ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ
ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກຳຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ວັນຢຶດອຳນາດ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍພາຍໃນຄະນະພັກ ນະຄອນຫຼວງວຽງຈັນ (ນວ), ກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍບັນດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ປາຖະກະຖາວນລດຖະທາມະນນ ແລະ ວນຢດອຳນາດ - image 1
 

 

ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວປາຖະກະຖາວັນຢຶດອຳນາດ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການຢຶດອຳນາດ ໂດຍໃນຄວາມເປັນຈິງແລ້ວການຢຶດອຳນາດເດືອນສິງຫາ ຊຶ່ງໄດ້ມີ 2 ຄັ້ງ ຄື: ຄັ້ງທີ 1 ໃນວັນທີ 23 ສິງຫາ 1945 ຊຶ່ງພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ໂດຍມີພັກກອມມູນິດອິນດູຈີນ ຊີ້ນໍາ-ນໍາພາໂດຍລວມໃນໄລຍະນັ້ນ ທີ່ໄດ້ຕໍ່ສູ້ເອົາຊະນະພວກລ່າເມືອງຂຶ້ນແບບເກົ່າ; ຄັ້ງທີ 2 ກໍຄືໃນວັນທີ 23 ສິງຫາ 1975 ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນລາວ ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຊຶ່ງໄລຍະນັ້ນພັກເຮົາ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກັບພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງເຂົາເຈົ້າ ຢ່າງດຸເດືອດຂ້ຽວຂາດ ເຕັມໄປດ້ວຍຄວາມເສຍສະຫຼະ, ພິລະອາດຫານ ແລະ ມີກຽດສະຫງ່າ ສາມາດຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍ ດ້ວຍການນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກໍາລັງທະຫານຂອງສັດຕູ; ມາໃນວັນທີ 23 ສິງຫາ 1975 ທີ່ວຽງຈັນ ປະຊາຊົນຫຼາຍກວ່າ 20,000 ຄົນ ໄດ້ໂຮມຊຸມນຸມ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດຢູ່ວຽງຈັນ ແລະ ທັງໝົດແຕ່ຂັ້ນແຂວງ ລົງຮອດທ້ອງຖິ່ນຮາກຖານ ແລະ ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ເປີດຂຶ້ນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດສາດ ຕົກລົງລຶບລ້າງລະບອບຣາຊາທິປະໄຕ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເປັນປະເທດ ສປປ ລາວ ຢ່າງສະຫງ່າຜ່າເຜີຍ. ພ້ອມດຽວກັນນີ້, ກໍໄດ້ເນັ້ນບາງຈຸດສຳຄັນ ເພື່ອໃຫ້ຜູ້ເຂົ້າຮ່ວມ ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຈາກນັ້ນ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ສືບຕໍ່ປາຖະກະຖາວັນລັດຖະທໍາມະນູນ ຊຶ່ງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງລັດຖະທໍາມະນູນ ແລະ ຄວາມເປັນມາຂອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ກໍຄືການສ້າງ ແລະ ປັບປຸງລັດຖະທໍາມະນູນ ນັບແຕ່ການສ້າງລັດຖະທໍາມະນູນສະບັບທໍາອິດ ໂດຍໄດ້ເລີ່ມສ້າງມາແຕ່ປີ 1989 ຜ່ານການຄົ້ນຄວ້າ ແລະ ສ້າງໃນໄລຍະ 3 ປີ ກໍໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມ ວັນທີ 14 ສິງຫາ 1991 ແລະ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ປະກາດໃຊ້ ສະບັບທີ 55/ປທ ປທ, ລົງວັນທີ 15 ສິງຫາ 1991 ຊຶ່ງເປັນຂີດໝາຍປະຫວັດສາດທີ່ສຳຄັນ ໃນການຫັນປ່ຽນຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍແນວທາງ, ມະຕິ, ຄໍາສັ່ງຂອງລັດເຮົາ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ໝາຍວ່າ ໄດ້ຫັນໄປສູ່ການສ້າງລັດເຮົາ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ. ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດ ເປັນເວລາ 12 ປີ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ເຂົ້າສູ່ລວງເລິກ ກໍໄດ້ມີການປັບປຸງລັດຖະທໍາມະນູນ ໃນປີ 2003 ແລະ ປັບປຸງໃນປີ 2015. ມາຮອດປີ 2025, ກໍໄດ້ມີການປັບປຸງລັດຖະທໍາມະນູນ ເປັນຄັ້ງທີ 3 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ພ້ອມນີ້, ກໍຍັງໄດ້ໃຫ້ຮູ້ເຖິງການຕີລາຄາການຈັດຕັ້ງປະຕິບັດລັດຖະທໍາມະນູນ ໃນຕະຫຼອດໄລຍະ 34 ປີ ຜ່ານມາ ໃນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ນອກນີ້, ກໍຍັງໃຫ້ຮູ້ເຖິງເນື້ອໃນສຳຄັນຂອງລັດຖະທໍາມະນູນ ສະບັບປັບປຸງ ປີ 2025.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

ວັນທີ 3 ທັນວາ ນີ້, ທະນາຄານ ພັດທະນາລາວ ຈຳກັດ (LDB) ສາຂາພາກເໜືອ ໄດ້ຈັດພິທີເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຮັບເຊີນ ເຂົ້າຮ່ວມ.
ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ຈາກບັນດາແອັບຫວຍຕ່າງໆຈົນກາຍເປັນຕຳນານສຳລັບປີນີ້, ໃຜທີ່ດາວໂຫຼດ ແລະ ລົງທະບຽນແອັບ InseeHubກໍຮັບໄປເລີຍເງິນເຮັງ 50,000ກີບເຂົ້າກະເປົາ (ທຸກໆ Userໃຫມ່)ພ້ອມສ່ວນຫຼຸດ 15% ທຸກຊ່ອງທາງການຊຳລະ.
ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ໃນໂອກາດ ວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 50 ປີ ສະ​ຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາພັກ ແຂວງບໍ່ແກ້ວ ​ໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ຂ້າ​ພະ​ເຈົ້າສຸດທີ່ມີຄວາມຈົດຈໍາລໍາລຶກເຖງບຸນຄຸນອັນປະເສີດແລະ ຄວາມຍ້ອງຍໍຊົມເຊີຍຕໍ່​ຜູ້ນຳ​ພັກ-ລັດຕະຫຼອດ​ເຖິງສະມາ​ຊິກ​ພັກ, ພະນັກງານ, ນັກຮົບປະຕິວັດແຕ່ລະຮຸ່ນ,ແຕ່ລະສະໄໝ ທີ່ໄດ້ອຸທິດ​ຊີວິດ​ເພື່ອພາລະກິດ​ອັນສູງ​ສົ່ງ ​ຂອງ​ປະ​ເທດ​ຊາດ,ຂອງ​ພັກ ແລະການ​ປະຕິວັດ.
ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ພິທີເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຊຶ່ງໃຫ້ທຶນໂດຍບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາຜ່ານມາ ທີ່ບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວພ້ອມດ້ວຍຄະນະ, ມີແຂກຖືກເຊີນ ແລະ ອໍານາດການປົກຄອງບ້ານອ້ອມຂ້າງຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
ເພີ່ມເຕີມ