ປະລິມານຂົນສົ່ງສິນຄ້າຜ່ານຂະບວນລົດໄຟຈີນ-ຫວຽດນາມເພີ່ມຂຶ້ນ 760%

ປະລິມານຂົນສົ່ງສິນຄ້າຜ່ານຂະບວນລົດໄຟຈີນ-ຫວຽດນາມເພີ່ມຂຶ້ນ 760%

ປະລິມານຂົນສົ່ງສິນຄ້າຜ່ານຂະບວນລົດໄຟຈີນ-ຫວຽດນາມເພີ່ມຂຶ້ນ 760%
ຂ່າວສານຊີອາໄອລາຍງານໃນວັນທີ 10 ກຸມພາ ຜ່ານມາວ່າ: ກຸ່ມບໍລິສັດນານນິງທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ: ເດືອນມັງກອນຜ່ານມາ, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມທີີ່ອອກເດີນທາງຈາກເຂດປົກຄອງຕົນເອງ

 

ເຜົ່າຈ້ວງກວາງຊີຂອງຈີນໄດ້ຂົນສົ່ງສິນຄ້າ 3,062 ຕູ້ຄອນເທັນເນີ, ເພີ່ມຂຶ້ນ 760% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສືບຕໍ່ຮັກສາທ່ວງທ່າເຕີບໂຕທີ່ເຂັ້ມແຂງ, ເປັນການຄ້ຳປະກັນດ້ານການຂົນສົ່ງອັນເຂັ້ມແຂງຕໍ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມ.

ບໍລິສັດທີ່ດຳເນີນທຸລະກິດຂົນສົ່ງສິນຄ້າຂາເຂົ້າ-ຂາອອກແຫ່ງໜຶ່ງໃຫ້ຮູ້ວ່າ: ເດືອນມັງກອນແລ້ວນີ້, ບໍລິສັດຕົນໄດ້ສົ່ງອອກສິນຄ້າອຸດສາຫະກຳ-ເຄມີ ແລະ ໄມ້ແປ້ນຈຳນວນຫຼວງຫຼາຍໄປສູ່ຫວຽດນາມ, ໃນນັ້ນ, ຂົນສົ່ງຜ່ານຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມຫຼາຍກວ່າ 1,400 ຕູ້, ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າເມື່ອທຽບໃສ່ໄລຍະດຽວກັນປີກາຍ.

ປັດຈຸບັນນີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມທີີ່ອອກເດີນທາງຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນໄດ້ທົ່ວເຖິງ 25 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ, ສ່ວນການຂົນສົ່ງສິນຄ້າຂ້າມຊາດໄດ້ເຂົ້າເຖິງຫຼາຍປະເທດອາຊຽນ ເຊັ່ນ: ຫວຽດນາມ, ລາວ, ໄທ ແລະອື່ນໆ ຊຶ່ງໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ປະເທດອາຊຽນຢ່າງແຂງແຮງ, ມີຜົນດີຕໍ່ການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມກ້າວເຂົ້າສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.
ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຂອງຍີ່ປຸ່ນລາຍງານຍອດເກີນດຸນການຄ້າໃນເດືອນມິຖຸນາ ຫຼຸດລົງ 30.8% ຈາກປີກ່ອນ ມາເປັນ 153 ຕື້ເຢນ, ເນື່ອງຈາກການສົ່ງອອກໄປ ສະຫະລັດ ອາເມຣິກາ ສືບຕໍ່ຫຼຸດລົງຍ້ອນຜົນກະທົບຂອງອັດຕາພາສີ.
ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສິນ​ຄ້າວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ຂອງ​ຈີນໄດ້​ບັນ​ລຸ 21.790 ຕື້ ຢວນ, ເພີ່ມ​ຂຶ້ນ 2.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 17 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.
ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ເພີ່ມເຕີມ