ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ
ຂ່າວສານຊີອາໄອລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານນາງ​ ເອີຊູ​ລາ ວອນ ເດີ ເລ​ເຢນ ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ໄດ້​ພົບ​ປະ​ກັບ​ທ່ານ ​ຫວາງຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຢູ່ນະ​ຄອນຫຼວງບ​ຣຸກ​ແຊນ​ ປະ​ເທດ​ແບນ​ຊິກ.

 

ທ່ານ ຫວາງຢີ້ ກ່າວວ່າ: ປີນີ້ແມ່ນປີທີ່ຈີນ ແລະ ເອີຣົບສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 50 ປີ, ທັງແມ່ນປີທີ່ອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 80 ປີ. ການພົບປະລະຫວ່າງຜູ້ນຳຈີນກັບເອີຣົບທີ່ຈະຈັດຂຶ້ນໃນໄວໆນີ້ ເປັນການພົບປະທີ່ຈັດຂຶ້ນໃນໄລຍະເວລາສຳຄັນ. ຈີນຄອງຄອຍຈະຮ່ວມກັບເອີຣົບ ສະຫຼຸບບົດຮຽນທີ່ດີ ແລະ ສິ່ງບົ່ງບອກທີ່ສຳຄັນໃນການຂະຫຍາຍສາຍພົວພັນລະຫວ່າງຈີນ-ເອີຣົບຕະຫຼອດໄລຍະ 50 ປີຜ່ານມາ, ວາງແຜນການສົນທະນາ ແລະ ການຮ່ວມມືໃນ 50 ປີຕໍ່ໜ້າ ເພື່ອສົ່ງສັນຍານທີ່ຈະແຈ້ງ, ທາງບວກ ແລະ ຕັ້ງໜ້າໄປສູ່ພາຍນອກ. ຈີນສະໜັບສະໜູນຂະບວນການເຊື່ອມໂຍງເຂົ້າກັນຂອງເອີຣົບຢ່າງສະເໝີຕົ້ນສະເໝີປາຍ, ສອງຝ່າຍຕ້ອງຢຶດໝັ້ນລັດທິຫຼາຍຝ່າຍ ແລະ ການຄ້າເສລີ, ປົກປັກຮັກສາລະບຽບການສາກົນ ແລະ ຄວາມເປັນລະບຽບຂອງສາກົນ, ຊຸກຍູ້ການແກ້ໄຂຄວາມຂັດແຍ້ງສາກົນດ້ວຍສັນຕິວິທີ, ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງທ້າທາຍອື່ນໆຂອງໂລກ.

ທ່ານນາງ ວອນ ເດີ ເລເຢນ ກ່າວວ່າ: ເອີຣົບສຸມກຳລັງຂະຫຍາຍການພົວພັນລະຫວ່າງເອີຣົບ-ຈີນຢ່າງໝັ້ນທ່ຽງ, ມີລັກສະນະສ້າງສັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດດ້ານການພັດທະນາເສດຖະກິດການຄ້າ, ຂ້າພະເຈົ້າຫວັງວ່າຈະລົງເລິກແລກປ່ຽນຄວາມເຫັນກັບຜູ້ນຳຈີນ ກ່ຽວກັບບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ ເພື່ອສົ່ງສັນຍານທີ່ເຂັ້ມແຂງຢ່າງຕັ້ງໜ້າໃຫ້ແກ່ໂລກ. ເອີຣົບຈະສືບຕໍ່ປະຕິບັດນະໂຍບາຍປະເທດຈີນດຽວ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ