ຂ່າວລະບຸວ່າ: ທ່ານ ໂຮ່ດິເຟີກ ເນັ້ນໜັກວ່າ, ປັບປຸງໃໝ່ການຮ່ວມມືກັບສາກົນ ບໍ່ພຽງແຕ່ແມ່ນການຄັດເລືອກ ຫາກແມ່ນຄວາມຮຽກຮ້ອງຢ່າງຮີບດວນເພື່ອບັນລຸເປົ້າໝາຍພັດທະນາ. ທ່ານໄດ້ຍົກອອກ 5 ຂໍ້ສະເໜີ, ໃນນັ້ນມີການປະຕິຮູບການພັດທະນາການຮ່ວມມືກັບສາກົນ ມຸ່ງໄປເຖິງຫຼາຍແງ່ມູມ, ບໍ່ພຽງແຕ່ລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຮັບໃຊ້ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ ຕາມທິດຍືນຍົງອີກດ້ວຍ; ຊຸກຍູ້ການປະຕິຮູບລະບົບການເງິນສາກົນ ຮັບປະກັນຄວາມຍຸຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ; ສ້າງກົນໄກສົມທົບກັນໃຫ້ມີປະສິດທິຜົນລະຫວ່າງບັນດາປະເທດ, ຄູ່ຮ່ວມມືພັດທະນາ ແລະ ເຂດເອກະຊົນໃຫ້ຫຼາຍກວ່າເກົ່າ.
ໃນວັນດຽວກັນ, ທ່ານ ໂຮ່ດຶກເຟີກ ໄດ້ກ່າວຄຳເຫັນໃນວາລະປຶກສາຫາລືຄົບຄະນະຂອງກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການເງິນສຳລັບການພັດທະນາ (FfD4) ທ່ານໄດ້ຍົກອອກ 3 ຂໍ້ສະເໜີລະອຽດຄື: ໜຶ່ງ, ເພີ່ມຄວາມໄວໃນວິວັດການປະຕິຮູບບັນດາລະບອບການຄຸ້ມຄອງການເງິນທົ່ວໂລກ, ກ່ອນອື່ນໝົດແມ່ນບັນດາທະນາຄານພັດທະນາຫຼາຍທິດ ແນໃສ່ມຸ່ງໄປເຖິງການສະໜອງແຫຼ່ງການເງິນຢ່າງແທດຈິງ. ສອງ, ຮ່ວມມື ແລະ ແບ່ງປັນຜົນງານການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ. ສາມ ລຸລ່ວງແຫຼ່ງການເງິນຮັບໃຊ້ການພັດທະນາບັນດາຂົງເຂດທີ່ເປັນກຳລັງໜູນການເຕີບໂຕໃໝ່ຄື: ການຫັນເປັນສີຂຽວ, ນະວັດຕະກຳ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ມຸ່ງໄປເຖິງການໃຫ້ບຸລິມະສິດບັນດາປະເທດພວມພັດທະນາ.
ໃນຂອບເຂດກອງປະຊຸມ, ທ່ານ ໂຮ່ດຶກເຟີກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ເຂດເຊວິວເລ, ແອັດສະປາຍ.
ຄໍາເຫັນ