ປະທານປະເທດ ໂອ້ລົມການນຳຫຼັກແຫຼ່ງ-ບຳນານ ນະຄອນ-ຫຼວງພະບາງ

ປະທານປະເທດ ໂອ້ລົມການນຳຫຼັກແຫຼ່ງ-ບຳນານ ນະຄອນ-ຫຼວງພະບາງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໂອ້ລົມພະນັກງານບຳນານ-ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ ໃນນະຄອນ-ຫຼວງພະບາງ ຢູ່ຫ້ອງວ່າການແຂວງ ໃນວັນທີ 7 ຕຸລາ ຜ່ານ                ມາ, ໂດຍທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ ໄດ້ລາຍງານຜົນສຳເລັດການພັດທະນາເສດຖະກິດ-ສັງຄົມ ວ່າ: ພື້ນຖານທ່າແຮງບົ່ມຊ້ອນຂອງນະຄອນ-ຫຼວງພະບາງ ມີຫຼາຍດ້ານ, ໃນນັ້ນ, ຢູ່ໃນເຂດຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການພັດທະນາການບໍລິການ ຕິດພັນກັບການທ່ອງທ່ຽວ ເປັນທ່າແຮງຫຼັກ ຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ໂດຍມີການວາງຜັງເມືອງ, ຈັດສັນຕົວເມືອງ, ແບ່ງເຂດພັດທະນາຊັດເຈນ. 
ສຳລັບຢູ່ເຂດນອກຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການຜະລິດກະສິກຳ ປູກຝັງ-ລ້ຽງສັດເປັນຕົ້ນແມ່ນການລ້ຽງສັດໃຫຍ່ ແລະ ປູກຕົ້ນໄມ້ອຸດສາຫະກຳ ສົ່ງອອກຕ່າງປະເທດ, ພ້ອມທັງສົ່ງເສີມການປູກພືດຜັກສະອາດ ປອດສານພິດ ສົ່ງເຂົ້າການບໍລິການການທ່ອງທ່ຽວ ຊຶ່ງເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ເປັນຂະບວນການຫຼາຍຂຶ້ນ ໂດຍມີການກຳນົດເປັນເຂດຈຸດສຸມ ແລະ ຈັດຕັ້ງເປັນກຸ່ມການຜະ ລິດ. ອົງການປົກຄອງນະຄອນ-ຫຼວງພະບາງ ຖືສຳຄັນການປົກປັກຮັກສາມໍລະດົກໂລກໃຫ້ຄົງຄຸນຄ່າ-ຍືນຍົງ, ປັດຈຸບັນມີອາຄານອະນຸລັກ 611 ຫຼັງ ແລະ ໜອງນໍ້າອະນຸລັກ 183 ໜອງ, ມີການປົກປັກຮັກສາ ແລະ ປະຕິບັດຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາວລາວບັນດາເຜົ່າ ພິເສດແມ່ນການຈັດງານບຸນປະເພນີ ແລະ ການກໍ່ສ້າງ-ບູລະນະວັດວາອາຮາມ, ເອົາໃຈໃສ່ຄຸ້ມຄອງການກໍ່ສ້າງຢູ່ໃນເຂດມໍ ລະດົກ ແລະ ເຂດກັນຊົນ ໃຫ້ຖືກຕາມລະບຽບການຄຸ້ມຄອງມໍລະດົກໂລກ, ຄະນະຮັບຜິດຊອບ ປະຕິບັດເປັນປະຈຳ, ເອົາໃຈໃສ່ວຽກຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ, ຄວາມປອດໄພ, ຄວາມສວຍງາມ, ສະຫວ່າງ ແລະ ສີຂຽວຂອງຕົວເມືອງ, ພັດທະນາພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກຕ່າງໆ ພິເສດແມ່ນການກໍ່ສ້າງທາງເບຕົງເຂົ້າບ້ານ ໂດຍທຶນສົມທົບຂອງປະຊາຊົນ ແມ່ນມີຄວາມຄືບໜ້າດີ. 
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໃຫ້ການນຳຂອງແຂວງ, ນະຄອນ-ຫຼວງພະບາງ ພ້ອມກັນສຶກສາອົບຮົມລູກຫຼານໃຫ້ຮັບຮູ້ໄດ້ແນວທາງຂອງພັກຢ່າງເລິກເຊິ່ງ, ຫຼີກເວັ້ນການບໍລິ ໂພກຂ່າວສານທີ່ບິດເບືອນແນວທາງຂອງພັກ-ລັດ ອອກແຮງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມຄອບຄົວທີ່ຍັງທຸກຍາກ ໂດຍນຳໃຊ້ທ່າແຮງບົ່ມຊ້ອນ ເພື່ອໃຫ້ເຂົາເຈົ້າມີຊີ ວິດການເປັນຢູ່ທີ່ດີຂຶ້ນ.
ພາຍຫຼັງສຳເລັດການໂອ້ລົມ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ໄດ້ຢ້ຽມຢາມ ບ້ານຫັດຖະກຳຊ່າງຄ້ອງ ຊຶ່ງປະຊາຊົນສ່ວນໃຫຍ່ໄດ້ຢຶດຖືອາຊີບການຕໍ່າຫູກ ທໍໄໝແບບດັ່ງເດີມ ແລະ ການຜະລິດເຈ້ຍສາ ເປັນຂອງທີ່ລະນຶກຈຳໜ່າຍເປັນສິນຄ້າ ຕື່ມອີກ.
                         ຂ່າວ :ນະຄອນຫຼວງພະບາງ, ພາບ: ນັກຂ່າວ ຫສພ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 10 ມິຖຸນາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ທະກະອິຈິ ຊະນາເອະ (Ms. TAKAICHI Sanae) ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກ ຮ່ວມກັນເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງຈັດຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ​ ໂດຍໄດ້ໄປຢ້ຽມຢາມ​ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງ​ຈຳ​ປາ​ສັກ ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ,​ ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາທ່ານການນໍາພັກ​ - ລັດ​ ຈາກສູນກາງ,​ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.​
ເລຂາທິການໃຫຍ່​ ພົບປະ​ໂອ້ລົມ​ພະນັກງານ​ຫຼັກແຫຼ່ງ ແຂວງຈໍາປາສັກ

ເລຂາທິການໃຫຍ່​ ພົບປະ​ໂອ້ລົມ​ພະນັກງານ​ຫຼັກແຫຼ່ງ ແຂວງຈໍາປາສັກ

ສະຫາຍ​ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່​ ຄະນະບໍລິຫານງານສູນກາງພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວ ວຽກ​ງານຢູ່ແຂວງຈໍາປາສັກ​ ແລະ​ ໄດ້ພົບປະໂອ້ລົມ​ພະນັກງານ​ຫຼັກແຫຼ່ງແຂວງຈໍາປາສັກໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ ​ທີ່ ຫ້ອງປະຊຸມໃຫຍ່ສະໂມສອນແຂວງ​ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາສະຫາຍການນໍາພັກ​ - ລັດ​ ຈາກສູນກາງ,​ ບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ,​ ຄະນະ​ກຳມະ​ການປົກຄອງ​ແຂວງ,​ ກໍາມະການພັກແຂວງ,​ ເລຂາຄະນະ​ບໍລິຫານ​ງານພັກ​ເມືອງ,​ ຄະນະກໍາມະການປົກຄອງເມືອງ ແລະ​ ຂະແໜງການ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.​​
ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ

ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ

ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ວັນທີ 10 ມິຖຸນາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໄດ້ຮ່ວມປູກຕົ້ນໄມ້ ຢູ່ສະໜາມແດງ ບ້ານໂພນກຸງ ນະຄອນປາກເຊ ເພື່ອເປັນການປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ
ປະທານ​ປະເທດ​ແຫ່ງ ສປປ ລາວ​ ຢ້ຽມຢາມ​ ສວນຖົ່ວລຽນ ໂຊກໄຊ ເມືອງປາກຊ່ອງ

ປະທານ​ປະເທດ​ແຫ່ງ ສປປ ລາວ​ ຢ້ຽມຢາມ​ ສວນຖົ່ວລຽນ ໂຊກໄຊ ເມືອງປາກຊ່ອງ

ທ່ານ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງຢ້ຽມ​ຢາມ ແຂວງຈໍາປາສັກ​ ໂດຍໄດ້ເຄື່ອນໄຫວ​ຢ້ຽມຢາມ​ ສວນຖົ່ວລຽນ ໂຊກໄຊ ບ້ານຫຼັກ​ 28​ ເມືອງປາກຊ່ອງໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ.​ ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ມີ​ບັນ​ດາ​ການ​ນຳ​ແຂວງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າ​ຮ່ວມ.​​
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ມິຖຸນາ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສິີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ທີ່ ສສ ຫວຽດນາມ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ “ການສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນເປັນແກນກາງ” (Shaping our future together: Peace, Prosperity, People-Centred) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມິຖຸນາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ນາຍົກລັດຖະມົນຕີ ພົບປະກັບ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສຫວຽດນາມ

ໃນວັນທີ 8 ມິຖຸນາຜ່ານມານີ້, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບຫວຽດນາມ - ລາວ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບຫວຽດນາມ - ລາວ

ໃນວັນທີ 8 ມິຖຸນາ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ ປະທານສະມາຄົມມິດ ຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ເພີ່ມເຕີມ