ປະທານາທິບໍດີ ຕີມໍ-ເລສເຕ ຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ

ປະທານາທິບໍດີ ຕີມໍ-ເລສເຕ ຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ
ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໃນວັນທີ 1 ມີນານີ້, ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024.
      ໂອກາດດັ່ງກ່າວ, ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມການພັດທະນາເຂດເສດຖະກິດພິເສດ ຢູ່ ນະຄອນຫຼວງວຽງຈັນ ປະກອບມີ 5 ເຂດເສດຖະກິດພິເສດ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈີສຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 2.360 ເຮັກຕາ ຕາມສັນຍາສຳປະທານ.
ມາຮອດປັດຈຸບັນ, ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 229 ບໍລິສັດ, ມີແຜນການລົງທຶນທັງໝົດ 6 ພັນລ້ານໂດລາ, ມີທຶນຈົດທະບຽນ 950 ລ້ານໂດລາ, ມີການລົງທຶນຕົວຈິງມູນຄ່າ 3 ພັນລ້ານໂດລາ, ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 278 ຕື້ກີບ, ສາມາດສ້າງວຽກເຮັດງານທໍາໄດ້ 9.623 ຄົນ, ສົ່ງອອກສິນຄ້າມູນຄ່າ 350 ລ້ານໂດລາ, ໃນນັ້ນ, ສິນຄ້າທີ່ສົ່ງອອກປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນການແພດ, ຜະລິດຕະພັນດອກໄຟແສງສະຫວ່າງ, ແຜ່ນໂຊລ້າແຊວ, ຜະລິດຕະພັນເຄື່ອງດື່ມ, ອາຫານ ແລະ ອື່ນໆ. ສ່ວນການນໍາເຂົ້າສິນຄ້າມູນຄ່າ 3,6 ພັນລ້ານໂດລາ ໃນນັ້ນ, ປະກອບມີ: ປະເພດເຄື່ອງຈັກ, ວັດຖຸອຸປະກອນ, ວັດຖຸດິບ ທີ່ນຳໃຊ້ເຂົ້າການກໍ່ສ້າງພື້ນຖານໂຄງລ່າງ, ຕຶກອາຄານ, ໂຮງງານ, ທຳການຜະລິດປຸງແຕ່ງ, ແປຮູບ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
    ສຳລັບ ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ສປປ ລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ຕາງໜ້າລັດຖະບານ ສປ ຈີນ ໂດຍມີເປົ້າໝາຍເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ, ການບໍລິການ, ເຂດການຂົນສົ່ງ ແລະ ເຂດຕົວເມືອງ ໃໝ່ ຂອງນະຄອນຫຼວງວຽງຈັນ.
     ມາເຖິງປັດຈຸບັນ ມີວິສາຫະກິດ ເຂົ້າມາລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 132 ບໍລິສັດ, ມີທຶນທັງໝົດ 2,5 ຕື້ກວ່າໂດລາ, ທຶນຈົດທະບຽນ 443 ລ້ານກວ່າໂດລາ, ມີມູນການລົງທຶນຕົວຈິງພາຍໃນເຂດທັງໝົດ 2,4 ຕື້ກວ່າໂດລາ, ມີແຮງງານ 7.828 ຄົນ, ປະຕິບັດພັນທະ 203 ຕື້ກີບ. ວິສາຫະກິດທີ່ເຂົ້າມາເຊັ່ນ: ບໍລິສັດ ໂຮຢາລາວ ຈຳກັດ ຈາກປະເທດຢີປຸ່ນ, ໂຮງງານຜະລິດເລນແວ່ນຕາ ແລະ ແຜນຣາດດິດເພື່ອສົ່ງອອກ, ບໍລິສັດ ຄວາມຫວັງໃໝ່ ຈຳກັດ ຈາກປະເທດສິງກະໂປ ຜະລິດຫົວອາຫານສັດຈໍາໜ່າຍພາຍໃນປະເທດ, ບໍລິສັດ ເປ້ເຕີເຄື່ອງນຸ່ງຫົ່ມ ຈຳກັດ ຜະລິດເຄື່ອງນຸ່ງຫົ່ມສົ່ງອອກຕ່າງປະເທດ, ບໍລິສັດ ຈົງຫຼິ້ນເຕັກໂນໂລຊີ ຈຳກັດຜູ້ດຽວ ຜະລິດແຜ່ນໂຊລ່າເຊວ, ບໍລິສັດ ຟາມາກຣຸບ ຈຳກັດ ຜະລິດຕະພັນການແພດ ແລະ ບໍລິສັດອື່ນໆ.
      ໃນປີ 2023 ສາມາດດຶງດູດການລົງທຶນໃໝ່ 26 ບໍລິສັດ ທຽບໃສ່ປີ 2022 ເພີ່ມຂຶ້ນ 14 ບໍລິສັດ, ໂດຍມີແຜນ ລົງທຶນທັງໝົດ 319 ລ້ານໂດລາ, ທຶນຈົດທະບຽນ 21 ລ້ານໂດລາ ແລະ ມີມູນຄ່າການລົງທຶນ ຕົວຈິງ 138 ລ້ານໂດລາ, ປະຕິບັດພັນທະອາກອນຈໍານວນ 23 ຕື້ກີບ, ນຳເຂົ້າສິນຄ້າ ມູນຄ່າ 72 ລ້ານໂດລາ, ສົ່ງອອກສິນຄ້າ ມູນຄ່າ 64 ລ້ານໂດລາ, ມີແຮງງານ 7.828 ຄົນ. ປັດຈຸບັນເຂດໄດ້ສຸມໃສ່ ການພັດທະນາພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ ໃນໄລຍະທີ 2.
ໃນວັນດຽວກັນ, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ພ້ອມຄະນະ ຍັງໄດ້ຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ (ມຊ) ເພື່ອຂຶ້ນປາຖະກະຖາ ກ່ຽວກັບທິດທາງໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຕີມໍ-ເລສເຕ ແລະ ສປປ ລາວ ໃນຕໍ່ໜ້າ ໃຫ້ແກ່ ນັກຮຽນ-ນັກສຶກສາ ແລະ ພາກທຸລະກິດຂອງລາວ ແລະ ໄດ້ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕື່ມອີກ.
(ຂ່າວ-ພາບ:ສຳນານ)
 

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ