ປັດຈຸບັນສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ

ປັດຈຸບັນສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ

ປັດຈຸບັນສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ
ໂດຍ: ບຸນອູ້ມ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນໄດ້ມີຄຳເຫັນໃນກອງປະຊຸມໂຄສະນາເຜີຍແຜ່ ແລະແລກປ່ຽນດ້ານການສຶກສາລະຫວ່າງ ລາວ-ຈີນ ຊຶ່ງຈັດຂຶ້ນທີ່ນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກ

 

ວ່າ: ປັດຈຸບັນ,ສາມາດເວົ້າໄດ້ວ່າສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດ ໃນປະຫວັດສາດ. ລາວ-ຈີນ ໄດ້ກາຍເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມຈິດໃຈ “4 ດີ” (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ); ສອງເລຂາທິການໃຫຍ່ໄດ້ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ;ໃນປີ 2023 ທີ່ຜ່ານມາ ໄດ້ສືບຕໍ່ຮ່ວມລົງນາມແຜນແມ່ບົດດັ່ງກ່າວເປັນສະບັບທີ 2ຊຶ່ງໄດ້ກາຍເປັນຂີດໝາຍສຳຄັນທີ່ມີຄວາມໝາຍທາງປະຫວັດສາດແຫ່ງສາຍພົວພັນສອງຊາດ, ທັງເປັນບ່ອນອີງພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນ ຮ່ວມມືລະຫວ່າງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.ບົນພື້ນຖານການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ, ເຫັນໄດ້ວ່າການພົວພັນຮ່ວມມືສອງປະເທດແມ່ນໄດ້ຮັບການພັດທະນາຢ່າງຮອບດ້ານ, ທັງໃນດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ ແລະດ້ານສິ່ງແວດລ້ອມ. ການຮ່ວມມືເຫຼົ່ານັ້ນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສະເພາະໃນດ້ານການສຶກສາ, ສປ ຈີນ ແລະ ສປປ ລາວ ກໍໄດ້ມີການຮ່ວມມືກັນນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບໝາກຜົນຕົວຈິງຫຼາຍດ້ານ, ເປັນຕົ້ນ: ແຕ່ລະປີ ໄດ້ມີພະນັກງານ-ນັກສຶກສາ ຈຳນວນຫຼາຍຈາກ ສປປ ລາວ ເດີນທາງໄປສຶກສາຍົກລະດັບດ້ານຕ່າງໆ ທີ່ ສປ ຈີນ, ສ່ວນ ຈີນກໍໄດ້ສົ່ງນັກສຶກສາມາແລກປ່ຽນກັບຝ່າຍລາວນັບມື້ນັບຫຼາຍຂຶ້ນ. ອັນທີ່ເປັນໜ້າດີໃຈແມ່ນ, ບັນດານັກສຶກສາທີ່ຈົບມາ ສ່ວນຫຼາຍແມ່ນມີຄຸນນະພາບ, ສາມາດນໍາເອົາຄວາມຮູ້, ວິທະຍາສາດເຕັກໂນໂລຊີ ທີ່ຮຽນກັບມາເພື່ອພັດທະນາສ້າງສາງປະເທດຊາດໄດ້ເປັນຢ່າງດີ. ນອກຈາກນັ້ນ. ແຕ່ລະປີ ສປ ຈີນ ຍັງໄດ້ຈັດສໍາມະນາ, ຝຶກອົບຮົມຫົວຂໍ້ຕ່າງໆ ໃຫ້ແກ່ຝ່າຍລາວ ຊຶ່ງປີນີ້ ສະເພາະພາກລັດ ກໍມີຈໍານວນຫຼາຍເຖິງ 2,000 ກວ່າເທື່ອຄົນ; ອີກຢ່າງ ສປ ຈີນ ຍັງໃຫ້ຄວາມສໍາຄັນໃນການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງ ແລະ ລະບົບການສຶກສາແກ່ລາວເຊັ່ນ:ໄດ້ຊ່ວຍສ້າງສະຖາບັນເຕັກນິກທາງລົດໄຟ ແລະ ໄດ້ສືບຕໍ່ຮ່ວມມືດ້ານເຕັກນິກ ກັບ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ; ນອກນັ້ນ. ຍັງມີການຊ່ວຍສ້າງໂຮງຮຽນ ມສ ເພຍວັດ, ມສ ໄຊທານີ, ສະເພາະຢູ່ຫຼວງພະບາງ, ສປ ຈີນ ກໍາລັງຈະຊ່ວຍປັບປຸງ ມສ ສັນຕິພາບ ແລະ ຍັງອີກຫຼາຍໆແຫ່ງ; ນອກຈາກນັ້ນ ກໍມີການຮ່ວມມືກັນສ້າງສະຖາບັນການສຶກສາເຊັ່ນ: ສະຖາບັນຂົງຈື້ ຢູ່ ມຊ, ສະຖາບັນຂົງຈື້ຢູ່ ມສ ສຸພານຸວົງ ຊຶ່ງໄດ້ກາຍເປັນບ່ອນຮຽນຮູ້ພາສາ ແລະ ວັດທະນະທໍາຈີນ ທີ່ໄດ້ຮັບຄວາມນິຍົມຫຼາຍໃນ ສປປ ລາວ.

ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວອີກວ່າ: ສະເພາະແຂວງຢຸນນານເປັນແຂວງດຽວ ທີ່ມີຊາຍແດນເຊື່ອມຈອດກັບ ສປປ ລາວ, ໃນໄລຍະທີ່ຜ່ານມາແຂວງຢຸນນານໄດ້ຮັບເອົາຄົນລາວໄປສຶກສາຮ່ຳຮຽນເປັນຈຳນວນຫຼາຍຊຶ່ງອາດຈະຫຼາຍກວ່າໝູ່ໃນປະເທດຈີນກໍວ່າໄດ້. ບັນດາບຸກຄະລາກອນທີ່ເຄີຍຮໍ່າຮຽນສຶກສາຢູ່ ສປ ຈີນ, ກໍຄືແຂວງຢຸນນານ ແລະ ຈົບມານັ້ນ ຕ່າງກໍກາຍເປັນນັກວິຊາການ, ຜູ້ບໍລິຫານ, ການນຳຂັ້ນທ້ອງຖິ່ນຈົນກ້າວໄປເຖິງຂັ້ນສູນກາງ, ຕະຫຼອດຮອດຜູ້ປະກອບກິດຈະການທີ່ດີເດັ່ນ, ກາຍເປັນຊັບພະຍາກອນມະນຸດທີ່ເປັນກຳລັງແຮງສຳຄັນໃນການສ້າງສາພັດທະນາປະເທດຊາດ ແລະ ການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບລາວ-ຈີນ. ພິເສດພວກເຂົາເຈົ້າເຫຼົ່ານັ້ນຍັງໄດ້ກາຍເປັນນັກການທູດທີ່ດີ ໃນການເຊື່ອມສຳພັນໄມຕີຈິດມິດຕະພາບຂອງສອງຊາດລາວ-ຈີນ.

ປັດຈຸບັນ, ໃນຍຸກແຫ່ງການປ່ຽນແປງຂະໜາດໃຫຍ່ ລາວ ແລະ ຈີນ ຕ່າງກໍຢູ່ໃນໄລຍະໂອກາດ ແລະ ສິ່ງທ້າທາຍທີ່ສໍາຄັນໃນການພັດທະນາຂອງຕົນເອງ. ຕໍ່ໜ້າສະພາບການໃໝ່, ຄວາມທ້າທາຍໃໝ່, ຍິ່ງມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີການຮ່ວມມືທາງດ້ານການສຶກສານໍາກັນເພື່ອປະກອບສ່ວນກຳລັງແຮງໃໝ່ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບຂອງສອງປະເທດ, ດັ່ງນັ້ນ. ສະເໜີບາງຄໍາເຫັນຕໍ່ການຮ່ວມມືດ້ານການສຶກສາຂອງສອງຝ່າຍ ດັ່ງນີ້:ເພີ່ມທະວີການປະສານດ້ານນະໂຍບາຍ, ປັບປຸງ ແລະ ສ້າງກົນໄກຮ່ວມມືດ້ານການສຶກສາໃຫ້ນັບມື້ນັບດີຂຶ້ນ, ຮັກສາການໄປມາຫາສູ່ ແລະ ແລກປ່ຽນບົດຮຽນລະຫວ່າງຂະແໜງບໍລິຫານການສຶກສາ ກໍຄືມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ກຳນົດນະໂຍບາຍການຮ່ວມມືແຕ່ລະໄລຍະ;ເພີ່ມທະວີການຮ່ວມມືຕົວຈິງ ແລະ ຂະຫຍາຍຂົງເຂດການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າ. ສອງຝ່າຍ ຈະເພີ່ມການຮັບເອົານັກຮຽນຂອງກັນ ແລະ ກັນ ໄປຮຽນຢູ່ອີກປະເທດໜຶ່ງໃຫ້ຫຼາຍຂຶ້ນ, ໂດຍສະເພາະ ສປ ຈີນ ມີທ່າແຮງຫຼາຍ ຫວັງວ່າຈະນໍາໃຊ້ທ່າແຮງທຶນຮອນດ້ານຕ່າງໆ ຊ່ວຍສະໜັບສະໜູນ ແລະ ຮັບເອົານັກຮຽນລາວໄປຮຽນຢູ່ຈີນ ຫຼື ຢູ່ຢຸນນານໃຫ້ຫຼາຍຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ