັດຫຼາຍກິດຈະກຳ ໃນລະຫວ່າງວັນທີ່ 11 ຫາ ວັນທີ່ 20 ເມສາ, ມາຮອດປັດຈຸບັນ ໄດ້ສຳເລັດການປຶກສາຫາລື ໃນການກະກຽມວຽກງານແຕ່ລະດ້ານ ແລະ ໄດ້ມອບໝາຍແຕ່ລະວຽກ ໃຫ້ແຕ່ລະອານຸກຳມະການ ດຳເນີນການຈັດຕັ້ງປະຕິບັດໜ້າວຽກທີ່ຕົນຮັບຜິດຊອບ, ໂດຍໄດ້ສ້າງແຜນລາຍການເຄື່ອນໄຫວບຸນ, ລະບຽບການຫຼິ້ນບຸນ, ຂະບວນແຫ່ ໃນພິທີແຫ່ຫວໍ່ ແລະ ພິທີອະຣາດທະນາອັງເຊີນພະບາງລົງຫົດສົງ, ຕິດພັນກັບວຽກງານອັນເລັ່ງດ່ວນທີ່ສຸດ ຄືວຽກການລະດົມທຶນ ແລະ ວຽກງານປຸກລະດົມ-ຮັບສະໝັກນາງສາວງາມ ເຂົ້າປະກວດນາງສັງຂານ, ເພື່ອໃຫ້ສັງຄົມໄດ້ມີສ່ວນຮ່ວມ ກັບງານບຸນປະເພນີ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ໃນວັນທີ 12 ມີນານີ້ ທີ່ສະໂມສອນແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ຜູ້ຊີ້ນຳວຽກງານຮອບດ້ານແຂວງໄຊສົມບູນ ໄດ້ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ; ບັນດາສະຫາຍ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງບັນດາພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ວັນທີ 12 ມີນາ 2026, ກຳມະບານຮາກຖານຄະນະກວດກາແຂວງສາລະວັນ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ວາງທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງອາລຸນ ຈັນທະລາດ ຮອງປະທານຄະນະກວດກາພັກ ອົງການກວດກາລັດແຂວງ, ປະທານກຳມະບານຮາກຖານຄະນະກວດກາພັກ.
ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງພົນທີ 5 ປະຈຳໄຕມາດທີ I ແລະ ວາງທິດທາງແຜນການ ປະຈຳໄຕມາດທີ II ປີ 2026, ບັນດາຫົວໜ່ວຍກົມ-ກອງ ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດຂຶ້ນໃນວັນທີ 11 ມີນາຜ່ານມານີ້ ຢູ່ທີ່ກອງພັນ13 ກອງພັນໃຫຍ່ 501 ໃນກອງພົນທີ 5 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ມີພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ໃນວັນທີ 11 ມີນາ 2026ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີ ທ່ານ ຫານ ຫຸຍຫຼູ ປະທານບໍລິສັດ ແລະ ຄະນະໃຫ້ການຕ້ອນຮັບ.
ເພີ່ມເຕີມ