ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025
ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ປະທານຍກນາໜກລາວ ພອມມອບເງນໂບນດໃຫນກກລາ ຫາກສາງຜນງານດໃນອາຊຽນພາຣາເກມ 2025 - image 1
 

ທ່ານ ຄອນພະຈັນ ໄຊຍະສຸກ ໃຫ້ສຳພາດວ່າ: ຂໍສົ່ງແຮງເຊຍ ເພື່ອເປັນກຳລັງໃຈໃຫ້ທັບນັກກິລາຄົນພິການລາວທຸກປະເພດກິລາ ໂດຍສະເພາະ ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຈົ່ງພ້ອມກັນສູ້ຊົນຢ່າງສຸດຄວາມສາມາດ ຍົກສູງຈິດໃຈຊາດ ສ້າງຜົນງານຄວ້າໄຊຊະນະ ສ້າງກຽດ ແລະ ຊື່ສຽງມາສູ່ປະເທດຊາດ.

 ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ຍັງໄດ້ບອກອີກວ່າ: ເພື່ອເປັນກຳລັງໃຈໃຫ້ທັບນັກກິລາຍົກນໍ້າໜັກຄົນພິການລາວ ສ້າງຜົນງານໃນງານດັ່ງກ່າວ ຫາກສາມາດຍາດໄດ້ຫຼຽນຄຳ, ທາງສະຫະພັນ ພ້ອມຈະສະໜັບສະໜູນ ໂດຍຫຼຽນຄຳ 20 ລ້ານກວ່າກີບ (30,000 ບາດ ສະກຸນເງິນໄທ), ຫຼຽນເງິນ 13 ລ້ານກວ່າກີບ (20,000 ບາດ) ແລະ ຫຼຽນທອງ 6 ລ້ານກວ່າກີບ (10,000 ບາດ) ສ່ວນຄູຝືກແມ່ນ 3 ລ້ານກວ່າກີບ (5,000 ບາດ).

 ສຳລັບກິລາຍົກນໍ້າໜັກຄົນພິການລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພຽງແຕ່ 2 ຄົນ ໃນຮຸ່ນນໍ້າໜັກດຽວກັນ 41 ກິໂລກຣາມ ນາງ ລັດສະໝີ ສີປະເສີດ ຈາກແຂວງໄຊຍະບູລີ ແລະ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ເຂົ້າຮ່ວມແຂ່ງຂັນ ແລະ ຈະລົງສະໜາມແຂ່ງຂັນໃນເວລາ 11:10 ໂມງ ໃນວັນທີ 21 ມັງກອນ 2026 ຝາກເປັນກຳລັງໃຈເຊຍທັບນັກກິລາຄົນພິການລາວເຮົາດ້ວຍ ລາວສູ້ໆ. 

ຂ່າວ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 22-23 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດະມົນຕີກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຄະນະກົມ-ອົງການອ້ອມຂ້າງ, ຫົວໜ້າພະແນກ ຮສສ ແຂວງ-ນວ ເຂົ້າຮ່ວມ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ວັນທີ 21 ມັງກອນ 2026, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍມີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ລົງຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງຄູນຄໍາ.
ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ