ປະທານປະທດຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍເຂົ້າຢ້ຽມຂໍ່ານັບ

ປະທານປະທດຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍເຂົ້າຢ້ຽມຂໍ່ານັບ
ພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ຕ້ອນຮັບສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍເຂົ້າຢ້ຽມຂໍ່ານັບໃນວັນທີ 4 ທັນວາ ນີ້ທີ່ຫ້ອງວ່າການສູນກາງພັກ,ໃນໂອກາດທີ່ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປລາວ,ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານໄຊສົມພອນພົມວິຫານປະທານສະພາແຫ່ງຊາດແຫ່ງສປປລາວ,ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະເດີນທາງມາຢ້ຽມຢາມສປປລາວຢ່າງເປັນທາງການໃນລະຫວ່າງວັນທີ 2-4 ທັນວາ 2023 ແລະເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາຂອງ 3 ປະເທດກຳປູເຈຍ, ລາວແລະຫວຽດນາມຄັ້ງທີ1(CLV) ທີ່ ສປປລາວເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.
    ໃນໂອກາດດັ່ງກ່າວພະນະທ່ານທອງລຸນສີສຸລິດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນແລະຕີລາຄາສູງຕໍ່ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປລາວຄັ້ງນີ້ຊຶ່ງເປັນມິດໝາຍສຳຄັນເຂົ້າປະກອບສ່ວນເສີມສ້າງສາຍພົວພັນ, ການຮ່ວມມືແລະຊ່ວຍເຫຼືອຊຶ່ງກັນແລະກັນເວົ້າ, ເວົ້າສະເພາະກໍຄືສອງສະພາແຫ່ງຊາດ ແຫ່ງ ສປປ ລາວ-ສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ພະນະທ່ານທອງລຸນສີສຸລິດຍັງໄດ້ອອຍພອນໃຫ້ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະຈົ່ງປະສົບຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ ສປປລາວໃນຄັ້ງນີ້.
    ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານທອງລຸນສີສຸລິດທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ນີ້ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ ສປປລາວໃຫ້ພະນະທ່ານທອງລຸນສີສຸລິດໄດ້ຮັບຊາບຕື່ມອີກ.
(ຂ່າວ-ພາບ:ສຳນານ)  

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ​ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ​ ຫວຽດນາມ

ໃນຕອນບ່າຍຂອງວັນທີ 21 ສິງຫາ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 21 ສິງຫາ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ; ໃນຂະນະດຽວກັນ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: “ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ.
ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະ​ເຖລາ-ນຸ​ເຖລະ, ​ບັນດາການນໍາຂັ້ນສູງ​ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກ 7 ບັນຫາຕໍ່ວຽກງານປ້ອງກັນຊາດ ເພື່ອໃຫ້ກອງທັບເອົາໃຈໃສ່, ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກຊ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ຄັ້ງທີ VI. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 6 ສິງຫານີ້ ທີ່ສະໂມສອນກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ໃນຕອນເຊົ້າວັນທີ 5 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ ໃຫ້ແກ່ລັດຖະບານລາວ ລວມມູນຄ່າທັງໝົດ 1.1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງກ່າວມອບໂດຍທ່ານ ມາສຸຍຮາວ ແມັດທິວ (Mashuihao Mathew) ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດສູນກາງ; ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ໃນວັນທີ 17 ກໍລະກົດນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ເພີ່ມເຕີມ