![]() |
ກອງປະຊຸມໄດ້ຮັບຟັງການສະເໜີເນື້ອໃນຮ່າງຂໍ້ຕົກລົງຂອງກໍາມາທິການຍຸຕິທໍາວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ, ຮ່າງມະຕິຈໍານວນໜຶ່ງທີ່ພົວພັນກັບການປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄວາມຮ້ອງຂໍຄວາມເປັນທໍາເປັນຕົ້ນ: ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຕ້ອນຮັບ ແລະ ໃຫ້ຄໍາປຶກສາການຮ້ອງຂໍຄວາມເປັນທໍາ ແລະ ນິຕິກໍາອື່ນ; ຈາກນັ້ນ, ໄດ້ມີການປະກອບຄວາມຄິດຄໍາເຫັນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ.
ຂໍ້ຕົກລົງສະບັບນີ້ຈະກາຍເປັນນິຕິກຳທີ່ເປັນບ່ອນອີງໃນການປະຕິບັດວຽກງານຂອງກໍາມາທິການຍຸຕິທໍາ ແລະ ການສ້າງເປັນຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງເປັນຮູບປະທຳ ແລະ ຖືກນຳໃຊ້ໃນວຽກງານຈິງ, ເປັນບ່ອນອີງໃຫ້ແກ່ການປັບປຸງນິຕິກໍາທີ່ກ່ຽວຂ້ອງກັບປຶ້ມຄູ່ມືຈໍານວນໜຶ່ງເພື່ອໃຫ້ມີຄວາມສອດຄ່ອງກັນ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 6-7 ກໍລະກົດ ນີ້ ທີ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).
ຂ່າວ: ສອນສັກ ວັນວິໄຊ
ຄໍາເຫັນ