ປັບປຸງພື້ນທີ່ ກະຊວງຍຸຕິທໍາ ຫຼັງເກົ່າ ໃຫ້ເປັນສວນສາທາລະນະ

ປັບປຸງພື້ນທີ່ ກະຊວງຍຸຕິທໍາ ຫຼັງເກົ່າ ໃຫ້ເປັນສວນສາທາລະນະ
ທ່ານ ບຸນຍະວັດ ນິຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ຖະແຫຼງຂ່າວ ກ່ຽວກັບການສ້າງສວນສາທາລະນະປະຕູໄຊ ໄລຍະທີ 1 (ພື້ນທີ່ກະຊວງຍຸຕິທໍາ ຫຼັງເກົ່າ) ໃນວັນທີ 16 ພຶດສະພາ 2024 ໃຫ້ຮູ້ວ່າ:ໂດຍໄດ້ຮັບການເຫັນດີຈາກລັດຖະບານ ຕາມແຈ້ງການ ຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບເລກທີ 771/ຫສນຍ, ລົງວັນທີ 12 ເມສາ 2024; ໃນລະຫວ່າງ ເດືອນພຶດສະພາ ຫາ ເດືອນກັນຍາ ປີ 2024 ນີ້ນະຄອນຫຼວງວຽງຈັນ ຈະໄດ້ດໍາເນີນການປັບປຸງພື້ນທີ່ ກະຊວງຍຸຕິທໍາ ຫຼັງເກົ່າ ໃຫ້ເປັນສວນສາທາລະນະ, ແນໃສ່ເຮັດໃຫ້ໃຈກາງນະຄອນຫຼວງວຽງຈັນ ມີ ພື້ນທີ່ສາທາລະນະສີຂຽວ ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ, ມີສວນຮົ່ມໄມ້, ມີບ່ອນວາງສະແດງ ແລະ ຈັດກິດຈະກຳ, ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ຊຶ່ງພາຍຫຼັງສ້າງສໍາເລັດແລ້ວ ສວນສາທາລະນະແຫ່ງ ນີ້ ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ ໃຫ້ນະຄອນຫຼວງວຽງຈັນ, ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ, ທັງເປັນປີທ່ອງທ່ຽວລາວ ແລະ ນະຄອນຫຼວງວຽງຈັນ ກໍເປັນເຈົ້າພາບ ຈັດກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ.
ສໍາລັບສວນສາທາລະນະ ປະຕູໄຊ ພາກຂະຫຍາຍໄລຍະທີ 1 ນີ້, ແມ່ນຖືກອອກແບບໂດຍຄະນະທີ່ປຶກສາ ສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກພະແນກການຄ້າ ແຂວງຢຸນນານ ສປ ຈີນ ແລະນະຄອນຫຼວງວຽງຈັນ, ໂດຍມີ ບໍລິສັດ ທີ່ປຶກສາ ແລະ ກໍ່ສ້າງຢຸນນານ ສປ ຈີນ ເປັນຜູ້ດໍາເນີນການກໍ່ສ້າງ ຕາມຮູບແບບທີ່ໄດ້ຖືກຮັບຮອງ ແລະ ສໍາລັບການປັບປຸງຕຶກອາຄານ ແມ່ນໄດ້ດຳເນີນຕາມລະບຽບການຈັດຊື້-ຈັດຈ້າງ ເພື່ອຄັດເລືອກເອົາບໍລິສັດພາຍໃນທີ່ມີເງື່ອນໄຂ ມາຈັດຕັ້ງປະຕິບັດ.ໃນໄລຍະທີ່ມີການກໍ່ສ້າງນີ້ ອາດຈະເຮັດໃຫ້ການສັນຈອນໄປ-ມາ ໃນຂອບເຂດດັ່ງກ່າວບໍ່ສະດວກ.       
(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ຕອນເຊົ້າຂອງວັນທີ 16 ເມສາຜ່ານມາເປັນວັນຂຶ້ນປີໃໝ່ລາວ ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ພສ2567 ຢູ່ໜ້າວັດແສນສຸຂາຣາມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ມີການໃສ່ບາດແດ່ພະສົງ-ສາມະເນນ ຕາມຮີດຄອງປະເພນີ,
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ໃນຕອນເຊົ້າວັນທີ 10 ເມສາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມການທະຫານໄລຍະສັ້ນ ພາຍໃຕ້ຫົວຂໍ້ “ໃຕ້ຝຸ່ນ-2025” ຂອງກໍາລັງຕີພິເສດກອງທັບປະຊາຊົນລາວ,
ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 9 ເມສາ ນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ,
ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ພະເເນກອຸດສະຫະກໍາເເລະການຄ້ານະຄອນຫຼວງວຽງຈັນ ສົມທົບກັບອົງການປົກຄອງເມືອງໄຊທານີ ລົງເຄື່ອນໄຫວກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເເລະ ປຸກລະດົມຜູ້ປະກອບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ2567ຕ້ອນຮັບປີໃໝ່ລາວ2568 ຢູ່ຕະຫຼາດລາວ ບ້ານສະພັງມຶກ ນະຄອນຫຼວງວຽງຈັນ
ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າພ.ສ. 2567ແລະຕ້ອນຮັບປີໃໝ່ພ.ສ. 2568ທີ່ຈະມາເຖິງນີ້, ສະຖານກົງສູນໃຫຍ່ແຫ່ງສປປລາວທີ່ ຈັງຫວັດຂອນແກ່ນຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນແລະສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ8ເມສາ ຜ່ານມາ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ  ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ໃນວັນທີ 5 ເມສາ ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫຼິນລຸ້ຍ ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.
ຄວາມເປັນມາຂອງປູ່ເຍີຍ່າເຍີ

ຄວາມເປັນມາຂອງປູ່ເຍີຍ່າເຍີ

ໂດຍ: ອາພຸດເດດ ປູ່ເຍີ ຍ່າເຍີ ຫຼືບາງສະໄໝຮຽກວ່າປູ່ສັງຂະສາ ຍ່າສັງຂະສີ ຫຼືເທວະດາຫຼວງ ຊຶ່ງພະເຈົ້າຟ້າງຸ່ມມະຫາຣາດໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນໃນປີກ່າໃສ້ ຈ.ສ 715 ຂຶ້ນເປັນພະເສື້ອເມືອງ.
ເພີ່ມເຕີມ