ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ
ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ໂຕນ, ຄາດຄະເນແນວປູກ 5,567 ໂຕນ. ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ ໃສ່ກັບ ປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ. ຍ້ອນວ່າຊາວນາແຕ່ລະເມືອງໄດ້ມີການບຸກເບີກເນື້ອທີ່ເພີ້ມຕື່ມ.
ປດຈບນຄາມວນປກເຂານາປໄດແລວ 40,587 ເຮກຕາ - image 1
 

ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນສາມາດປູກເຂົ້າ (ນາລວມ) ໄດ້ 40,586 ເຮັກຕາ ຫຼື ເທົ່າກັບ 43.74% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 26,047 ເຮັກຕາ ເທົ່າກັບ 28.07%, ນາດໍາປະຕິບັດໄດ້ 14,540 ເຮັກຕາ ເທົ່າກັບ 15.67%. ສ່ວນການຕົກກ້າມາຮອດປັດຈຸບັນແມ່ນໝົດແນວເຂົ້າປູກໄປແລ້ວ 4,965 ໂຕນ ຫຼື ເທົ່າກັບ 89.19% ຂອງແນວປູກທັງໝົດ. ສໍາລັບເມືອງທີ່ມີເນື້ອທີ່ແຜນການປູກເຂົ້ານາປີຫຼາຍ, ແມ່ນເມືອງໜອງບົກ, ທ່າແຂກ, ມະຫາໄຊ, ໄຊບົວທອງ, ຫີນບູນ, ຍົມມະລາດ ແລະ ເມືອງເຊບັ້ງໄຟ. ການປູກເຂົ້າຂອງຊາວນາໃນແຕ່ລະເຂດຂອງແຂວງຄໍາມ່ວນນັ້ນສ່ວນຫຼາຍແມ່ນສຸ່ມໃສ່ນາຫວ່ານ ເນື່ອງຈາກວ່າມີຂໍ້ດີຫຼາຍຢ່າງເປັນຕົ້ນແມ່ນປະຢັດແຮງງານ, ປະຢັດຕົ້ນທຶນການຜະລິດ ແລະ ປະຢັດເວລາ. ສໍາລັບການປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 288 ເຮັກຕາ, ມີຢູ່ 2 ເມືອງຄື: ເມືອງບົວລະພາ 136 ເຮັກຕາ, ເມືອງນາກາຍ 152 ເຮັກຕາ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ວັນທີ 8 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຈະເລີນພັດທະນາ ໄດ້ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ ຈຳນວນ 20 ລ້ານກີບ ມອບໂດຍທ່ານ ພົງສະຫວັນ ໄຊຍະແສງ ປະທານບໍລິສັດ ຈະເລີນພັດທະນາ ແລະ ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກ, ທັນສະໄໝ, ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາຜ່ານມາວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຫຼາຍສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ພວກເຮົາຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 7-9 ສິງຫານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຄະນະບໍລິຫານງານພັກແຂວງຊຽງຂວາງໄດ້ເປິດບັ້ນດຳເນີນຊີວິດການເມືອງທ້າຍສະໄໝສະໄໝທີ VIII ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກແຂວງ ແລະ ການນຳຈາກສູນກາງເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.
ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານຂອງ 3 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ເມືອງຊານໄຊ.
ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາ ເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ໄລຍະທີ 2 ໄດ້ຈັດຂຶ້ນໃນ ວັນທີ 7 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ຕະຫຼອດເຖິງຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ