ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ພຣາໂບໂວ ຊູບຽນໂຕປະທານາທິບໍດີ ອິນໂດເນເຊຍ ໄດ້ມີການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຄັ້ງທີ 2 ຂອງປະທານາທິບໍດີອິນໂດເນເຊຍ ສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງສອງປະເທດໃນຄວາມມານະພະຍາຍາມປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ.
ໃນວັນດຽວກັນ, ປະທານາທິບໍດີ ອິນໂດເນເຊຍ ໄດ້ມີການພົບປະເຈລະຈາກັບກະສັດ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ຢືນຢັນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອບດ້ານໃນຫຼາຍຂົງເຂດ ຈາກການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດການສຶກສາ, ການພົບປະແລກປ່ຽນປະຊາຊົນ ແລະ ການພົວພັນແລກປ່ຽນດ້ານວັດທະນະທຳ.
ກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ: ສອງປະເທດເຫັນດີເປັນເອກະພາບຫຼາຍມາດຕະການຊຸກຍູ້ການພົວພັນຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ, ໃນນັ້ນ ມີການຮ່ວມມືໃນຂົງເຂດພະລັງງານ ແລະ ປ້ອງກັນຊາດ. ຝ່າຍ ອິນໂດເນເຊຍ ກໍຢັ້ງຢືນຄືນຄຳໝັ້ນສັນຍາສະໜັບສະໜູນ ແລະ ໜູນຊ່ວຍ ມາເລເຊຍ ຮັບບົດບາດປະທານ ອາຊຽນ ໃນປີ 2025 ສຳເລັດຜົນ.
ຄໍາເຫັນ