ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ
ໃນລະຫວ່າງວັນທີ 25-26 ຕຸລານີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີລົງນາມໃນ ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ. ພິທີລົງນາມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ເລືອງ ເກືອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ.
ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລງນາມ ສນທສນຍາ ສປຊ ວາດວຍການຕານອາຊະຍາກຳທາງໄຊເບ - image 1
 

 

ທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບກັນ ຂອງບັນດາປະເທດສະມາຊິກ ສປຊ ໃນການສ້າງສະພາບແວດລ້ອມທາງໄຊເບີ ທີ່ມີຄວາມປອດໄພ, ມີສະຖຽນລະພາບ ແລະ ຮັບໃຊ້ຜົນປະໂຫຍດດ້ານການພັດທະນາທີ່ຍືນຍົງ. ການຮັກສາຄວາມປອດໄພທາງໄຊເບີ ປຽບເໝືອນການປົກປ້ອງອຳນາດອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ທີ່ຕິດພັນໂດຍກົງກັບການພັດທະນາແບບຍືນຍົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ດີ, ເປັນລະບົບ, ມີຄວາມປອດໄພ ແລະ ສາມາດເຊື່ອຖືໄດ້. ພິທີລົງນາມທີ່ຈັດຂຶ້ນ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ມີຫຼາຍກວ່າ 110 ປະເທດ ເຂົ້າຮ່ວມ ຊຶ່ງໃນໂອກາດນີ້ ມີ 63 ປະເທດ ແລະ ສະຫະພາບເອີຣົບ ໄດ້ຮ່ວມລົງນາມໃນສົນທິສັນຍາດັ່ງກ່າວ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໝາ ຂອງວົງຄະນະຍາດສາກົນ ໃນການຮ່ວມມືກັນ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໄຊເບີ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລງນາມ ສນທສນຍາ ສປຊ ວາດວຍການຕານອາຊະຍາກຳທາງໄຊເບ - image 2
 

ໃນພິທີຄັ້ງນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ ພ້ອມທັງຂຶ້ນກ່າວຄໍາເຫັນໃນກອງປະຊຸມຂັ້ນສູງ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສສ ຫວຽດນາມ ທີ່ເປັນເຈົ້າການໃນຕະຫຼອດຂະບວນຮ່າງສົນທິສັນຍາສະບັບນີ້ ຊຶ່ງເລີ່ມແຕ່ປີ 2019 ເປັນຕົ້ນມາ ທັງເປັນເຈົ້າພາບຈັດພິທີລົງນາມ ຊຶ່ງເປັນເຄື່ອງມືດ້ານກົດໝາຍສາກົນ ເພື່ອຕ້ານກັບອາຊະຍາກໍາທາງໄຊເບີ. ເຫດການດັ່ງ ກ່າວ ຍັງເປັນການພິສູດໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງວົງຄະນະຍາດສາກົນ ທີ່ມີຕໍ່ປະເທດເພື່ອນມິດອາ ຊຽນ ຊຶ່ງສອດຄ່ອງກັບຍຸດທະສາດ ວ່າດ້ວຍການຫັນເປັນດີຈີຕອນຂອງພາກພື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຂອງວົງຄະນະຍາດສາກົນ ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ການສື່ສານ ທີ່ມີຄວາມປອດໄພ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຮ່ວມກັນສະກັດກັ້ນ ອາຊະຍາກຳທາງໄຊເບີ ແລະ ຮັບປະກັນຄວາມໝັ້ນຄົງ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລງນາມ ສນທສນຍາ ສປຊ ວາດວຍການຕານອາຊະຍາກຳທາງໄຊເບ - image 3
 

ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ (United Nations Convention against Cybercrime) ແມ່ນເປັນຜົນຂອງການເຈລະຈາແບບເປີດກວ້າງຂອງຄະນະກຳມະການ ລະຫວ່າງ ລັດຖະບານ ເພື່ອສ້າງສົນທິສັນຍາສາກົນ ໂດຍພາຍໃຕ້ຂອບ ສະມັດຊາໃຫຍ່ ສປຊ ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກທັງໝົດຂອງອົງການ ສປຊ ລວມທັງ ສປປ ລາວ, ໂດຍຈັດຕັ້ງການເຈລະຈາທາງການລວມທັງໝົດ 8 ຄັ້ງ ຈົນສາມາດຮັບຮອງເອົາເນື້ອໃນຂອງສົນທິສັນຍາ ຢ່າງເປັນເອກະສັນ ໃນປີ 2024.

ການເຂົ້າຮ່ວມໃນພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ເພື່ອສ້າງພື້ນຖານດ້ານກົດຫມາຍທີ່ສໍາຄັນ ເພື່ອຮັບປະກັນໃຫ້ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຮັບໃຊ້ຜົນປະໂຫຍດທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມຄວາມສຳຄັນຂອງວຽກງານຫັນເປັນດິຈິຕອນ, ເຊິ່ງເປັນໜຶ່ງໃນບຸລິມະສິດແຫ່ງຊາດ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ລວມທັງການສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ຈາກອາຊະຍາກຳທາງໄຊເບີ. ສປປ ລາວ ເປັນໜຶ່ງໃນບັນດາປະເທດສະມາຊິກ ສປຊ ທີ່ໄດ້ລົງນາມຕໍ່ສົນທິສັນຍາສະບັບນີ້, ເຊິ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງບັນດາລະບຽບການ ແລະ ກົດຫມາຍພາຍໃນປະເທດທີ່ມີຢູ່ ໃຫ້ສອດຄ່ອງເພື່ອສະໜັບສະໜູນຂອບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ແນໃສ່ໃຫ້ສາມາດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວ ຈາກໄພຂົ່ມຂູ່ທາງໄຊເບີ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລງນາມ ສນທສນຍາ ສປຊ ວາດວຍການຕານອາຊະຍາກຳທາງໄຊເບ - image 4
 

ນອກຈາກການເຂົ້າຮ່ວມໃນພິທີລົງນາມ ແລະ ກອງປະຊຸມລະດັບສູງແລ້ວ, ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ພະນະທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ບັນດາຜູ້ນໍາຂອງບາງປະເທດທີ່ເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນຄວາມປອດໄພທາງໄຊເບີ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ເພີ່ມເຕີມ